ການນຳກະຊວງການຕ່າງປະເທດ ເຂົ້າອວຍພອນ ວັນຊາດລາວ ຄົບຮອບ 43 ປີ

14:19 | 29/11/2018

ຍສໝ - ເນື່ອງໃນໂອກາດຄົບຮອບ 43ປີ ວັນຊາດ ຂອງ ສປປ ລາວ (02/12/1975-02/12/2018), ຕອນເຊົ້າວັນທີ 29 ພະຈິກນີ້ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ຫງວ໋ຽນ ກ໋ວກຢຸງ ນຳພາຄະນະກະຊວງການຕ່າງປະເທດ ເຂົ້າອວຍພອນ ທ່ານເອກອັກຄະລັດຖະທູດ ແລະ ພະນັກງານ ລັດຖະກອນ ສະຖານທູດລາວ ປະຈຳນະຄອນຫຼວງຮ່າໂນ້ຍ.

ການນຳກະຊວງການຕ່າງປະເທດ ເຂົ້າອວຍພອນ ວັນຊາດລາວ ຄົບຮອບ 43 ປີ

ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫງວ໋ຽນ ກ໋ວກຢຸງ ເຂົ້າອວຍພອນເອກອັກຄະລັດຖະທູດ ລາວ ທອງສະຫວັນ ພົມວິຫານ ເນື່ອງໃນໂອກາດ ວັນຊາດລາວຄົບຮອບ 43ປີ.(ພາບ:baoquocte.vn)

ໂອກາດນີ້ ທ່ານຮອງລັດຖະມົນຕີກະຊວງການຕ່າປະເທດໄດ້ຝາກຄຳອວຍພອນ ແລະ ຄຳຢ້ຽມຢາມຖາມຂ່າວ ເຖິງ ການນຳຂັ້ນສູງຫວຽດນາມ ໄປຍັງ ເລຂາທິການໃຫຍ່ປະທານປະເທດ ລາວ ບຸນຍັງ ວໍລະຈິດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ບັນດາການນຳອື່ນໆຂອງລາວ. ຮອງລັດຖະມົນຕີ ຫງວ໋ຽນ ກ໋ວກຢຸງ ກໍ່ຍັງໄດ້ຝາກຄຳອວຍພອຍ ແລະ ຢ້ຽມຢາມຖາມຂ່າວ ຂອງຮອງນາຍົກ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມ ບິ່ງມິງ ໄປຍັງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໃນຄັ້ງນີ້ດ້ວຍ.

ການນຳກະຊວງການຕ່າງປະເທດ ເຂົ້າອວຍພອນ ວັນຊາດລາວ ຄົບຮອບ 43 ປີ

ບັນຍາກາດການເຂົ້າອວຍພອນ.(ພາບ:baoquocte.vn)

ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ສະແດງຄວາມຂອບໃຈຢ່າງສຸດຊື້ງ ເຖິງການນຳຂັ້ນສູງຂອງຫວຽດນາມ ຢາມໃດກໍ່ໃຫ້ຄວາມສຳຄັນ ແລະ ເພີ່ມພູນຄູນສ້າງ ສາຍພົວພັນພິເສດ ລາວ-ຫວຽດ ແລະ ເອົາໃຈໃສ່, ສ້າງເງື່ອນໄຂສະດວກ ເພື່ອເຮັດໃຫ້ ເອກອັກຄະລັດຖະທູດ ລາວ ເຮັດສຳເລັດໜ້າທີ່ໄດ້ເປັນຢ່າງດີ.

ທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ມີຄວາມພາກພູມໃຈໃນບັນດາຜົນສຳເລັດຂອງ ພັກ, ລັດ ແລະ ປະຊາຊົນລາວ ໄດ້ບັນລຸໄດ້ໃນ 43ປີທີ່ຜ່ານມາ. ແມ່ນປະສະຈາກບໍ່ໄດ້ ການຊ່ວຍເຫຼືອ, ອູ້ມຊູ ອັນລຳຄ່າ, ທັນເວລາ, ແບບເພື່ອນມິດ ຂອງປະເທດ ຫວຽດນາມອ້າຍນ້ອງ.

ທ່ານ ທອງສະຫວັນ ພົມວິຫານ ຍັງກ່າວຕື່ມອີກວ່າ: ໃນໄລຍະ 3 ປີ ທີ່ທ່ານປະຈຳການຢູ່ ສສ ຫວຽດນາມ ທ່ານເຫັນຄວາມພັດທະນາ ອັນວ່ອງໄວ ຂອງ ສສ ຫວຽດນາມ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂື້ນ. ບົດບາດ ແລະ ຄວາມສຳຄັນຂອງຫວຽດນາມ ໄດ້ຮັບການຍົກສູງຂື້ນ ໃນພາກພື້ນ ແລະ ສາກົນ. ນີ້ແມ່ນເປັນສິ່ງປຸກລະດົມ ແລະ ແບບຢ່າງໃຫ້ ສປປ ລາວ ແລະ ປະຊາຊົນ ລາວ ໃນພາລະກິດປົກປັກຮັກສາ, ພັດທະນາ ປະເທດຊາດຕາມ ເສັ້ນທາງ ສັງຄົມນິຍົມ.

ທ່ານສະແດງຄວາມຂອບໃຈມາຍັງ ສູນກາງສະມາຄົມ ມິດຕະພາບ ຫວຽດນາມ-ລາວ ໄດ້ຍ້ອງຍໍ ແລະ ມອບຂອງຂວັນໃຫ້ ແກ່ນ້ອງນັກຮຽນລາວ ທີ່ມີຜົນການຮຽນດີເດັ່ນ ໃນໂອກາດວັນຊາດລາວ ຄົບຮອບ 43ປີ. ສິ່ງດັ່ງກ່າວຈະເປັນສິ່ງກະຕຸກຊຸກຍູ້ ໃຫ້ແກ່ ບັນດາເຍົາວະຊົນຄົນຮຸ້ນໃໝ່ ເຊິ່ງເປັນອານາຄົດຂອງຊາດ ສືບທອດ ສາຍພົວພັນມິດຕະພາບ ສາມັກຄີພິເສດ ລາວ-ຫວຽດນາມ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.