ການນຳແຂວງ ເທື່ອທຽນ-ເຫວ້ ໄດ້ຮັບການປະດັບຫຼຽນໄຊ ແຮງງານ ຊັ້ນ ໜື່ງ ຂອງ ປະທານປະເທດ ແຫ່ງ ສປປ ລາວ

21:15 | 29/11/2018

ຍສໝ - ນີ້ແມ່ນສິ່ງປຸກລະດົມອັນຍິ່ງໃຫຍ່ໃຫ້ແກ່ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ແຂວງ ເທື່ອທຽນ ເຫວ້ ໃນການສືບຕໍ່ເຮັດວຽກຢ່າງສຸດຄວາມສາມາດ ແກ່ການເສີມສ້າງຄວາມສາມັກຄີ, ສາຍພົວພັນມິດຕະພາບ ອັນສັດຊື່ ຕິດພັນກັບສອງປະເທດ ແລະ ທ້ອງຖິ່ນທັງສອງໃນອານາຄົດ.

ວັນທີ 29 ຢູ່ແຂວງເທື່ອທຽນເຫວ້ ໄດ້ຈັດພິທີຮັບການປະດັບຫຼຽນໄຊ ແຮງງານຊັ້ນໜື່ງ ຂອງ ສປປ ລາວ ຢ່າງຍິ່ງໃຫຍ່ ແລະ ສົມກຽດ.ນີ້ແມ່ນລາງວັນອັນລຳ້ຄ່າຂອງ ພັກ, ລັດຖະບານ ແຫ່ງ ສປປ ລາວ ມອບໃຫ້ກັບ ການປະກອບສ່ວນອັນສຳຄັນ ຂອງ ພັກ, ອຳນາດການປົກຄອງ ແລະ ປະຊາຊົນ ແຂວງເທື່ອທຽນ ເຫວ້ ໃນວຽກງານການກໍ່ສ້າງ ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ຮ່ວມມື ລະຫວ່າງ ສອງ ປະເທດ ຫວຽດນາມ-ລາວ.

ເຂົ້າຮ່ວມການຮັບ ການປະດັບຫຼຽນໄຊ ໃນຄັ້ງນີ້ປະກອບມີ : ສະຫາຍ ເລ ເຈື່ອງລິວ ກຳມະການບໍລິຫານງານ ສູນກາງພັກ, ເລຂາພັກແຂວງ ປະທານ ກຳມະການປະຊາຊົນ ແຂວງ ເທື່ອທຽນ ເຫ້ວ; ສະຫາຍ ບຸ່ຍ ແທັງຮ່າ ຮອງເລຂາຄະນະປະຈຳພັກແຂວງ; ສະຫາຍ ຟານ ຫງັອກເຖາະ ປະທານ ກຳມະການປະຊາຊົນແຂວງ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ; ສະຫາຍ ຫງວ໋ຽນ ນາມຕ໋ຽນ ປະທານ ກຳມະການແນວໂຮງແຫ່ງຊາດຫວຽດນາ ແຂວງ ພ້ອມດ້ວຍຕ່າງໜ້າການນຳບັນດາພະແນກ, ຫ້ອງການ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຝ່າຍ ສປປ ລາວ ປະກອບມີ: ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກປະຊາຊົນປະຕິວັດລາວ , ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍຄະນະການນຳຂັ້ນສູງຂອງແຂວງ ສະຫວັນນະເຂດ.

ການນຳແຂວງ ເທື່ອທຽນ-ເຫວ້ ໄດ້ຮັບການປະດັບຫຼຽນໄຊ ແຮງງານ ຊັ້ນ ໜື່ງ ຂອງ ປະທານປະເທດ ແຫ່ງ ສປປ ລາວ

ທ່ານ ສັນຕິພາບ ພົມວິຫານ, ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ ແຂວງເທື່ອທຽນ - ເຫວ້ (ພາບ: baomoi.com)

ທີ່ພິທີປະດັບຫຼຽນໄຊໃນຄັ້ງນີ້, ຕ່າງໜ້າ ປະທານປະເທດ ແຫ່ງ ສປປ ລາວ ສະຫາຍ ສັນຕິພາບ ພົມວິຫານ ໄດ້ປະດັບຫຼຽນໄຊ ແຮງງານຊັ້ນໜຶ່ງ ໃຫ້ແຂວງ ເທື່ອທຽນເຫວ້ ຍ້ອນບັນດາຜົນງານອັນດີເລີດ ປະກອບສ່ວນຊ່ວຍເຫຼືອແຂວງ ສະຫວັນນະເຂດ ໃນພາລະກິດພັດທະນາ ພື້ນຖານໂຄງລ່າງ ແລະ ກໍ່ສ້າງຊັບພະຍາກອນມະນຸດ ໃນຊຸມປີທີ່ຜ່ານມາ; ຜົນສຳເລັດ ກໍ່ຄືໝາກຜົນດັ່ງກ່າວໄດ້ປະກອບສ່ວນສຳຄັນໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ, ນຳ້ໃຈສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນທັງສອງປະເທດ ຫວຽດນາມ-ລາວ , ໃນໂອກາດຄົບຮອບ 40 ປີ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ຮ່ວມມືຮອບດ້ານ ລາວ-ຫວຽດນາມ(18/7/1977-18/7/2017) ແລະ 55 ປີ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ຫວຽດນາມ-ລາວ (5/9/1962 - 5/9/2017).

ກ່າວຄຳປາໄສທີ່ພິທີປະດັບຫຼຽນຄັ້ງນີ້, ຕ່າງໜ້າຄະນະພັກແຂວງ, ອຳນາດການປົກຄອງ ແລະ ປະຊາຊົນແຂວງເທື່ອທຽນເຫວ້ ສະຫາຍ ຟານ ຫງັອກເຖາະ ປະທານກຳມະການປະຊາຊົນແຂວງ ໄດ້ສະແດງຄວາມດີໃຈ ແລະ ຊາບຊື້ງໃຈເປັນຢ່າງສູງ ຕໍ່ກກັບ ຫຼຽນໄຊ ອັນມີຄ່າ ແລະ ຊົງກຽດ ຂອງ ພັກ, ລັດຖະບານ ແຫ່ງ ສປປ ລາວ ມອບໃຫ້ແຂວງ ເທື່ອທຽນເຫວ້ໃນຄັ້ງນີ້.

ຫຼຽນໄຊແຮງງານຊັ້ນໜຶ່ງ ທີ່ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ມອບໃຫ້ໃນຄັ້ງນີ້ ແມ່ນ ການຮັບຮູ້ເຖິງຜົນງານຂອງ ການຮ່ວມມືຢ່າງມີປະສິດທິຜົນ ແລະ ການຮ່ວມຄຽງບ່າຄຽງໄລ່ຊ່ວຍເຫຼືອເຊິ່ງກັນແລະກັນ ໃນຂະບວນການ-ການສ້າງສາພັດທະນາບ້ານເກີດເມືອງນອນ ຂອງ ທັງສອງ ແຂວງ ເທື່ອທຽນເຫວ້ ແລະ ສະຫັວນນະເຂດ. ສະຫາຍ ຟານ ຫງັອກເຖາະ ຍັງຢືນຢັນວ່າ: “ ນີ້ແມ່ນຂຸມກຳລັງແຮງ ກໍ່ສິ່ງທີປຸກລະດົມ ໃຫ້ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງເທື່ອທຽນເຫວ້ ສືບຕໍ່ເຮັດຢ່າງສຸດຄວາມສາມາດ ເພື່ອເພີ່ມພູນຄູນສ້າງ ນຳ້ໃຈສາມັກຄີ, ສາຍພົວພັນ ອັນສັດຊື່ ສະໜິດແໜ້ນ ລະຫວ່າງ ສອງປະເທດ ແລະ ສອງແຂວງ ໃນອານາຄົດ”

(ຫັດ​ທະ​ບູນ)

ທ່ານອາດຈະມັກ

302 Found

Found

The document has moved here.