ຄະນະ ພະນັກງານ ກວດກາລັດຖະບານລາວ ເຮັດວຽກກັບພະແນກກວດກາແຂວງກາວບັ່ງ

15:19 | 03/12/2018

ຍສໝ - ວັນທີ 3 ທັນວາ ຢູ່ແຂວງກາວບັ່ງ ຄະນະພະນັກງານກວດກາລັດຖະບານ ລາວ ໂດຍ ສະຫາຍ ຄຳພັນ ລີພຸງ ຮອງຫົວໜ້າກົມຄົ້ນຄ້ວາ ແລະ ວາລະສານ ກວດກາ ເປັນຫວົໜ້າຄະນະ ໄດ້ມາໄປຢ້ຽມຢາມ ແລະ ເຮັດວຽກ ແລກປ່ຽນບົດຮຽນ ດ້ານວຽກງານການກວດກາ, ແກ້ໄຂບັນຫາຟ້ອງຮ້ອງ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ກັບພະແນກ ກວດກາແຂວງກາວບັ່ງ. ມາກັບຄະນະປະກອບມີບັນດາການນຳຂອງສະຫາຍ.

ຄະນະ ພະນັກງານ ກວດກາລັດຖະບານລາວ ເຮັດວຽກກັບພະແນກກວດກາແຂວງກາວບັ່ງ

ຝ່າຍແຂວງກາວບັ່ງ ຮັບ ແລະ ເຮັດວຽກກັບຄະນະ ປະກອບມີສະຫາຍການນຳ, ຫົວໜ້າຫ້ອງ ແລະ ຮອງ ວິຊາການ ກວດກາ ແຂວງກາວບັ່ງ.(ພາບ: baocaobang.vn)

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເຮັດວຽກ.

ທີ່ກອງປະຊຸມເຮັດວຽກ ສະຫາຍ ຮ່ວາງ ຕ໋ຽນຄາງ ປະທານກວດກາແຂວງກາວບັ່ງ ໄດ້ລາຍງານສະພາບການໃຫ້ຄະນະຊາບໂດຍຫຍໍ້ດ້ານເສດຖະກິດ-ສັງຄົມ, ຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຂວງ ກາວບັ່ງ ກ່ຽວກັບການພັດທະນາ ການທ່ອງທ່ຽວ, ການຄ້າ ແລະການຂຸດຄົ້ນ້ປຸງແຕ່ງແຮ່ທາດ, ເສດຖະກິດດ່ານຊາຍແດນ, ກະສິກຳອິນຊີ. ໝາກຜົນຂອງການຊີ້ນຳບໍລິຫານ ວຽກງານການກວດກາ, ແກ້ໄຂບັນຫາການຟ້ອງຮ້ອງ, ແລະ ຕ້ານ , ສະກັດກັ້ນການສໍ້ລາດບັງຫຼວງ ຂອງ ພະແນກກວດກາແຂວງກາວບັ່ງໃນທີ່ຜ່ານມາ. ສະເລ່ຍໃນແຕ່ລະປີ ຂະແໜງກວດກາ ຈັດຕັ້ງການກວດກາ ເຖິງ 70 ຄັ້ງ; ຕ້ອນຮັບ ປະຊາຊົນ 3.500ຄັ້ງ/ປີ; ຮັບ ຈົດໝາຍ ແລະ ໃບສະເໜີຈາກປະຊາຊົນ 1.800 ສະບັບ.

ຄະນະ ພະນັກງານ ກວດກາລັດຖະບານລາວ ເຮັດວຽກກັບພະແນກກວດກາແຂວງກາວບັ່ງ

ສະຫາຍ ຮ່ວາງ ຕ໋ຽນຄາງ ປະທານກວດກາ ໄດ້ກ່າວລາຍງານ ການເຄື່ອນໄຫວຂອງ ຂະແໜງກວດກາ ແຂວງກາວບັ່ງຕໍ່ກອງປະຊຸມ. (ພາບ: baocaobang.vn)

ສະຫາຍ ຄຳພັນ ລີພຸ່ງ ໄດ້ກ່າວຄຳຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄມຕີຈິດ ຂອງ ອົງການກວດກາແຂວງ ກາວບັ່ງ ທີ່ມອບໃຫ້ຄະນະ. ອົງການກວດກາລັດຖະບານລາວ ຍາມໃດກໍ່ເຫັນສຳຄັນກ່ຽວກັບສາຍພົວພັນມິດຕະພາບອັນຍາວນານ ແລະ ພິເສດຂອງ ຫວຽດນາມ ແລະ ລາວ ເວົ້າລວມ ແລະ ອົງການກວດກາ ຂອງສອງປະເທດເວົ້າສະເພາະ; ທ່ານຫັວງເປັນຢ່າງຍິ່ງວ່າ ຈະຊຸກ ຍູ້ ສາຍພົວພັນອັນເກົ່າແກ່ແລະ ຍາວນານ, ຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ນັບມື້ນັບເລິກເຊິ່ງຂື້ນກວ່າເກົ່າ.

ຄະນະ ພະນັກງານ ກວດກາລັດຖະບານລາວ ເຮັດວຽກກັບພະແນກກວດກາແຂວງກາວບັ່ງ

ສະຫາຍ ຄຳພັນ ລີພຸງ ຮອງຫົວໜ້າກົມ ຄົ້ນຄວ້າ ແລະ ວາລະສານ ກວດກາລັດຖະບານ ລາວ ກ່າວຄຳເຫັນທີ່ກອງປະຊຸມເຮັດວຽກ.(ພາບ: baocaobang.vn)

ທີ່ກອງປະຊຸມການເຮັດວຽກ ທັງສອງຝ່າຍໄດ້ແບ່ງປັນບົດຮຽນໃນບາງຂະແໜງການເປັນຕົ້ນແມ່ນ: ຂະແໜງກວດກາ, ການຮັບຕ້ອນປະຊາຊົນ, ແກ້ໄຂການຟ້ອງຮ້ອງ ແລະ ຕ້ານ-ສະກັດກັ້ນການສໍ້ລາດບັງຫຼວງ; ແລກປ່ຽນບັນຫາທີ່ມີຄວາມຫຍຸ້ງຍາກໃນວຽກງານກວດກາ.

(ຫັດ​ທະ​ບູນ)

ເຫດການ