ການນຳຂັ້ນສູງ ສສ ຫວຽດນາມອວຍພອນວັນຊາດລາວ

20:39 | 02/12/2018

ສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສະຫາຍ ນາງ ຫງວຽນ ທິ ກິມ ເງິນ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ເນື້ອໃນສານມີດັ່ງນີ້:


ການນຳຂັ້ນສູງ ສສ ຫວຽດນາມອວຍພອນວັນຊາດລາວ

ຜູ້ນຳຂອງສອງປະເທດ ຫວຽດນາມ-ລາວ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ, ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດ ນາມ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ພວກຂ້າພະເຈົ້າຂໍສົ່ງຄຳອວຍພອນອັນອົບອຸ່ນສະ ໜິດສະໜົມທີ່ສຸດມາຍັງຄະນະບໍລິຫານງານສູນກາງພັກ ປະ ຊາຊົນ ປະຕິວັດລາວ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງ.
ພວກຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າຕະຫຼອດໄລຍະ 43 ປີທີ່ຜ່ານມາ, ພາຍໃຕ້ການນຳພາອັນປີຊາສາມາດຂອງພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ, ດ້ວຍນຳ້ໃຈຮັກຊາດອັນດູດດື່ມ ແລະ ມູນເຊື້ອການປະຕິວັດອັນອົງອາດກ້າຫານ, ປະຊາຊົນລາວອ້າຍນ້ອງໄດ້ເສີມຂະຫຍາຍກຳລັງແຮງສັງລວມທົ່ວປະເທດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍປະການ ແລະ ຍາດມາໄດ້ຫຼາຍຜົນງານອັນໃຫຍ່ຫຼວງໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ພິເສດ, ພາຍຫຼັງເວລາເກືອບ 3 ປີຂອງການປະຕິບັດມະ ຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ປະຊາຊົນ ປະຕິວັດລາວ, ສະພາບການການເມືອງ-ສັງຄົມລາວມີສະຖຽນລະພາບ; ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ຮັກສາໄວ້ຢ່າງໜັກແໜ້ນ; ເສດຖະກິດມີການຂະຫຍາຍຕົວໄວ; ຂະແໜງການສຶກສາ, ວັດທະນະທຳ, ສັງຄົມມີຄວາມກ້າວໜ້າ; ຊີວິດການເປັນຢູ່ທັງທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ປັບປຸງຢ່າງບໍ່ຢຸດຢັ້ງ; ອິດທິພົນຊື່ສຽງ ແລະ ຖານະບົດບາດຂອງສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສູງເດັ່ນຂຶ້ນທັງຢູ່ໃນພາກພື້ນ ແລະ ເວທີສາກົນ.
ພວກຂ້າພະເຈົ້າຊົມເຊີຍບັນດາຜົນສຳເລັດສຳຄັນດັ່ງກ່າວຂອງບັນດາສະຫາຍຢ່າງສຸດໃຈ ແລະ ຂໍອວຍພອນຢ່າງຈິງໃຈປະຊາຊົນລາວອ້າຍນ້ອງ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ປະຊາຊົນ ປະຕິວັດລາວ ໂດຍມີສະຫາຍເລຂາທິການໃຫຍ່ ປະທານປະເທດ ບຸນຍັງ ວໍລະຈິດ ເປັນຜູ້ນຳໜ້າຈະສືບຕໍ່ຍາດມາໄດ້ຫຼາຍໄຊຊະນະອັນໃໝ່, ໃຫຍ່ຫຼວງກວ່າເກົ່າໃນຂະບວນວິວັດແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ແຜນການພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ໄລຍະ 2016-2020; ກະກຽມໃຫ້ແກ່ການຈັດຕັ້ງກອງປະຊຸມໃຫຍ່ຂອງພັກຂັ້ນຕ່າງໆເພື່ອກ້າວໄປເຖິງການດຳເນີນກອງປະຊຸມໃຫຍ່ຄະນະຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກໃຫ້ສຳເລັດຢ່າງຈົບງາມ; ສ້າງສຳເລັດປະເທດລາວແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.
ພວກຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ບໍລິສຸດຜຸດຜ່ອງ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດ ນາມ-ລາວ ໂດຍແມ່ນປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ພ້ອມກັບບັນດາສະຫາຍການນຳຮຸ່ນຕ່າງໆ ແລະ ປະຊາຊົນສອງຊາດໄດ້ເພີ່ມພູນຄູນສ້າງມານັ້ນໄດ້ຮັບການປັບປຸງ ແລະ ພັດ ທະນາຂຶ້ນນັບມື້ນັບເຂົ້າສູ່ລວງເລິກ, ປະກົດຜົນເປັນຈິງ ແລະ ມີປະສິດທິຜົນໃນທຸກໆຂົງເຂດ, ຕອບສະໜອງຄວາມມຸ້ງຫວັງ ແລະ ຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.
ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍສະເໝີຕົ້ນສະເໝີປາຍເດັດດ່ຽວຮ່ວມກັບພັກ, ລັດ ແລະ ປະຊາຊົນ ລາວອ້າຍນ້ອງປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ຫວຽດນາມ - ລາວ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າໃຫ້ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົບຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ມີປະສິດທິຜົນ ແລະ ລຳ້ຄ່າແກ່ປະຊາຊົນຫວຽດນາມ ໃນພາລະກິດແຫ່ງການປົດປ່ອຍຊາດ, ໂຮມປະເທດຊາດເປັນອັນໜຶ່ງອັນດຽວໃນເມື່ອກ່ອນກໍຄືໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ.
ຂໍອວຍພອນບັນດາສະຫາຍຈົ່ງມີສຸຂະພາບເຂັ້ມແຂງ, ປະ ສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງ ແລະ ມີກຽດສະຫງ່າຂອງບັນດາສະຫາຍ.
ຂໍອວຍພອນສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໝັ້ນຄົງທະນົງແກ່ນ ແລະ ຂຽວສົດງົດງາມຕະຫຼອດກາລະນານ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.