ເດັກນ້ອຍລາວ ອາຍຸ 10 ປີ ກຳເປັນ ໂລກ​ຕາລາ​ເຊ​ມີ (ປ້າງ​ກິນ​ເລືອດ)

10:47 | 29/11/2018

ຍສມ - ວັນທີ 28 ພະຈິກ, ທີ່ຫ້ອງການສັງຄົມສົງເຄາະ ຂອງ ໂຮງໝໍສູນກາງ ເດັກ ຮ່າໂນ້ຍ ສສ ຫວຽດນາມ, ຕ່າງໜ້າໜັງສືພິມ ເທີ່ຍດ້າຍ ໂດຍທ່ານ ຟານ ຮົ່ງເຊີນ ຮອງບັນດາທິການ ໄດ້ເຂົ້າຢ້ຽມຢາມ ຖາມຂ່າວ ແລະ ມອບຂອງຂັວນໃຫ້ ຄອບຄົວຂອງ ນ້ອງ ຊາດ ຢາງ , ຜູ້ປ່ວຍເດັກຄົນລາວ ທີ່ຢູ່ ບ້ານ ໂພນສະຫວັນໄຊ, ເມືອງ ແປກ, ແຂວງ ຊຽງຂວາງ ທີ່ກຳລັງປິ່ນປົວ ຢູ່ພະແນກ ມະເຮັງ ຂອງໂຮງໝໍສູນກາງເດັກ.

ເດັກນ້ອຍລາວ ອາຍຸ 10 ປີ ກຳເປັນ ໂລກ​ຕາລາ​ເຊ​ມີ (ປ້າງ​ກິນ​ເລືອດ)

ເດັກຊາຍ ຊາດ ຢາງ ກຳລັງຮັກສາໂລກເດັກນ້ອຍລາວ ອາຍຸ 10 ປີ ກຳລັງເປັນ ໂລກ​ຕາລາ​ເຊ​ມີ (ປ້າງ​ກິນ​ເລືອດ) ຢູ່ ໂຮງໝໍ ສູນກາງເດັກ.

ນ້ອງ ຊາດ ຢາງ (ເກີດປີ 2008 ຢູ່ແຂວງຊຽງຂວາງ , ລາວ) ເຂົ້າໂຮງໝໍເມື່ອໂຮງໝໍເພື່ອຮັກສາໂລກ ໃນວັນທີ 5 ເດືອນພະຈິກ 2018 ດ້ວຍອາການອ່ອນເພຍ, ກິນບໍ່ໄດ້, ນຳ້ໜັກ່ອນຮັບເຂົ້າໂຮງໝໍແມ່ນປະມານ 15 ກິໂລ.

ຮູ້ວ່າໃນຕົ້ນເດືອນ ມັງກອນ ປີ 2018, ເດັກຊາຍ ຊາດ ຢາງ ມີອາການກິນເຂົ້າບໍ່ແຊບ, ບໍ່ຮູ້ສຶກຢາກກິນເຂົ້າ ແລະ ມັກເຈັບເປັນ.ໃນໄລຍະ 2-3 ເດືອນ ແມ່ນມີອາການແບບນັ້ນຢູ່ຕະຫຼອດ, ດັ່ງນັ້ນຄອບຄົວໄດ້ຕັດສິນໃຈພາ ຊາດ ຢາງ ໄປກວດຢູ່ ໂຮງໝໍແຂວງຊຽງຂວາງ ແຕ່ກໍ່ບໍ່ຮູ້ສາຍເຫດວ່າເປັນໂລກຫຍັງ. ຊ່ວງເດືອນ 9 ຫາ ເດືອນ 10 ທີ່ຜ່ານມາ ຄອບຄົວໄດ້ພາລູກຊາຍຂອງຕົນມາກວດຢູ່ ໂຮງໝໍທີ່ນະຄອນຫຼວງວຽງຈັນ, ທ່ານໝໍໄດ້ໃຫ້ຮູ້ວ່າຜົນກວດ ເດັກເປັນໂລກມະເຮັງ, ຕ້ອງໄດ້ຮັບການຮັກສາ ແລະ ຜ່າຕັດໃນໂຮງໝໍທີ່ມີເຕັກນິກ ແລະ ທ່ານໝໍທີ່ຊ່ຽວຊານ. ຫຼັງຈາກນັ້ນ ທາງຄອບຄົວຕັດສິນໃຈ ພາລູກຊາຍຂ້າມໄປກວດຢູ່ ໂຮງໝໍປະເທດໄທ ຜ່ານການກວດໂລກ ແລ້ວ ທ່ານໝໍໄດ້ແຈ້ງໃຫ້ທາງຄອບຄົວເດັກຮູ້ວ່າ: ເດັກນ້ອຍເປັນໂລກມະເຮັງຕ່ອມນຳ້ເຫຼືອງ ແລະ ຄ່າໃຊ້ຈ່າຍໃນການຜ່າຕັດ ແມ່ນ 7ແສນ ເຖິງ 1 ລ້ານ ກວ່າບາດ ໄທ.

ຊາດ ຢາງ ເກີດມາໃນຄອບຄົວຊາວໄຮ່-ຊາວນາ ມີອ້າຍເອື້ອຍນ້ອງນຳກັນ 6 ຄົນ ດ້ວຍມີສຸຂະພາບອ່ອນແອ ແລະ ມີຄວາມທຸກຍາກ, ເປັນຜູ້ທີ 4 ຂອງອ້າຍເອື້ອຍນ້ອງ. ຕໍ່ກັບຜົນການກວດຂອງ ໂຮງໝໍ ຢູ່ປະເທດໄທ, ຄອບຄົວໄດ້ປຶກສາຫາລືນຳກັນ ວ່າຖ້າມາຮັກສາ ກໍ່ຄືຜ່າຕັດຢູ່ ຫວຽດນາມ ຄ່າໃຊ້ຈ່າຍຄົງຈະບໍ່ແພງປານໃດ ນອກນັ້ນ ຫວຽດນາມ ໄດ້ເປັນປະເທດທີ່ມີບຸກຄະລາກອນ ແລະ ເຕັກນິກອຸບປະກອນ ທີ່ທັນສະໄໝ ແລະ ມີຊື່ສຽງ ໃນພາກພື້ນ, ສະນັ້ນຄອບຄົວຂອງນ້ອງ ຊາດ ຢາງ ຈິ່ງຕັດສິນໃຈ ພາມາຮັກສາຢູ່ ຫວຽດນາມ.

ຊາດ ຢາງ ມາຫວຽດນາມ ກັບຜູ້ເປັນພໍ່ ແລະ ອ້າຍເຂີຍ ມີເງິນຕິດກະເປົ໋າມາພຽງ 21 ລ້ານດົ່ງ(ປະມານ 7-8 ລ້ານກີບ). ຄອບຄົວຂອງ ຊາດ ຢາງ ໄດ້ເລົ່າສູ່ຝັງວ່າ: ໃນການເຂົ້າໂຮງໝໍຄອບຄົວຕ້ອງໄດ້ມອບເງິນຄຳປະກັນກ່ອນ 67 ລ້ານດົ່ງ, ດັ່ງນັ້ນທາງຄອບຄົວໄດ້ຕິດຕໍ່ກັບມາບ້ານໃຫ້ຜູ້ເປັນແມ່ ໄປຢືມເງິນນຳຍາດຕິດພີ່ນ້ອງ. ມາຮອດ ວັນທີ 28 ພະຈິກ ເຖິງວ່າຈະໄດ້ຮັບການຊ່ວຍເຫຼືອ ຈາກ ຫ້ອງການສັງຄົມສົງເຄາະ ຂອງ ໂຮງໝໍດັ່ງກ່າວ ຄືໃຫ້ບັດກິນເຂົ້າ, ແຕ່ໃນປະຈຸບັນຄອບຄົວຂອງ ຊາດ ຢາງ ຍັງເງິນຕິດຕົວຢູ່ປະມານ 5 ແສນດົ່ງ. ອ້າຍເຂີຍຂອງ ນ້ອງ ຊາດ ຢາງ ໄດ້ເວົ້າຕື່ມອີກວ່າ: ປະຈຸບັນ ຄອບຄົວກໍ່ໄດ້ວາງແຜນທີ່ຈະຂາຍດິນນາມາຮັບໃຊ້ໃນການໃຊ້ຈ່າຍຮັກສາໂລກຄັ້ງນີ້ນຳອີກ.

ເດັກນ້ອຍລາວ ອາຍຸ 10 ປີ ກຳເປັນ ໂລກ​ຕາລາ​ເຊ​ມີ (ປ້າງ​ກິນ​ເລືອດ)

ທ່ານ ຟານ ຮົ່ງເຊີນ ຮອງບັນນາທິການ ໜັງສືພິມ ເທີ່ຍດ້າຍ ມອບຂອງຂວັນໃຫ້ແກ່ຄອບຄົວຂອງ ນ້ອງ ຊາດ ຢາງ.

ຕອນທີ່ຕ່າງໜ້າຂອງຄອບຄົວໄດ້ຮັບຂອງຂວັນ ຈາກ ຄະນະ ບັນນາທິການ ໜັງສືພິມ ເທີ່ຍດ້າຍ, ທາງຄອບຄົວຮູ້ສຶກດີໃຈຢ່າງສຸດຊື້ງຕໍ່ນຳ້ໃຈທີ່ມອບໃຫ້ແກ່ຄອບຄົວຂອງເດັກ ແລະ ພ້ອມກັນນັ້ນກໍ່ກ່າວຄຳຂອບໃຈຕໍ່ກັບນຳ້ໃຈກໍ່ຄືນຳ້ໃຈເພື່ອແຜ່ຂອງເພື່ອນຜູ້ອ່ານຂອງໜັງສືພິມເທີ່ຍດ້າຍໃນຄັ້ງນີ້ດ້ວຍ. ຈຳນວນເງິນດັ່ງກ່າວທີ່ໄດ້ຮັບໃນຄັ້ງນີ້ແມ່ນຄອບຄົວຈະມອບໃຫ້ທາງໂຮງໝໍ ເພື່ອຈ່າຍຄ່າຮັກສາໃນຄັ້ງນີ້ທີ່ຍັງບໍ່ພໍ.

ເດັກນ້ອຍລາວ ອາຍຸ 10 ປີ ກຳເປັນ ໂລກ​ຕາລາ​ເຊ​ມີ (ປ້າງ​ກິນ​ເລືອດ)

ທີ່ການມອບຂອງຂັວນ.

ປະຈຸບັນຍ້ອນຄວາມແຕກຕ່າງດ້ານພາສາປາກເວົ້າ, ຄອບຄົວ ຂອງ ຊາດ ຢາງ ຕ້ອງໄດ້ຂໍຄວາມຊ່ວຍເຫຼືອຈາກ ຊຸ່ງ ອາ ເຊັ່ງ ຊ່ວຍແປ, ຊຸ່ງ ອາ ເຊັ່ງ (ແມ່ນຄົນເຜົ່າມົ້ງ, ບ້ານ ບ໋າດຊ໋າດ, ແຂວງ ລ່າວກາຍ ສສ ຫວຽດນາມ) ກໍ່ມີລູກກຳລັງຮັກສາໂຕຢູ່ໂຮງໝໍນີ້ຄືກັນ. ແຕ່ລະມື້ຄອບຄົວຂອງ ຊາດ ຢາງ ຕ້ອງໄດ້ຂໍຄວາມຈາກຫ້ອງການສັງຄົມສົງເຄາະຂອງໂຮງໝໍສູນກາງ ເດັກ ສຳລັບຄາບເຂົ້າແຕ່ລະມື້ ແລະ ບັນດາຜູ້ໃຈບຸນອື່ນໆ.

ຊາດ ຢາງ ກຳລັງຢູ່ໃນຊ່ວງແຫ່ງຄວາມລຳບາກ ຂອງການກວດກາອາການ ແລະ ວິນິໄສໂລກຕ່າງໆ ຂອງໂຮງໝໍ; ການຮັກສາໂລກຂອງລາວມາຈະໃຊ້ເວລາຍາວນານ, ໃນຄະນະທີ່ ຄອບຄົວກໍ່ຄືຍາດຕິພີ່ນ້ອງກໍ່ກຳປະສົບຄວາມລຳບາກຄືກັນ. ໜັງສືພິມ ເທີ່ຍດ້າຍ ຫວັງເປັນຢ່າງຍິ່ງວ່າ: ຄອບຄົວຂອງ ຊາດ ຢາງ ຈະສືບຕໍ່ຮັບການຊ່ວຍເຫຼືອ ອຸ້ມຊູຈາກບັນດາເພື່ອນຜູ້ອ່ານ ຂອງໜັງສືພິມ ເທີ່ຍດ້າຍ ເພື່ອໃຫ້ ຊາດ ຢາງ ສາມາດ ຈ່າຍຄ່າໂຮງໝໍ ໃນການຮັກສາໂລກ ແລະ ກັບມາສຸກຂະພາບເຂັ້ມແຂງກັບໄປສູ່ຄອບຄົວອັນອົບອຸ່ນຄືເກົ່າ.

ທຸກການຊ່ວຍເຫຼືອ ເດັກຊາຍ ຊາດ ຢາງ ກະລຸນາສົ່ງມາທີ່: ໜັງສືພິມ ເທີ່ຍດ້າຍ ເອເລັກໂຕນິກ ພາກພາສາລາວ, 61 ບ່າຈ້ຽວ, ຮວ່ານກຽມ, ຮ່າໂນ້ຍ(61Ba Trieu, Hoan Kiem, Ha Noi)

ຫຼືສາມາດບໍລິຈາກຜ່ານ ບັນຊີທະນາຄານໄດ້ທີ່: ເລກບັນຊີ: 113000024410 ທະນາຄານ Viettinbank ສາຂາ Dong Da. ເນື້ອໃນຂຽນລະອຽດວ່າ: ບໍລິຈາກຊ່ວຍ ເດັກຊາຍ ຊາດ ຢາງ ເພື່ອຮັກສາໂລກ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.