ຮ່າໂນ້ຍ ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ

16:09 | 01/12/2018

ທ້າຍເດືອນທີ່ຜ່ານມາ, ທ່ານ ຫງວຽນດຶກຈູງ, ກຳມະການສູນກາງພັກ, ຮອງເລຂາພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ພ້ອມກັບຄະນະຜູ້ແທນຄະນະກຳມະການປະຊາຊົນນະຄອນ ໄດ້ໄປຢ້ຽມຢາມ ແລະອວຍພອນພະນັກງານ, ພາລະກອນຂອງສະຖານທູດລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 43 ປີແຫ່ງວັນຊາດຂອງ ສປປ ລາວ.

ຮ່າໂນ້ຍ ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ

ທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ຕ້ອນຮັບທ່ານ ຫງວຽນດຶກຈູງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ. (ພາບ: hanoimoi.com.vn)

ທ່ານ ຫງວຽນດຶກຈູງ ຢືນຢັນວ່າ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ ໄດ້ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນນະຄອນຫຼວງຮ່າໂນ້ຍ ຍາມໃດກໍ່ນັບຖື ແລະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສ້າງຄວາມສາມັກຄີມິດຕະພາບແບບພິເສດນີ້ຢ່າງບໍ່ຢຸດຢັ້ງ.

ທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ເຫັນດີເປັນເອກະພາບວ່ານະຄອນຮ່າໂນ້ຍ ແລະສະຖານທູດລາວ ປະຈຳຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງຮ່າໂນ້ຍ ກັບບັນດາທ້ອງຖິ່ນຂອງລາວ.

(ແຫຼ່ງ​ຂໍ້​ມູນ​: ທູຮັ່ງ/ກປ.ອອນໄລ)