ສຳນັກພິມຈຳໜ່າຍ ສຶກສາ ຫວຽດນາມ ຊ່ວຍເຫຼືອໃນການກໍ່ສ້າງບຸກຄະລາກອນ ແລະ ອຸປະກອນໃຫ້ ອ້າຍນ້ອງລາວ

15:09 | 28/11/2018

ຍສໝ - ວັນທີ 28 ເດືອນ ພະຈິກນີ້ ຢູ່ນະຄອນ ໂຮ່ຈີ໋ມິງ ສຳນັກພິມສຶກສາ ຫວຽດນາມ (ກະຊວງ ສຶກສາ ແລະ ກໍ່ສ້າງ) ໄດ້ເຮັດວຽກກັບບໍລິສັດ ອຸບປະກອນການສຶກສາ ກະຊວງ ສຶກສາ ແລະ ກິລາ ຂອງ ສປປ ລາວ) ກ່ຽວກັບຜົນສຳເລັດຂອງການຮ່ວມມື, ອົບຮົມ ຊ່ວຍຍົກລະດັບວິຊາສະເພາະ ກ່ຽວກັບ ການພິມຈຳໜ່າຍ, ຈັດພິມ, ເຕັກນິກໃນການຜລິດອຸປະກອນການສຶກສາ.

ສຳນັກພິມຈຳໜ່າຍ ສຶກສາ ຫວຽດນາມ ຊ່ວຍເຫຼືອໃນການກໍ່ສ້າງບຸກຄະລາກອນ ແລະ ອຸປະກອນໃຫ້ ອ້າຍນ້ອງລາວ

ທ່ານ ຫງວ໋ຽນ ດຶກຖາຍ ມອບຂອງຂັວນໃຫ້ແກ່ ລັດວິສາຫະກິດ ອຸປະກອນການສຶກສາ ລາວ. (ພາບ:giaoducthoidai.vn)

ກ່າວຄຳເຫັນໃນກອງປະຊຸມການເຮັດວຽກ ທ່ານ ຫງວ໋ຽນ ດຶກຖາຍ ໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດ ນະໂຍບາຍຂອງພັກ ແລະ ລັດຖະບານ ຫວຽດນາມ-ລາວ ໃນການເພີ່ມທະວີສາຍພົວພັນອັນເກົ່າແກ່, ຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ ລະຫ່ວາງ ສອງປະເທດ, ສຳນັກພິມ ສືກສາ ຫວຽດນາມ ໄດ້ລົງນາມໃນຫຼາຍສັນຍາ ການຮ່ວມມື ກັບ ບໍລິສັດ ອຸບປະກອນການສຶກສາ ລາວ ແລະ ລັດວິສາຫະກິດ ຈັດພິມຈຳໜ່າຍ ລາວ ກ່ຽວກັບການຈັດຕັ້ງຝຶກອົບຮົມຍົກລະດັບ ວິຊາສະເພາະ ກ່ຽວກັບການພິມຈຳໜ່າຍ, ຈັດພິມ, ເຕັກນິກຜະລິດອຸບປະກອນການສຶກສາ ໃຫ້ແກ່ພະນັກງານ ຂອງສອງບໍລິສັດນີ້; ເພື່ອຍົກສູງຝີມື, ນຳໃຊ້ຢ່າງຄ່ອງແຄ້ວເຄື່ອງຈັກ, ຍົກສູງຄຸນນະພາບຂອງສິນຄ້າກໍ່ຄືຜລິດຕະພັນ, ປະກອບສ່ວນເຂົ້າໃນການຜລິດ, ພິມ, ສະໜອງ ປື້ມຄູ່ມືການຮຽນ, ອຸບປະກອນການສຶກສາ ໃຫ້ນັກຮຽນລາວໃນທົ່ວປະເທດ.

ສຳນັກພິມຈຳໜ່າຍ ສຶກສາ ຫວຽດນາມ ຊ່ວຍເຫຼືອໃນການກໍ່ສ້າງບຸກຄະລາກອນ ແລະ ອຸປະກອນໃຫ້ ອ້າຍນ້ອງລາວ

ບັນຍາກາດກອງປະຊຸມການເຮັດວຽກຂອງສອງຝ່າຍ. (ພາບ:giaoducthoidai.vn)

ກ່າວຄຳເຫັນທີ່ກອງປະຊຸມ ທ່ານ ສອນໄຊ ເພັດພະຈັນ ສະແດງຄຳຂອບໃຈມາຍັງ ສຳນັກພິມຈຳໜ່າຍ ສຶກສາ ຫວຽດນາມ ໄດ້ໃຫ້ຄວາມຊ່ວຍເຫຼືອ ພິເສດໃຫ້ແກ່ ບໍລິສັດ; ຂອບໃຈ ສຳນັກພິມຈຳໜ່າຍ ສຶກສາ ຫວຽດນາມ ປະຈຳ ນະຄອນໂຮ່ຈີ໋ມິງ, ບໍລິສັດ ປື້ມ ແລະ ອຸບປະກອນໂຮງຮຽນ ນະຄອນໂຮ່ຈີ໋ມິງ ຫົວໜ່ວຍທີ່ໄດ້ຮັບການຄັດເລືອກໃຫ້ ຈັດອົບຮົມວິຊາສະເພາະ ໃຫ້ແກ່ ພະນັກງານ ຂອງບໍລິສັດ ອຸບປະກອນ ການສຶກສາ ລາວ ໄດ້ໃຫ້ການຊ່ວຍເຫຼືອແບ່ງປັນຢ່າງແທ້ຈິງ ດ້ານບົດຮຽນໃນການຄຸ້ມຄອງ, ດ້ານວິຊາສະເພາະ ເພື່ອເຮັດໃຫ້ບໍລິສັດ ສາມາດກໍ່ສ້າງໄດ້ຖັນແຖວພະນັກງານທີ່ເກັ່ງດ້ານວິຊາສະເພາະ ຕອບສະໜອງໄດ້ເຖິງຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ຂອງຕົນ.

(ຫັດ​ທະ​ບູນ)