ຍສໝ - ຕອນເຊົ້າຂອງວັນທີ 21 ທັນວາ ທີ່ຫ້ອງສັງຄົມສົງເຄາະ ໂຮງໝໍເດັກສູນກາງ , ຕ່າງໜ້າຂອງໜັງສືພິມ ເທີ່ຍດ້າຍ ຮ່ວມກັບ ຄະນະພົວພັນ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຮ່ວມການປະຕິວັດ ລາວ (ຄະນະພົວພັນ) ໄດ້ມອບເງິນຈຳນວນ 11.200.000ດົ່ງ ໃຫ້ແກ່ນ້ອງ Sard Yang ຜູ້ທີ່ເປັນໂລກໃນບົດຄວາມ “ເດັກນ້ອຍລາວ ອາຍຸ 10 ປີ ກຳເປັນ ໂລກຕາລາເຊມີ (ປ້າງກິນເລືອດ)”
ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໄດ້ຈັດກອງປະຊຸມກະກຽມເນື້ອໃນ ແກ່ກອງປະຊຸມ ຄັ້ງທີ 41 ປະຈຳປີ 2019 ຂອງສອງຄະນະກຳມະການຮ່ວມມືທະ ວິພາຄີ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຫວຽດນາມ, ໂດຍມີ ທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ທ່ານ ຫງວຽນ ວັນ ຈຸງ ຮອງລັດ ຖະ ມົນຕີ ກະຊວງແຜນການ ແລະ ການລົງທຶນ, ຮອງປະທານຄະນະກຳມະການຮ່ວມມືຫວຽດ ນາມ-ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຂອງສອງປະເທດ ເຂົ້າຮ່ວມ.
ຕອນເຊົ້າວັນທີ 19 ທັນວາ, ທີ່ຮ່າໂນ້ຍ, ທ່ານນາງ ຈິ້ງທິຖຸຍ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ.
ເຫດການວັດທະນະທໍານີ້ ແນໃສ່ຈຸດປະສົງ ຊ່ວຍໃຫ້ຊາວຫວຽດນາມ ມີ ໂອກາດ ເຂົ້າໃຈແຈ້ງກວ່າ ກ່ຽວກັບພື້ນຖານວັດທະນະທໍາທີ່ເປັນເອກະລັກສະເພາະຂອງປະຊາຊົນລາວອ້າຍນ້ອງ
ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະ ຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5 ຂອງ ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນລະຫວ່າງວັນທີ 18-19 ທັນວາ 2018, ສະຫາຍ ຟ້າມ ບິ່ງ ມິງ ແລະ ຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່,ປະທານປະເທດ ແຫ່ງ ສປປ ລາວ, ທີ່ ທຳນຽບປະທານປະເທດ, ໃນວັນທີ 19 ທັນວາ 2018.
ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງຂັ້ນລັດຖະມົນຕີ ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5 ປະຈໍາປີ 2018, ທີ່ນະຄອນຫລວງວຽງຈັນ, ແຕ່ວັນທີ 18-19 ທັນວາ 2018, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ຍສໝ - ຕາມເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ທ່ານ ຫງວ໋ຽນ ບ໋າຮຸ່ງ ໃນຊຸມປີທີ່ຜ່ານມາ ສາຍພົບພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໄດ້ຮັບການພັດທະນາ ແລະ ປະສົບຜົນສຳເລັດ ທີ່ສຳຄັນ ຢ່າງບໍ່ຢຸດຢັ້ງ ໃນຫຼາຍຂົງເຂດ.
ຍສໝ - ຕອນບ່າຍວັນທີ 18 ທັນວາ, ທີ່ນະຄອນຫຼວງ ວຽງຈັນ, ກະຊວງ ສຶກສາ ແລະ ກໍ່ສ້າງຫວຽດນາມ ສົມທົບ ກັບ ກະຊວງ ສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຈັດພິທີສະຫຼອງເປີດ ນຳໃຊ້ ອາຄານ 4 ແຫ່ງ ໃນ 4 ໂຄງການ ຂອງ ການກໍ່ສ້າງ ແລະ ບຸລະນະພື້ນຖານໂຄງລ່າງການສຶກສາຢູ່ ລາວ.
ຍສໝ - ຄຳນັບຮັບຕ້ອນຄອບຮອບ 74 ປີ ວັນສ້າງຕັ້ງ ກອງທັບປະຊາຊົນ ຫວຽດນາມ, ໃນໄລຍະສອງວັນ 14-15 ທັນວາ ນີ້, ກອງບັນຊາການທະຫານ ຊາຍແດນ ແຂວງກວ້າງຈິ ປະສານສົມທົບ ກັບ ພະແນກສາທາລະນະສຸກ, ສູນການແພດເມືອງ ກາຣົງ, ໂຮງໝໍວັນນະໂລກ ແລະ ພະຍາດປອດ ແຂວງກວ້າງຈິ ໄດ້ຈັດການກວດພະຍາດ ແລະ ແຈກຢາຮັກສາໂລກ ໂດຍບໍ່ເສຍຄ່າ, ມອບຂອງຂວັນ ໃຫ້ແກ່ປະຊາຊົນ ບ້ານລາໄລ, ກຸ່ມບ້ານ ອາໂງ, ເມືອງກາຣົງ, ແຂວງ ກວ້າງຈິ ແລະ ບ້ານ ລາໄລ ອາສ໋ອຍ, ເມືອງສະໝ໋ວຍ ແຂວງສາລະວັນ.
ສື່ມວນຊົນ ມີບົດບາດສຳຄັນຫລາຍຕໍ່ການໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານໃຫ້ສັງຄົມ ກໍ່ຄື ໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບການອະນຸລັກ ແລະ ປົກປັກຮັກສາມໍລະດົກດ້ານວັດທະນາທຳ, ທຳມະຊາດ ລວມເຖິງຮີດຄອງປະເພນີ ທີ່ເປັນເອກະລັກຂອງທ້ອງຖິ່ນໃຫ້ມີຄວາມຍືນຍົງ.
ຕະຫລອດໄລຍະຜ່ານມາ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ມີນະໂຍບາຍເປີດກວ້າງ ການພົວພັນຮ່ວມມືກັບພາຍນອກ ໂດຍສະເພາະນະໂຍບາຍ ເພື່ອເຊື່ອມຈອດ-ເຊື່ອມໂຍງ ກັບບັນດາປະເທດເພື່ອນມິດ ໃນພາກພື້ນ ແລະ ໃນໂລກ. ດັ່ງນັ້ນ, ຈຶ່ງໄດ້ເຂົ້າຮ່ວມລົງນາມໃນຫລາຍສັນຍາຂອບການຮ່ວມມື ເປັນຕົ້ນ ອານຸພາກພື້ນແມ່ນ້ຳຂອງ, ອົງການແອສແຄັບ, ອົງການອຸນຕັດ ແລະ ອື່ນໆ ເຊິ່ງໄດ້ເນັ້ນໜັກການອຳນວຍ ຄວາມສະດວກດ້ານການຂົນສົ່ງ ໃນຫລາຍຮູບແບບ ລວມ ທັງການພັດທະນາ ລະບົບຂົນສົ່ງທາງລົດໄຟ.
ໃນວັນທີ 16 ທັນວາ 2018, ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນການຈັດກອງປະຊຸມໃນຄັ້ງນີ້.
ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ທັນວາ 2018. ພ້ອມດຽວກັນນີ້, ສະຫາຍ ຫວັງ ອີ້ ຈະໄດ້ສືບຕໍ່ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ຊຶ່ງຈະຈັດຂຶ້ນໃນວັນທີ 17 ທັນວາ 2018, ທີ່ ແຂວງຫຼວງພະບາງ.
ວັນທີ 14 ທັນວາ, ທີ່ນະຄອນຫລວງ ພະນົມເປັນ, ສານສູງສຸດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຕັ້ງກອງປະຊຸມສານບັນດາແຂວງຊາຍແດນຄັ້ງທີ 5 ກ່ຽວກັບການເຄື່ອນໄຫວຕ້ານອາດຊະຍາກຳ ແລະ ແກ້ໄຂບັນດາຄະດີແພ່ງຂ້າມຊາຍແດນ.
ໃນວັນທີ 14 ທັນວາ 2018 ຢູ່ສະໂມສອນ ກະຊວງປ້ອງກັນປະເທດ ໄດ້ຈັດງານຖະ ແຫລ່ງຂ່າວ ກ່ຽວກັບການກະກຽມສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20/01/1949-20/01/2019), ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ກະກຽມສະເຫລີມສະຫລອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ, ມີບັນດາ ສະຫາຍຮອງເລຂາຄະນະພັກ, ພະນັກງານ, ນາຍ ແລະ ພົນທະຫານ ເຂົ້າຮ່ວມ.
ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມຮ່ວມ ນາຍົກລັດຖະ ມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ (Joint Cabinet Retreat-JCR) ຄັ້ງທີ 3, ໃນລະຫວ່າງວັນທີ 13-14 ທັນວາ 2018, ທີ່ ນະຄອນຫລວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຕອນເຊົ້າຂອງວັນທີ 14 ທັນວາ ຢູ່ຮ່າໂນ້ຍ ໄດ້ຈັດກອງປະຊຸມ ເຮັດວຽກຮ່ວມກັນ ດ້ານຂໍ້ມູນຂ່າວສານ ແລະ ສື່ສານມວນຊົນ ຫວຽດນາມ-ລາວ ປີ 2018. ເຂົ້າຮ່ວມກອງປະຊຸມ ປະກອບມີ ຮອງລັດຖະມົນຕີ ກະຊວງ ຂ່າວສານ ແລະ ສື່ສານມວນຊົນ ທ່ານ ຮ່ວາງ ວິ໋ງບ໋າວ, ຕ່າງໜ້າການນຳຂອງບັນດາກົມ, ທະບວງທີ່ກ່ຽວຂ້ອງ ຂອງ ກະຊວງ ຂ່າວສານ ແລະ ສື່ສານມວນຊົນ ຫວຽດນາມ; ກະຊວງຂ່າວສານ, ວັດທະນະທຳ ແລະ ທ່ອງທ່ຽວງ ແລະ ກະຊວງ ປະສະນີ ແລະ ໂທລະຄົມລາວ.
ຍສໝ - ຕອນເຊົ້າວັນທີ 13 ທັນວາ, ຢູ່ແຂວງ ອຸດົມໄຊ, ພາກເໜືອລາວ, ໄດ້ຈັດພິທີໄວ້ອາໄລ, ນຳສົ່ງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ຈຳນວນ 30 ອັດຖິ ໃນປາງສົງຄາມກັບຄືນປະເທດ.
ໃນໂອກາດກອງປະຊຸມຜູ້ຊົງຄຸນວຸດທິ ບັນດາເຜົ່າທົ່ວປະເທດຄັ້ງທີ III ປີ 2018 ໃນວັນທີ 13 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເປັນກຽດໂອ້ລົມຕໍ່ກອງປະຊຸມ, ຊຶ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາທ່ານຜູ້ຊົງຄຸນວຸດທິ ທີ່ໄດ້ມາຮ່ວມກອງປະຊຸມ ອັນມີຄວາມໝາຍສໍາຄັນນີ້. ພ້ອມນີ້, ທ່ານໄດ້ຝາກ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ເປັນຫ່ວງເປັນໃຍຕໍ່ພີ່ນ້ອງບັນດາເຜົ່າ, ຊັ້ນຄົນ, ເພດ, ໄວທົ່ວປະເທດ ກໍຄື ພີ່ນ້ອງລາວຢູ່ຕ່າງປະເທດ.
ຍສໝ - ປະຈຸບັນ, Sacombank ສາຂາຢູ່ ລາວ ລວມມີສຳນັກງານ ແລະ 4 ສາຂາຢູ່ນະຄອນຫຼວງ ວຽງຈັນ, ແຂວງ ຈຳປາສັກ ແລະ ແຂວງ ສະຫວັນນະເຂດ, ເຊິ່ງແມ່ນໜຶ່ງໃນບັນດາທະນາຄານການຄ້າອັນດັບຕົ້ນຢູ່ລາວ. ຄິດໄລ່ຮອດວັນທີ 30 ພະຈິກ 2018, ຊັບສິນທັງໝົດຂອງ Sacombank ສາຂາຢູ່ລາວ ບັນລຸ 158,126 ລ້ານ USD.