ຫວຽດນາມ -ລາວ ເພີ່ມທະວີການຮ່ວມມື ກ່ຽວກັບ ຂ່າວສານ ແລ ະສື່ສານມວນຊົນ

15:09 | 14/12/2018

ຕອນເຊົ້າຂອງວັນທີ 14 ທັນວາ ຢູ່ຮ່າໂນ້ຍ ໄດ້ຈັດກອງປະຊຸມ ເຮັດວຽກຮ່ວມກັນ ດ້ານຂໍ້ມູນຂ່າວສານ ແລະ ສື່ສານມວນຊົນ ຫວຽດນາມ-ລາວ ປີ 2018. ເຂົ້າຮ່ວມກອງປະຊຸມ ປະກອບມີ ຮອງລັດຖະມົນຕີ ກະຊວງ ຂ່າວສານ ແລະ ສື່ສານມວນຊົນ ທ່ານ ຮ່ວາງ ວິ໋ງບ໋າວ, ຕ່າງໜ້າການນຳຂອງບັນດາກົມ, ທະບວງທີ່ກ່ຽວຂ້ອງ ຂອງ ກະຊວງ ຂ່າວສານ ແລະ ສື່ສານມວນຊົນ ຫວຽດນາມ; ກະຊວງຂ່າວສານ, ວັດທະນະທຳ ແລະ ທ່ອງທ່ຽວງ ແລະ ກະຊວງ ປະສະນີ ແລະ ໂທລະຄົມລາວ.

ຫວຽດນາມ -ລາວ ເພີ່ມທະວີການຮ່ວມມື ກ່ຽວກັບ ຂ່າວສານ ແລ ະສື່ສານມວນຊົນ

ຮອງລັດຖະມົນຕີ ກະຊວງ ຂ່າວສານ ແລະ ສື່ສານມວນຊົນ ທ່ານ ຮ່ວາງ ວິ໋ງບ໋າວ ກ່າວຄຳເຫັນທີ່ກອງປະຊຸມ ຮ່ວມ ລະຫວ່າງ ຫວຽດນາມ-ລາວ.

ກ່າວຄຳເຫັນທີ່ກອງປະຊຸຸມ ທ່ານ ທ່ານ ຮ່ວາງ ວິ໋ງບ໋າວ ຮອງລັດຖະມົນຕີ ກະຊວງ ຂ່າວສານ ແລະ ສື່ສານມວນຊົນ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ລັດຖະບານ ແລະ ປະຊາຊົນ ສອງປະເທດ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍ ບັນດາການເຄື່ອນໄຫວ ຮ່ວມມື ທີ່ສຳຄັນຂອງທຸກໆຂົງເຂດ ເປັນຕົ້ນແມ່ນ ຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ , ປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ແລກປ່ຽນຂອງປະຊາຊົນ. ໃນນັ້ນ ການຮ່ວມມືດ້ານ ຂ່າວສານ ແລະ ສື່ສານມວນຊົນ ໄດ້ມີບັນດາຜົນສຳເລັດອັນໜ້າເພິ່ງພໍໃຈ ປະກອບສ່ວນເຂົ້າໃນການສ້າງສາຍພົວພັນມິດຕະພາບອັນເກົ່າແກ່ ແລະ ການຮ່ວມມືຮອບດ້ານລະຫ່ວາງ ຫວຽດນາມ-ລາວ ສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

ຫວຽດນາມ -ລາວ ເພີ່ມທະວີການຮ່ວມມື ກ່ຽວກັບ ຂ່າວສານ ແລ ະສື່ສານມວນຊົນ

ທັງສອງຝ່າຍຖ່າຍຮູບຮ່ວມເປັນທີ່ລະນຶກ.

ທີ່ກອງປະຊຸມເຮັດວຽກ ທັງສອງຝ່າຍຕີລາຄາສູງການເຄື່ອນໄຫວຮ່ວມມືລະຫວ່າງ ສອງປະເທດ ໃນຂົງເຂດ ໄປສະນີ ແລະ ໂທລະຄົມ ໃນໄລຍະຜ່ານມາ ແມ່ນໄດ້ຮັບໝາກຜົນອັນໜ້າເພິ່ງພໍໃຈ ແລະ ເປັນຈິງ. ກະຊວງ ຂ່າວສານ ແລະ ສື່ສານມວນຊົນ ຫວຽດນາມ, ກະຊວງ ຂ່າວສາ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ກະຊວງ ໄປສະນີ ແລະ ໂທລະຄົມ ລາວ ໄດ້ປະສານສົມທົບກັນຜັນຂະຫຍາຍ ຢ່າງບໍ່ຢຸດຢັ້ງ ບັນດາໝາກຜົນ ແລະ ຫຼາຍໂຄງການຮ່ວມມື ໃນຂົງເຂດຂ່າວສານ ແລະ ສື່ສານມວນຊົນ. ໃນນັ້ນ ຫວຽດນາມ ໄດ້ຊ່ວຍເຫຼືອຍົກສູງຄວາມສາມາດ ໃນການຄຸ້ມຄອງລັດ ໃຫ້ບັນດາອົງການ, ຫົວໜ່ວຍທີ່ສ້າງຕັ້ງໃໝ່ຂອງລາວ, ກໍ່ຄືການຊ່ວຍເຫຼືອຍູ້ໜູນ ໃນການສ້າງ ນະໂຍບາຍການຄຸ້ມຄອງ, ກໍ່ສ້າງພະນັກງານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງ ກ່ຽວກັບຂົງເຂດໃໝ່; ມອບລົດໄປສະນີ ໃຫ້ລາວ; ເຊື່ອມຕໍ່, ຄື້ນວິທະຍຸ, ເຜີຍແຜ່ການບໍລິການ, ສ້າງເວບໄຊໃນອິນເຕິເນັດ... ທັງສອງຝ່າຍຈັດຕັ້ງປະຕິບັດໄດ້ເປັນຢ່າງດີ ວຽກງານການປະສານສົມທົບ ດ້ານສັນຍານ ຢູ່ລຽບຕາມແນວຊາຍແດນ, ປະສານສົມທົບດ້ານດາວທຽມ ລະຫວ່າງສອງປະເທດ. ຝ່າຍຫວຽດນາມ ກໍ່ຕີລາຄາສູງ ດ້ານສະພາບແວດລ້ອມຂອງການລົງທືນ, ພັດທະນາ ເຕັກໂນໂລຊີ ຂ່າວສານ ແລະ ສື່ສານມວນຊົນ ຢູ່ ລາວ.

ກອງປະຊຸມຊັິ້ນສຸດດ້ວຍການທີ່ ທັງສອງຝ່າຍຢືນຢັນວ່າຈະສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມື ສອງຝ່າຍ ລະຫວ່າງ ສອງປະເທດ, ສ້າງເງື່ອນໄຂໃຫ້ແກ່ບັນດາໂຄງການ ແລະ ການເຄື່ອນໄຫວຮ່ວມມື ໃນຂົງເຂດ ໄປສະນີ , ໂທລະຄົມ ແລະ ເຕັກໂນໂລຊີ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບເປີດກ້ວາງ ແລະ ປະສົບຜົນສຳເລັດຕົວຈິງ ປະກອບສ່ວນເຂົ້າໃນການສ້າງສາຍພົວພັນມິດຕະພາບ ຫວຽດນາມ-ລາວ ໃຫ້ເລິກເຊິ່ງກ່ວາເກົ່າ.

ເຫດການ
302 Found

Found

The document has moved here.