ນີ້ແມ່ນເງິນທີ່ໄດ້ຮັບຈາກ ນັກຮົບເກົ່າ ຂອງຄະນະພົວພັນ, ກຸ່ມບໍລິຈາກ ຂອງ Ams 95-98 ແລະ ບັນດາຜູ້ທີ່ມີຈິດໃຈເອື້ອອາທອນ ຮ່ວມກັນບໍລິຈາກຊ່ວຍເຫຼືອ ນ້ອງ Sard Yang ຜ່ານ ໜັງສືພິມເທີ່ຍດ້າຍ.
| |
ພັນເອກ ເຈິ່ນ ດັກຟອງ (ຜູ້ທີ່ 3 ນັບແຕ່ຊ້າຍມາ) ແລະ ນັກຮົບເກົ່າ ຈິ້ງ ຖິທຸກ ແອັງ (ຜູ້ທີ 2 ຈາກຊ້າຍມາ) ມອບຂອງຂວັນໃຫ້ນ້ອງ Sard Yang.
ດັ່ງທີ່ໄດ້ສະເໜີຂ່າວກ່ອນໜ້ານີ້, ນ້ອງ Sard Yang ( ເກີດປີ 2008, ແຂວງຊຽງຂວາງ, ສປປ ລາວ) ປະຈຸບັນກຳລັງຮັກສາໂລກຕາລາເຊມີ (ປ້າງກິນເລືອດ) ຢູ່ ໂຮງໝໍ ເດັກນ້ອຍສູນກາງ. ສະພາບຄອບຄົວຂອງນ້ອງ ແມ່ນມີຄວາມຫຍຸ້ງຍາກ ແລະ ລຳບາກຫຼາຍ ໃນຄະນະທີ່ຄ່າຮັກສາໂລກ ຕາລາເຊມີ ໜັກໜ່ວງຫຼາຍ (ປະມານ 600-700 ລ້ານດົ່ງ). ວັທີ 28 ພະຈິກທີ່ຜ່ານມາ, ໜັງສືພິມ ເທີ່ຍດ້າຍ ໄດ້ເຂົ້າມາຢ້ຽມຢາມ ແລະ ມອບຂອງຂວັນໃຫ້ນ້ອງ Sard Yang.
ດ້ວຍຄວາມເຫັນອົກເຫັນໃຈ ແລະ ແບ່ງປັນກັບຄອບຄົວຂອງນ້ອງ Sard Yang, ພັນເອກ ເຈິ່ນ ດັກຟອງ, ຕ່າງໜ້າ ຄະນະພົວພັນ ໄດ້ເລົ່າສູ່ຝັງວ່າ: “ໃນຄະນະພົວພັນ ມີນັກຮົບເກົ່າ ຫວຽດນາມ ທີ່ເຄີຍຮ່ວມຕໍ່ສູ້ ຢູ່ສະໜາມຮົບ ທົ່ງໄຫຫີນ, ແຂວງຊຽງຂວາງ, ສປປ ລາວ. ໃນໄລຍະນັ້ນ, ພວກຂ້າພະເຈົ້າ ໄດ້ຮັບຊ່ວຍເຫຼືອ, ເອື້ອເຟື້ອເພື່ອແຜ່ ຈາກປະຊາຊົນລາວ, ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ກັບ ການປະຕິວັດຫວຽດນາມ. ຍ້ອນແນວນັ້ນ, ພາຍຫຼັງທີ່ໄດ້ອ່ານຂ່າວດັ່ງກ່າວກ່ຽວກັບ ນ້ອງ Sard Yang ຢູ່ ແຂວງຊຽງຂວາງ ເປັນໂລກຮ້າຍ ແລະ ກຳລັງປິ່ນປົວຮັກສາ ຢູ່ ຫວຽດນາມ, ນັກຮົບເກົ່າຈຳນວນໜຶ່ງໄດ້ຕິດຕໍ່ພົວພັນກັບໜັງສືພິມເທີ່ຍດ້າຍ ຢ່າງທັນທີທັນໃດ ເພື່ອ ແບ່ງ, ຊ່ວຍເຫຼືອ ກັບສະພາບຄວາມລຳບາກ ຂອງຄອບຄົວກໍ່ຄືຫຼານນ້ອຍ. ສິ່ງດັ່ງກ່າວມັນສະແດງເຖິງນຳ້ໃຈອັນເລິກເຊິ່ງ, ມິດຕະພາບອັນເກົ່າແກ່ ລະຫວ່າງ ປະຊາຊົນສອງຊາດ ຫວຽດ-ລາວ. ພວກຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ຂອງຂວັນດັ່ງກ່າວຈະຊ່ວຍລະດົມຈິດໃຈ ແລະ ປະກອບພາກສ່ວນໜ້ອຍໜຶ່ງ ໃນການຫຼຸດຜ່ອນດ້ານກາານເງິນ ໃຫ້ແກ່ຄອບຄົວຂອງ ຫຼານນ້ອຍ Sard Yang”.
| |
ຕ່າງໜ້າ ໜັງສືພິມ ເທີ່ຍດ້າຍ ແລະ ນັກຮົບເກົ່າຫວຽດນາມ ມອບຂອງຂວັນໃຫ້ຄອບຄົວ ແລະ ນ້ອງ Sard Yang.
ຕ່າງໜ້າ ໜັງສືພິມ ເທີ່ຍດ້າຍ, ທ່ານ ຟານ ຮົ່ງເຊີນ- ຮອງບັນນາທິການ ສະແດງຄວາມຂອບໃຈ , ຄະນະພົວພັນ ຂອງນັກຮົບເກົ່າ ທີ່ຊ່ວຍການປະຕິວັດລາວ, ກຸ່ມ ມູນິທິ Ams 95-98 ກໍ່ຄືບັນດາຜູ້ທີ່ມີນຳ້ໃຈໃນສັງຄົມ ຮ່ວມກັບ ໜັງສືພິມ, ເອົາໃຈໃສ່, ຊ່ວຍເຫຼືອ ນ້ອງ Sard Yang ເພື່ອໃຫ້ຄອບຄົວມີເງິນໃນການຮັກສາປິ່ນປົວໂລກ ແລະ ພົ້ນຜ່ານຄວາມລຳບາກໃນຕອນນີ້.
ພາຍຫຼັງໄດ້ຮັບຂອງຂວັນອັນລຳ້ຄ່າຈາກ ບັນດາຜູ້ທີ່ມິດຈິດໃຈດີ ຂອງ ຫວຽດນາມ ທ່ານ Tsavtuam Yaj ພໍ່ຂອງນ້ອງ Sard Yang ໄດ້ສະແດງຄວາມຂອບໃຈອັນເລິກເຊິ່ງ ຕໍ່ກັບ ໜັງສືພິມເທີ່ຍດ້າຍ, ບັນດານັກຮົບເກົ່າ ທະຫານອາສາສະໝັກ ຫວຽດນາມ, ກຸ່ມມູນິທິ Ams 95-98 ແລະ ບັນດາຜູ້ທີ່ມີຈິດໃຈດີງາມ ຢູ່ຫວຽດນາມ ທີ່ໄດ້ແບ່ງປັນ ຄວາມຫຍຸ້ງຍາກລຳບາກຂອງຄອບຄົວ ໃນໄລຍະຜ່ານມາ; ພ້ອມກັນນັ້ນ ພໍ່ເດັກຍັງໃຫ້ຮູ້ວ່າ ຈຳນວນເງິນດັ່ງກ່າວ ເຂົ້າໃນການຮັກສາປິ່ນປົວ ໃນອານາຄົດ.
| ລາຍຊື່ຜູ້ບໍລິຈາກຊ່ວຍເຫຼືອ ນ້ອງ Sard Yang 1. ກຸ່ມມູນິທິ Ams 95-98ແລະ ເພື່ອນສະຫາຍ: 5.200.000ດົ່ງ 2. ຄະນະພົວພັນ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຮ່ວມການປະຕິວັດລາວ: 5.500.000ດົ່ງ ເຊິ່ງປະກອບມີ: - ລຸງ ຫງວ໋ຽນ ຕ໋ຽນລອງ - ນັກຮົບເກົ່າສະໜາມຮົບ 31- ຮ່າໂນ້ຍ - ປ້າ ຈິ້ງ ຖິທຸກແອັວງ- ນັກຮົບເກົ່າ B3 - ເຕີ໋ຍຫງວຽນ - ລຸງຟ້າມ ມິງຢ໋າມ - ນັກຮົບເກົ່າ E866 - ຮວ່າບິ່ງ - ລຸງ ເຈິ່ນ ດິ່ງເຢີ່ນ- ນັກຮົບເກົ່າ E335 - ຮ່າໂນ້ຍ - ປ້າ ໂດ໋ແມ້ງຮ່າ - ນັກຮົບເກົ່າ E866 - ຟູ໋ເຖາະ - ລຸງ ຫງວ໋ຽນ ຄັກຫງອດ- ນັກຮົບເກົ່າ E866 - ຮ່າໂນ້ຍ - ລຸງ ຫວູ໋ ມິງເກ- ນັກຮົບເກົ່າ B3 - ເຕີ໋ຍຫງວຽນ - ລຸງ ເຈິ່ນ ດັກ ຟອງ- ນັກຮົບເກົ່າ E866 - ຮ່າໂນ້ຍ 3.ລຸງ ໂງ ຢາລິງ - ນັກຮົບເກົ່າ ກອງພັນນ້ອຍ 134 ຂ່າວສານ , ຮ່າໂນ້ຍ: 500.000 ດົ່ງ. |
(ຫັດທະບູນ)