ທະນາຄານ ຫວຽດນາມ ປະກອບສ່ວນຊຸກຍູ້ພັດທະນາເສດຖະກິດ - ສັງຄົມຂອງລາວ

16:20 | 13/12/2018

ຍສໝ - ປະຈຸບັນ, Sacombank ສາຂາຢູ່ ລາວ ລວມມີສຳນັກງານ ແລະ 4 ສາຂາຢູ່ນະຄອນຫຼວງ ວຽງຈັນ, ແຂວງ ຈຳປາສັກ ແລະ ແຂວງ ສະຫວັນນະເຂດ, ເຊິ່ງແມ່ນໜຶ່ງໃນບັນດາທະນາຄານການຄ້າອັນດັບຕົ້ນຢູ່ລາວ. ຄິດໄລ່ຮອດວັນທີ 30 ພະຈິກ 2018, ຊັບສິນທັງໝົດຂອງ Sacombank ສາຂາຢູ່ລາວ ບັນລຸ 158,126 ລ້ານ USD.

ທະນາຄານ ຫວຽດນາມ ປະກອບສ່ວນຊຸກຍູ້ພັດທະນາເສດຖະກິດ - ສັງຄົມຂອງລາວ

ຕ່າງໜ້າຜູ້ວ່າການ ທະນາຄານ ແຫ່ງປະເທດລາວ ທ່ານສອນໄຊ ສິດພະໄຊ ຕີລາຄາສູງ ທະນາຄານ Sacombank ລາວ ການພັດທະນາຢ່າງຍຶນຍົງ ແລະ ປະຕິບັດຕາມລະບຽບກົດໝາຍຂອງ ລາວ.

ກ່າວຄຳເຫັນໃນງານສະເຫຼີມສະຫຼອງ 10 ແຫ່ງວັນສ້າງຕັ້ງ ທະນາຄານ Sacombank ລາວ, ຕອນຄຳຂອງວັນທີ 12 ທັນວາ ຢູ່ນະຄອນຫຼວງ ວຽງຈັນ , ຕ່າງໜ້າ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ສອນໄຊ ສິດພະໄຊ ຕີລາຄາສູງ ທະນາຄານ Sacombank ລາວ ເປັນທະນາຄານພັດທະນາທີ່ໝັ້ນຄົງ ແລະ ປະຕິບັດຕາມລະບຽບ ກົດໝາຍຂອງລາວ. ທະນາຄານ Sacombank ລາວ ໄດ້ຮັບການຄັດເລືອກຈາກ ກົມຊ່ວຍເຫຼືອທຸລະກິດກາງ ແລະ ນ້ອຍ ລາວ ໃຫ້ເຂົ້າຮ່ວມ ແລະ ເຊັນສັນຍາ ສະໜອງທືນ ໂດຍ ທະນາຄານ ໂລກຊ່ວຍເຫຼືອ, ແນໃສ່ຈັດຕັ້ງປະຕິບັດນະໂຍບາຍ ພັດທະນາ ບັນດາທຸລະກິດ ຂະໜາດນ້ອຍ ແລະ ກາງ ຂອງ ລັດຖະບານລາວ. ການເຄື່ອນໄຫວດ້ານການເງິນຂອງ ທະນາຄານ Sacombank ລາວ ໄດ້ປະກອບສ່ວນ ເຂົ້າໃນພາລະກິດ ກໍ່ສ້າງ ແລະ ພັດທະນາເສດຖະກິດ -ສັງຄົມລາວ.

ຄຽງຄູ່ກັບການລົງທືນດ້ານທຸລະກິດ ຢູ່ ລາວ ແລະ ທະນາຄານ Sacombank ລາວ ຍັງໄດ້ສຸມໃສ່ວຽກງານກໍ່ສ້າງລະບົບຊັບພະຍາກອນມະນຸດ ກໍ່ຄືບຸກຄະລາກອນ ການເງິນ, ບັນຊີ ແລະ ວັດທະນະທຳຫ້ອງການທະນາຄານ ກໍ່ຄືສະພາບແວດລ້ອມໃນການດຳເນີນທຸລະກິດ ອັນໂປ່ງໃສ ຢູ່ ລາວ. ໜຶ່ງໃນເປົ້າໝາຍຍຸດທະສາດຂອງ ທະນາຄານ Sacombank ລາວ ແມ່ນກາຍເປັນ ທະນາຄານ ທີທັນສະໄໝ ແລະ ສະດວກສະບາຍ.

ຕາມທ່ານ ຟ້າມ ກວາງຟູ໋ ອຳນວຍການໃຫຍ່ ຂອງ ທະນາຄານ Sacombank ລາວ ນອກຈາກ ຈະມີທະນາຄານສາຂາ ຕັ້ງຢູ່ ນະຄອນຫຼວງວຽງຈັນແລ້ວ, ຍັງເປີດອີກ 3 ສາຂາ ຢູ່ບັນດາແຂວງໃຫຍ່ ຂອງລາວນຳອີກ, ເພື່ອແນໃສ່ຕອບສະໜອງຢ່າງ ຄົບຖ້ວນ ການບໍລິການດ້ານ ທະນາຄານ ໃຫ້ແກ່ຄູ່ຮ່ວມມື. ທະນາຄານ ໃຫ້ບໍລິການດ້ານແຫຼ່ງທືນ ດ້ວຍສະກຸນເງິນ ກີບ, ເງິນບາດໄທ ແລະ ເງິນໂດລາສະຫະລັດ ເພື່ອຕອບສະໜອງໃຫ້ທັນການກັບຄວາມຮຽກຮ້ອງຕ້ອງການຂອງຜູ້ຊົມໃຊ້; ປະຕິບັດຕາມວິຊາສະເພາະຂອງທະນາຄານ ຄືການໂອນເງິນໄວ ໃນ 1 ຊົ່ວໂມງ ( ລາວ-ຫວຽດນາມ-ກຳປູເຈຍ) ແລະ ໃຫ້ບໍລິການ ຟີສຳລັບ ຊົມໃຊ້ບັດ ເຄດິດ (Debit Card) ໃນລາວ ແລະ ຖອນເງິນຢູ່ ສາຂາ ທະນາຄານ Sacombank ຢູ່ຫວຽດນາມ ແລະ Campuchia

(ຫັດ​ທະ​ບູນ)

302 Found

Found

The document has moved here.