ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍ

20:12 | 19/12/2018

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ສະ​ເຫລີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ຟ້າມ​ ບິ່ງ ​ມິງ, ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ພ້ອມດ້ວຍພັນ​ລະ​ຍາ ແລະ ​ຄະ​ນະ ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ ສ​ປ​ປ ລາວ ຢ່າງ​ເປັນທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ​ດ້ານ​ການ​ເມືອງຂັ້​ນ​ລັດ​ຖະ​ມົນ​ຕີ​ ລະ​ຫວ່າງ​ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ-ຫວຽດນາມ ຄັ້ງທີ 5 ປະຈໍາປີ 2018, ທີ່ນະຄອນຫລວງວຽງຈັນ, ແຕ່​ວັນ​ທີ 18-19 ທັນ​ວາ 2018, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍ

ກອງປະຊຸມສອງຝ່າຍ ລາວ-ຫວຽດນາມ. (ພາບ:mofa.gov.la)

ໃນວັນທີ 19 ທັນວາ 2018, ທີ່ກະຊວງການຕ່າງປະເທດ, ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ຟ້າມ ບິ່ງ ມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ພ້ອມກັນເປັນປະທານ ຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງ ປະເທດ ຄັ້ງທີ 5 ປະຈຳປີ 2018, ​ໂດຍມີຄະນະຜູ້ແທນ ຈາກ​ບັນດາ​ກົມ​ກ່ຽວຂ້ອງ ຂອງ​ສອງ​ກະຊວງ​ການ​ຕ່າງປະ​ເທດ​ເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ຕີ​ລາ​ຄາ​ສູງ​ຕໍ່​ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງ​ປະ​ເທດລາວ-ຫວຽດ​ນາມ ທີ່ໄດ້​ຮັບ​ການເສີມ​ຂະ​ຫຍາຍຢ່າງ​ບໍ່​ຢຸດ​ຢັ້ງໄປ​ສູ່​ລວງ​ເລິກ ແລະ ລວງກວ້າງ ໃນ​ທຸກ​ຂົງ​ເຂດວຽກງານ ບໍ່ວ່າຈະເປັນທາງດ້ານການ​ເມືອງ, ການປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາ​ມ​ສະ​ຫງົບ, ເສດ​ຖະ​ກິດ, ວັດ​ທະ​ນະ​ທໍາ-ສັງ​ຄົມ, ການ​ຕ່າງ​ປະ​ເທດ ແລະ ດ້ານອື່ນໆ. ສອງຝ່າຍ ໄດ້ຕີລາຄາ ແລະ ທົບທວນຄືນຜົນການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ເຊິ່ງປະກອບມີ ການຮ່ວມມືດ້ານການເມືອງ, ການຕ່າງປະເທດ ລະຫວ່າງສອງປະເທດ ເຫັນວ່າ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ໂດຍມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນໃນທຸກລະດັບ; ການແກ້ໄຂບັນຫາການຍົກຍ້າຍຕັ້ງພູມລຳເນົາ ແລະ ການສ້າງຄອບຄົວ ແບບ ບໍ່ຖືກຕ້ອງຕາມບໍລິເວນຊາຍແດນ ກໍ່ເຫັນວ່າມີຄວາມຄືບໜ້າ ແລະ ຈະສູ້ຊົນເຮັດໃຫ້ວຽກງານດັ່ງກ່າວ ສຳເລັດໃນເດືອນມິຖຸນາ 2019; ສະພາບການຕາມບໍລິເວນຊາຍແດນ ສອງປະເທດ ໂດຍລວມແມ່ນມີສະຖຽນລະພາບ ແລະ ມີຄວາມ ສະຫງົບ, ປະຊາຊົນຕາມບໍລິເວນຊາຍແດນມີການໄປມາຫາສູ່, ຄ້າຂາຍຮ່ວມກັນຢ່າງເປັນປົກກະຕິ, ພ້ອມທັງຈະສືບຕໍ່ຮ່ວມກັນບູລະນະ ແລະ ສ້ອມແປງຫລັກໝາຍຊາຍແດນ ທີ່ເປ່ເພເສຍຫາຍ, ຈັດກອງປະຊຸມ ທົບທວນຄືນ ການຈັດຕັ້ງ ປະຕິບັດວຽກງານທົດລອງ ຮູບແບບການກວດກາຜ່ານດ່ານເຂົ້າ-ອອກ “ປະຕູດຽວ, ຄັ້ງດຽວ” ເຊິ່ງດໍາເນີນມາໄດ້ 3 ປີ ແລ້ວ, ການລົງໄປກຳນົດເຂດອຳນາດສານ ຢູ່ເທິງຂົວຫ້ວຍສະເອິດ ແດນສະຫວັນ-ລາວບາວ ເນື່ອງຈາກຂົວ ດັ່ງກ່າວ ໄດ້ສຳ ເລັດການກໍ່ສ້າງແລ້ວ ແລະ ເອົາໃຈໃສ່ວຽກງານກວດກາສະກັດກັ້ນ ການກໍ່ສ້າງກິດຈະການຕ່າງໆ ທີ່ລະເມີດລະບຽບການຊາຍແດນ; ການຮ່ວມມືດ້ານເສດຖະກິດ, ສອງຝ່າຍ ຈະສືບຕໍ່ຮ່ວມກັນແກ້ໄຂບັນດາຂໍ້ຫຍຸ້ງຍາກ, ຊຸກຍູ້ ແລະ ອຳນວຍ ຄວາມສະດວກ ເພື່ອເຮັດໃຫ້ຕົວເລກມູນຄ່າການຄ້າສອງປະເທດ ເພີ່ມຂຶ້ນໃຫ້ສົມຄູ່ກັບການຮ່ວມມື ດ້ານການເມືອງທີ່ຢູ່ໃນລະດັບສູງຕະຫລອດມາ; ການລົງທຶນຂອງຫວຽດນາມ ຢູ່ລາວ, ເຫັນວ່າຫລາຍໂຄງການການຮ່ວມມື, ລົງທຶນ ສອງປະ ເທດ ແມ່ນມີຄວາມຄືບໜ້າ ເຊັ່ນ: ໂຄງການທ່າເຮືອຫວຸ້ງອ່າງ, ໂຄງການຫໍສະພາແຫ່ງຊາດ, ໂຄງການເຂື່ອນຫລວງພະບາງ, ໂຄງການສະໜາມບິນໜອງຄ້າງ, ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການທາງລົດໄຟ ວຽງ ຈັນ- ທ່າ ແຂກ-ຫວຸ້ງອ່າງເປັນຕົ້ນ (ເຊິ່ງຈັດຢູ່ໃນອັນດັບ 3 ຂອງການລົງທຶນຕ່າງປະເທດ ແລະ ໄດ້ປະກອບສ່ວນເຂົ້າ ໃນການພັດທະນາເສດ ຖະກິດ-ສັງຄົມ ຂອງທ້ອງຖິ່ນ ແລະ ແກ້ໄຂຄວາມທຸກຍາກໃນ ສປປ ລາວ); ດ້ານການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ, ສອງຝ່າຍ ໄດ້ສະແດງຄວາມເປັນເອກະພາບກັນ ແລະ ຕີລາຄາສູງຕໍ່ກົນໄກການປຶກສາຫາລື ດ້ານການເມືອງປະຈຳປີ ລະຫວ່າງ ສອງກະຊວງການຕ່າງປະເທດ ທີ່ເຮັດໃຫ້ມີການໄປມາຫາສູ່ກັນຫລາຍຂຶ້ນ ແລະ ມີໂອ ກາດແລກປ່ຽນຄຳຄິດຄຳເຫັນນຳກັນໃນຫລາຍບັນຫາ ໃນທ່າມກາງສະພາບການພາກພື້ນ ແລະ ສາກົນ ທີ່ຜັນແປໄປຢ່າງສັບສົນ ແລະ ບໍ່ສາມາດຄາດຄະເນໄດ້, ພ້ອມທັງ ເຫັນດີສືບຕໍ່ໃຫ້ມີການແລກປ່ຽນເຊິ່ງກັນ ແລະ ກັນຫລາຍຂຶ້ນ ບໍ່ວ່າ ຈະເປັນຂັ້ນກົມຕໍ່ກົມ ກໍ່ຄື ຂັ້ນກະຊວງ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍ

ຈັດພິທີປະດັບຫລຽນ ແລະ ມອບໃບຍ້ອງຍໍ ຈາກລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ. (ພາບ:mofa.gov.la)

ໃນໂອກາດດັ່ງກ່າວ, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ໃຫ້ການຊ່ວຍເຫລືອແກ່ປະຊາ ຊົນລາວ ທີ່ໄດ້ຮັບຜົນ ກະທົບຈາກໄພພິບັດຝົນຕົກໜັກ ແລະ ນໍ້າຖ້ວມ ຢູ່ຫລາຍແຂວງຂອງລາວ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນເຫດການຄູກັນນໍ້າແຕກ ຢູ່ ເມືອງສະໜາມໄຊ, ແຂວງອັດຕະປຶ, ພ້ອມທັງ ສະແດງຄວາມເຫັນໃຈ ທີ່ຫລາຍແຂວງ ຂອງຫວຽດນາມ ກໍ່ປະສົບກັບໄພພິບັດ ພະຍຸລົມແຮງ ແລະ ນໍ້າຖ້ວມເຊັ່ນດຽວກັນ. ພ້ອມກັນນັ້ນ, ສະຫາຍ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດການຈັດກອງປະຊຸມວຽກງານ ການຕ່າງປະເທດຄັ້ງທີ 30 ຂອງ ຫວຽດ ນາມ ແລະ ຕີ​ລາ​ຄາ​ສູງ​ຕໍ່​ການ​ເຄື່ອນ​ໄຫວ​​ວຽກ​ງານ ກາ​ນຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ເຖິງແມ່ນວ່າ​ສະ​ພາບ​ການ​ພາກ​ພື້ນ ແລະ ສາກົນສືບຕໍ່​ຜັນແປໄປຢ່າງ​ສັບ​ສົນ ແລະ ​ຍາກທີ່ຈະຄາດຄະເນໄດ້, ພ້ອມທັງ ໄດ້ສະແດງຄວາມຂອບໃຈ ຕໍ່ການ ຊ່ວຍ ເຫລືອ ສປປ ລາວ ໃນການກໍ່ສ້າງຊັບພະຍາກອນມະນຸດ ມາໂດຍຕະຫລອດທັງໄລຍະສັ້ນ ແລະ ໄລຍະຍາວ, ໂດຍສະເພາະ ການກໍ່ສ້າງບຸກຄະລາກອນກະຊວງການຕ່າງປະເທດ ທັງໃນລະດັບມະຫາວິທະຍາໄລ, ເໜືອມະຫາວິທະຍາໄລ, ການກໍ່ ສ້າງພະນັກງານຜູ້ແປພາສາລາວ-ອັງກິດ ແລະ ການຈັດຝຶກອົບຮົມຕ່າງໆ, ເຊິ່ງເຫັນວ່າພະນັກງານທີ່ຈົບມາ ແມ່ນມີຄຸນນະພາບສູງ ແລະ ກາຍເປັນພະນັກງານຫລັກແຫລ່ງ ໃຫ້ແກ່ກະຊວງການຕ່າງປະເທດ.

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍ

ຈັດພິທີປະດັບຫລຽນ ແລະ ມອບໃບຍ້ອງຍໍ ຈາກລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ. (ພາບ:mofa.gov.la)

ໃນໂອກາດດຽວກັນ, ສະຫາຍ ຟ້າມ ບິ່ງ ມິງ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພັກ, ລັດຖະບານ ສປປ ລາວ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ຕໍ່ການ ສະໜັບສະໜູນ, ຊ່ວຍເຫລືອອັນໃຫຍ່ຫລວງ ແລະ ລ້ຳຄ່າ ໃຫ້ແກ່ ພັກ-ລັດຖະບານ ສສ ຫວຽດນາມ, ພ້ອມທັງສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍທັງລວງກວ້າງ ແລະ ລວງເລິກ ຢ່າງມີປະສິດທິຜົນ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ.

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5 ນີ້ ດຳເນີນໄປດ້ວຍບັນຍາກາດອັນສ້າງສັນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ໄດ້ຮ່ວມກັນປຶກ ສາຫາລືແລກປ່ຽນ ຄຳຄິດຄຳເຫັນຢ່າງຈິງໃຈ ແລະ ກົງໄປກົງມາ ໃນທຸກບັນຫາ. ພາຍ ຫລັງສຳເລັດກອງປະຊຸມ, ສອງຝ່າຍ ຍັງໄດ້ຈັດພິທີປະດັບຫລຽນ ແລະ ມອບໃບຍ້ອງຍໍ ຈາກລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ແກ່ ບຸກຄົນ ແລະ ກົມກອງ ຂອງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ທີ່ໄດ້ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າ ວຽກງານສະເຫລີມສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2017 ທີ່ຜ່ານມາ, ເຊິ່ງລັດຖະບານ ແຫ່ງ ສສ ຫວຽດ ນາມ ຕົກລົງເຫັນດີປະດັບຫລຽນ ໃຫ້ແກ່ຝ່າຍລາວ ຄື: ຫລຽນໄຊເອກະລາດຊັ້ນ II ຈໍານວນ 1 ທ່ານ, ຫລຽນໄຊເອກະລາດຊັ້ນ III ຈໍານວນ 3 ທ່ານ, ຫລຽນໄຊແຮງງານຊັ້ນ I ຈຳນວນ 1 ກົມກອງ, ຫລຽນໄຊແຮງງານຊັ້ນ II ຈຳນວນ 5 ກົມກອງ, ຫລຽນໄຊແຮງງານຊັ້ນ III ຈຳນວນ 10 ກົມກອງ ແລະ 9 ທ່ານ, ຫລຽນໄຊມິດຕະພາບ ຈຳນວນ 8 ທ່ານ, ຫລຽນກາມິດຕະພາບ ຈຳນວນ 3 ທ່ານ ແລະ ໃບຍ້ອງຍໍລັດຖະບານ ຈຳນວນ 1 ທ່ານ ແລະ ລັດຖະບານ ແຫ່ງ ສປປ ລາວ ຕົກລົງເຫັນດີປະດັບຫລຽນໃຫ້ແກ່ຝ່າຍ ຫວຽດນາມ ຄື: ຫລຽນໄຊອິດສະຫລະ ຊັ້ນ II ຈໍານວນ 1 ທ່ານ, ຫລຽນໄຊອິດສະຫລະຊັ້ນ III ຈໍານວນ 2 ທ່ານ, ຫລຽນແຮງງານ ຊັ້ນ II ຈໍານວນ 1 ກົມກອງ ແລະ 1 ທ່ານ, ຫລຽນໄຊແຮງງານ ຊັ້ນ III, ຈໍານວນ 4 ກົມກອງ ແລະ 2 ທ່ານ, ຫລຽນໄຊມິດຕະພາບ ຈໍານວນ 11 ກົມກອງ ແລະ 3 ທ່ານ, ຫລຽນກາມິດຕະພາບ ຈໍານວນ 4 ທ່ານ ແລະ ໃບຍ້ອງຍໍຂັ້ນລັດຖະບານ ຈໍານວນ 6 ທ່ານ.

(ແຫຼ່ງ​ຂໍ້​ມູນ​: mofa.gov.la)

ເຫດການ
302 Found

Found

The document has moved here.