ລາວ-ຫວຽດນາມ ຫາລືກະກຽມເນື້ອໃນກອງປະຊຸມ ຄັ້ງທີ 41 ປະຈຳປີ 2019

10:09 | 21/12/2018

ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໄດ້ຈັດກອງປະຊຸມກະກຽມເນື້ອໃນ ແກ່ກອງປະຊຸມ ຄັ້ງທີ 41 ປະຈຳປີ 2019 ຂອງສອງຄະນະກຳມະການຮ່ວມມືທະ ວິພາຄີ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຫວຽດນາມ, ໂດຍມີ ທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ທ່ານ ຫງວຽນ ວັນ ຈຸງ ຮອງລັດ ຖະ ມົນຕີ ກະຊວງແຜນການ ແລະ ການລົງທຶນ, ຮອງປະທານຄະນະກຳມະການຮ່ວມມືຫວຽດ ນາມ-ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຂອງສອງປະເທດ ເຂົ້າຮ່ວມ.

ລາວ-ຫວຽດນາມ ຫາລືກະກຽມເນື້ອໃນກອງປະຊຸມ ຄັ້ງທີ 41 ປະຈຳປີ 2019

ບັນຍາກາດກອງປະຊຸມ.

ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື ແລກປ່ຽນ ຫລາຍບັນຫາສຳຄັນຢ່າງກົງໄປກົງມາ ແລະ ໄດ້ສະຫລຸບຕີລາຄາ ການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ຕົກລົງ ວ່າດ້ວຍການຮ່ວມມື ລະຫວ່າງ ສອງລັດຖະບານ ປະຈຳປີ 2018, ບົດບັນທຶນກອງປະຊຸມຄັ້ງທີ 40 ແລະ ບັນດາຂໍ້ຕົກລົງອື່ນໆ ຂອງສອງປະເທດ ໃນໄລຍະໜຶ່ງປີຜ່ານມາເພື່ອຊອກຮູ້ສາເຫດ, ຂໍ້ຫຍຸ້ງຍາກ, ຄົງຄ້າງ ແລະ ບັນຫາທີ່ ເປັນອຸ ປະສັກ ໃນການພົວພັນຮ່ວມມື ຂອງສອງປະເທດ, ພ້ອມຕີລາຄາບັນຫາທີ່ສອງຝ່າຍເຮັດໄດ້, ເຮັດບໍ່ໄດ້ ຫລື ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ເພື່ອນຳສະເໜີລາຍງານຕໍ່ລັດຖະບານ ສອງປະເທດ ແລະ ພິຈາ ລະນາ ເອົາເຂົ້າໃນກອງປະຊຸມ ຄັ້ງທີ 41 ປະຈຳປີ 2019 ຂອງສອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານລາວ-ຫວຽດນາມ, ເຊິ່ງຈະຈັດຂຶ້ນໃນເດືອນມັງກອນ 2019 ຢູ່ ສສ ຫວຽດນາມ.

ພ້ອມດຽວກັນນີ້, ທັງສອງຝ່າຍຍັງໄດ້ສະຫລຸບ ຕີລາຄາການຮ່ວມມືໃນໄລຍະຜ່ານມາ ເປັນຕົ້ນ ການຮ່ວມມືໃນຂົງເຂດການເມືອງມີຄວາມໜັກແໜ້ນ, ການນຳຂັ້ນສູງຂອງສອງພັກ, ສອງລັດ ໄດ້ໄປມາຫາສູ່ພົບປະແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດໄດ້ມີການເພີ່ມທະວີຂຶ້ນ, ການຮ່ວມມືດ້ານ ການພັດ ທະ ນາຊັບ ພະ ຍາກອນມະນຸດ ໄດ້ຮັບການປັບປຸງດ້ານຄຸນນະພາບ ແລະ ເປີດກວ້າງດ້ວຍຫລາຍຮູບການ ຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການ ໃນການກໍ່ສ້າງແຕ່ລະຝ່າຍ. ນອກນັ້ນ, ການຮ່ວມ ມື ດ້ານ ເສດ ຖະ ກິດ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ມາຮອດປັດຈຸບັນ ຕົວເລກການລົງທຶນ ຂອງບັນດາວິສາຫະກິດຫວຽດນາມ ຢູ່ລາວມີເຖິງ 4,1 ຕື້ໂດລາສະຫະລັດ, ມູນຄ່າການຄ້າສອງຝ່າຍໃນປີ 2018 ບັນລຸໄດ້ 854,56 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 25,61% ທຽບໃສ່ໄລຍະດຽວກັນຂອງປີ 2017 (680,33 ລ້ານໂດລາສະຫະລັດ), ການຈັດຕັ້ງປະຕິບັດໂຄງການ ມີຄວາມຄືບໜ້າດີພໍສົມຄວນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.