ລາວ - ໄທ ເພີ່ມທະວີສົ່ງເສີມ ແລະ ອໍານວຍຄວາມສະດວກ ໃນການຮ່ວມມືດ້ານເສດຖະກິດໃຫ້ຂະຫຍາຍຕົວຂຶ້ນກວ່າເກົ່າ

15:31 | 14/12/2018

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມຮ່ວມ ນາຍົກລັດຖະ ມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ (Joint Cabinet Retreat-JCR) ຄັ້ງທີ 3, ໃນລະຫວ່າງວັນທີ 13-14 ທັນວາ 2018, ທີ່ ນະຄອນຫລວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ລາວ - ໄທ ເພີ່ມທະວີສົ່ງເສີມ ແລະ ອໍານວຍຄວາມສະດວກ ໃນການຮ່ວມມືດ້ານເສດຖະກິດໃຫ້ຂະຫຍາຍຕົວຂຶ້ນກວ່າເກົ່າ

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​​​ ແລະ ​ທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດ ຖະມົນຕີ ​ແຫ່ງ ຣາຊະ​ອານາຈັກ​ໄທ ຮ່ວມຖະແຫຼງຂ່າວ.

ໃນກອງ​ປະ​ຊຸມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​​ເປັນຫົວໜ້າ​ຄະນະ​ຜູ້​ແທນ​ ແລະ ປະທານ​ຮ່ວມ​ຝ່າຍ​ລາວ ແລະ ​ທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດ ຖະມົນຕີ ​ແຫ່ງ ຣາຊະ​ອານາຈັກ​ໄທ, ເປັນຫົວໜ້າ​ຄະນະ​ຜູ້​ແທນ ​ແລະ ​ປະທານ​ຮ່ວມ​ຝ່າຍ​ໄທ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງສູງມາຍັງ ສົມເດັດພະເຈົ້າມະຫາຊີວິດ ແລະ ພະບໍລົມວົງສານຸວົງທຸກພະອົງ, ລັດຖະບານ ແລະ ປະຊາຊົນໄທ ທຸກຖ້ວນໜ້າ ທີ່ໄດ້ໃຫ້ການ ຊ່ວຍເຫລືອແກ່ ສປປ ລາວ, ໂດຍສະ ເພາະແມ່ນ ປະຊາຊົນຜູ້ປະສົບໄພພິບັດ ທີ່ ເມືອງສະໜາມໄຊ, ແຂວງ ອັດຕະປື ໃນເດືອນ ກໍລະກົດ 2018, ຊຶ່ງການຊ່ວຍເຫລືອດັ່ງກ່າວ ໄດ້ເປັນກຳລັງໃຈທີ່ສຳຄັນ ໃຫ້ແກ່ຜູ້ປະສົບໄພ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ກໍ່ໄດ້ຕາງໜ້າໃຫ້ລັດຖະບານໄທ ຢືນຢັນໃຫ້ການຊ່ວຍເຫລືອເພີ່ມເຕີມ ຢູ່ພື້ນທີ່ປະສົບໄພໃນໄລຍະຟື້ນຟູ ໂດຍຈະດຳເນີນ ໂຄງການ ສ້າງທີ່ພັກໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ, ການສ້ອມແປງຂົວທີ່ ແຂວງອັດຕະປື ແລະ ໃຫ້ການຮ່ວມມື ດ້ານນິຕິວິທະຍາສາດ ເພື່ອພິສູດອັດຕະລັກຜູ້ເສຍຊີວິດ ຈາກເຫດການດັ່ງກ່າວ ຕາມການສະເໜີຂອງຝ່າຍລາວ.

ໃນໂອກາດດັ່ງກ່າວ, ສອງຝ່າຍຍັງໄດ້ສະແດງຄວາມຍິນດີ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ທີ່ໄດ້ຮັບ​ການ​ເສີມຂະຫຍາຍ ໃນຫລາຍໆດ້ານ, ຊຶ່ງສອດຄ່ອງ ກັບຫລັກການ ພື້ນຖານທີ່ລະບຸໄວ້ໃນ ຖະແຫລງການຮ່ວມ ໃນໂອກາດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ທ່ານ ພົນເອກ ກຽງສັກ ຊະມະນັນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອາ ນາຈັກໄທ, ໃນເດືອນມັງກອນ 1979; ຖະແຫລງການຮ່ວມ ໃນໂອກາດການຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການຂອງ ທ່ານ ໄກສອນ ພົມວິຫານ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນເດືອນເມສາ 1979; ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ປີ 1992 ລະຫວ່າງ​ ສອງ​ປະ​ເທດ ​ແລະ ທັງເປັນການຕອບສະໜອງ ກັບຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ ແລະ ໄທ ຢ່າງ​ແທ້​ຈິງ ເພື່ອ​ພ້ອມ​ກັນ​ກ້າວ​ໄປ​ສູ່​ ຄວາມ​ວັດທະນາ​ຖາວອນ. ​ພ້ອມນັ້ນ, ສອງຝ່າຍຍັງໄດ້​​ສະ​ແດງ​ ຄວາມເພິ່ງ​ພໍ​​ໃຈ ຕໍ່​ໝາກຜົນ​ຂອງການ​ພົວພັນຮ່ວມ​ມື ​ລາວ-​ໄທ ​ໃນ​ໄລຍະ​ຜ່ານ​ມາ ຊຶ່ງ​ມີ​ເອກະລັກພິ​ເສດ​ ຖານ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ຍາດພີ່ນ້ອງໃກ້ຊິດ ສະໜິດສະໜົມ ກັນ​ມາແຕ່ດົນນານ ​ແລະ ​ເຫັນ​ວ່າ ຜົນຂອງກອງປະຊຸ​ມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ​ ແບບບໍ່ເປັນທາງການໃນຄັ້ງ​ນີ້ ໄດ້ເພີ່ມທະວີຄວາມເຂົ້າອົກ ເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈ​ເຊິ່ງກັນ ແ​ລະ​ ກັນ, ຊຸກຍູ້ໃຫ້ມີການຮ່ວມມື ທີ່ມີປະສິຕິພາບ ແລະ ປະສິດຕິຜົນຍິ່ງຂຶ້ນ ເພື່ອເປັນພື້ນຖານ ອັນໜັກແໜ້ນກ້າວໄປສູ່ ການຍົກລະດັບການພົວພັນ ລາວ-ໄທ ເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ “Strategic Partnership for Growth and Sustainable Development” ເພື່່ອຜົນປະໂຫຍດສູງສຸດຂອງປະຊາຊົນສອງປະເທດ.

ໃນກອງປະຊຸມຄັ້ງນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ໃນ 03 ​ບັນຫາໃຫຍ່ ຄື: 1. ການ​ຮ່ວມ​ມື​ດ້ານ​ການ​ເມືອງ ​ແລະ ຄວາມ​ໝັ້ນຄົງ ; 2. ການຮ່ວມມື ດ້ານເສດຖະກິດ; 3. ການຮ່ວມມືດ້ານສັງຄົມ ແລະ ການພັດທະນາ. ລັດຖະບານ​ສອງ​ປະ​ເທດ​ເຫັນ​ດີ​ ​ໃຫ້​ມີ​ການ​ສ້າງ​ແຜນ​ຍຸດ​ທະ​ສາດຮ່ວມ ລາວ-​ໄທ ດ້ານ​ການ​ພັດທະນາ ໄລຍະ 05 ປີ (2019-2023) ແລະ ມອບ​ໝາຍ​ໃຫ້​ກະຊວງທີ່​ກ່ຽວຂ້ອງ​ ຂອງ​ທັງ​ສອງ​ປະ​ເທດ​ ນໍາ​ໄປ​ປຶກສາ​ຫາລື ກ່ຽວ​ກັບລາຍ​ລະອຽດຮ່ວມ​ກັນ​​ຕໍ່​ໄປ. ພ້ອມດຽວກັນນັ້ນ, ສປປ ລາວ ຈະສະໜັບສະໜູນການ ເປັນປະທານໝູນວຽນອາຊຽນຂອງ ຣາຊະອານາຈັກໄທ ໃນປີ 2019. ຫລັງຈາກນັ້ນ, ກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ຄັ້ງທີ 3 ໃນຄັ້ງນີ້ ໄດ້ດໍາເນີນໄປໃນບັນຍາກາດ ແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ.

ພາຍຫລັງສຳເລັດ ການເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້, ໄດ້ມີຖະແຫລງຂ່າວຮ່ວມ ຊຶ່ງສອງຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈ ທີ່ເຫັນວ່າການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທັງໃນຂອບທະວີພາຄີ ແລະ ພະຫຸພາຄີ ອັນເປັນການຕອບສະໜອງຕໍ່ສິດຜົນປະໂຫຍດ ຂອງປະຊາຊົນສອງຊາດ ຢ່າງ​ແທ້​ຈິງເພື່ອ​ພ້ອມ​ກັນ​ກ້າວ​ໄປ​ສູ່​ຄວາມ​ວັດທະນາ​ຖາວອນ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ຢືນຢັນສືບ ຕໍ່ເພີ່ມທະວີສົ່ງເສີມ ແລະ ອໍານວຍຄວາມສະດວກ ໃນການຮ່ວມມື ດ້ານເສດຖະກິດ ກໍຄື ການຄ້າ, ການລົງທຶນ ແລະ ການຮ່ວມມື ດ້ານພະລັງງານໄຟຟ້າ ໃຫ້ຂະຫຍາຍຕົວຂຶ້ນກວ່າເກົ່າ ເພື່ອພ້ອມກັນພັດທະນາ ປະກອບສ່ວນເຮັດໃຫ້ ການສ້າງປະຊາຄົມເສດຖະກິດອາຊຽນ ມີຄວາມເຂັ້ມແຂງຍິ່ງຂຶ້ນ, ໂດຍສະເພາະ ການຮ່ວມທຶນນໍາກັນ ເພື່ອສ້າງຖານຜະລິດອັນດຽວກັນ, ທັງນີ້ ກໍ່ເພື່ອຈະເປັນການສົ່ງເສີມ ການຄ້າໃຫ້ເຕີບໂຕໄວຂຶ້ນ. ກອງປະຊຸມໄດ້ທົບທວນຄືນຜົນການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາໃນແຕ່ລະດ້ານ ແລະ ໄດ້ເປັນເອກະພາບກັນ ກ່ຽວກັບທິດທາງໃນການ ເສີມຂະຫຍາຍການພົວພັນ ລະຫວ່າງສອງປະເທດ ໃນຕໍ່ໜ້າໃຫ້ມີຄວາມຄືບໜ້າ ແລະ ມີບາດກ້າວອັນໃໝ່ ເພື່ອປູພື້ນຖານໃຫ້ແກ່ການ ກ້າວໄປສູ່ການເປັນ ຄູ່ຮ່ວມຍຸດທະສາດ ເພື່ອການພັດທະນາ ແບບຍືນຍົງໃນອານາຄົດ.

ລາວ - ໄທ ເພີ່ມທະວີສົ່ງເສີມ ແລະ ອໍານວຍຄວາມສະດວກ ໃນການຮ່ວມມືດ້ານເສດຖະກິດໃຫ້ຂະຫຍາຍຕົວຂຶ້ນກວ່າເກົ່າ

ນາຍົກລັດຖະມົນຕີ ລາວ-ໄທ

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ສອງນາຍົກລັດຖະມົນຕີ ລາວ-ໄທ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃຫ້ແກ່ການລົງນາມ ໃນບັນດາເອກະສານ ຄື: ຖະແຫລງການຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ຄັ້ງທີ 3, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມຶືທາງດ້ານກົມໝາຍ ແລະ ຍຸຕິທໍາ, ບົດບັນທຶກການຮ່ວມມື ໃນຂົງເຂດການ ຄົມມະນາຄົມຂົນສົ່ງ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານການສຶກສາທິການ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການກໍ່ສ້າງສວນພຶກສາສາດ, ຂອບການຮ່ວມມື ວ່າດ້ວຍ ການກວດຄົນເຂົ້າ-ອອກເມືອງ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຊື້-ຂາຍໄຟຟ້າ ລາວ-ໄທ.

ໃນຕອນທ້າຍ, ຄະນະຜູ້ແທນຣາຊະອານາຈັກໄທ ໄດ້ສະແດງຄວາມຂອບໃຈ ຕໍ່ຄະນະຜູ້ແທນ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍຄວາມສະ ດວກເປັນຢ່າງດີໃນການຈັດກອງປະຊຸມຄັ້ງນີ້.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.