ຫວຽດນາມ ສົ່ງອອກເກີນດຸນ 2,53 ຕື້ໂດລາສະຫະລັດ ໃນ 4 ເດືອນຕົ້ນປີ 2022
ໃນ 4 ເດືອນຕົ້ນປີ 2022, ຄາດວ່າການສ່ົງອອກເກີນດຸນ 2,53 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບທົບສອງເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ໃນ 4 ເດືອນຕົ້ນປີ 2022, ຄາດວ່າການສ່ົງອອກເກີນດຸນ 2,53 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບທົບສອງເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ກົມການແພດສໍາຮອງ (ກະຊວງສາທາລະນະສຸກ) ຫາກໍ່ມີເອກະສານດ່ວນສົ່ງເຖິງກົມໃຫຍ່ກິລາ-ກາຍະກໍາ (ສູນບໍລິຫານຊີເກມ 31) ກ່ຽວກັບເລື່ອງຢຸດຕິການແຈ້ງອາການສຸຂະພາບສຳລັບໂຄວິດ-19 ເພື່ອຮັບໃຊ້ຊີເກມ 31.
ວັນທີ 2 ພຶດສະພາ, ທ່ານ ຟ້າມເຈື່ອງຢາງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຈີເລ ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາງ Antonia Urrejola Noguera ລັດຖະມົນຕີກະຊວງການຕ່າງປະເທດຈີເລ, ຜູ້ທີ່ຫາກໍ່ຮັບການແຕ່ງຕັ້ງຈາກທ່ານປະທານາທິບໍດີ Gabriel Boric.
ດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 73% ໃນໄຕມາດທີ 1 ປີ 2022.
ມີຫຼາຍຂະແໜງ, ຂົງເຂດຮັບຮູ້ລະດັບເຕີບໂຕກະໂດດຂັ້ນ ເຖິງວ່າ, ຖືກຜົນສະທ້ອນຢ່າງຮ້າຍແຮງຈາກໂລກລະບາດໂຄວິດ-19 ກໍ່ຕາມ.
ແຕ່ວັນທີ 15 ມີນາປີ 2022, ຫວຽດນາມໄດ້ທົດລອງເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນແລະຮອດວັນທີ 1 ພຶດສະພາປີ 2022 ຫວຽດນາມໄດ້ເປີດປະຕູການທ່ອງທ່ຽວທັງໝົດເພື່ອຮັບໃຊ້ນັກທ່ອງທ່ຽວສາກົນ. ໃນເງື່ອນໄຂເປັນປົກກະຕິໃຫມ່, ຫວຽດນາມໄດ້ຍົກເລີກຫລາຍຂໍ້ກຳນົດສຳລັບນັກທ່ອງທ່ຽວສາກົນເມື່ອມາທ່ຽວຢູ່ຫວຽດນາມ.
ຍສໝ - ໃນຂອບເຂດການເດີນທາງໄປປະຕິບັດງານຍັງບາງປະເທດເອີລົບ, ຫວ່າງແລ້ວນີ້, ຄະນະຜູ້ແທນອົງການພຸດທະສາສະໜາ ຫວຽດນາມ ນຳໂດຍພະສັງຄະນາຍົກ ທິກຖໍລາກ, ຫົວໜ້າຄະນະວັດທະນະທຳສູນກາງອົງການພຸດທະສາສະໜາຫວຽດນາມ ໄດ້ເຂົ້າຢ້ຽມສະຖານທູດຫວຽດນາມ ປະຈໍາເຢຍລະມັນ.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ ມົດສະກູ, ປະເທດ ລັດເຊຍ, ນັກສຶກສາ ຫວຽດນາມ ຂຶ້ນກັບກຸ່ມ “ອ້ອມແຂນ ຫວຽດນາມ - ລັດເຊຍ” ໄດ້ຈັດຕັ້ງ “ວັນບຸນອ່ານຫນັງສື” ເພື່ອເຜີຍແຜ່ບັນດາຄຸນຄ່າການອ່ານ ແລະ ນໍາມາເຊິ່ງບັນດາການເຄື່ອນໄຫວນອກຫຼັກສູດທີ່ມີປະໂຫຍດ ແລະ ຫນ້າສົນໃຈ, ເພື່ອດຶງດູດ ແລະ ເຕົ້າໂຮມບັນດານັກສຶກສາຕ່າງປະເທດ ຫວຽດນາມ ທີ່ພວມຮ່ຳຮຽນ ແລະ ດຳເນີນການຄົ້ນຄ້ວາຢູ່ ມົດສະກູ.
ຍສໝ - ຫວ່າງແລ້ວນີ້, ຢູ່ທີ່ຄະນະປະຈຳສະພາການຄ້າສາກົນຂອງສະພາຕ່ຳການາດາ, ທ່ານສາດສະດາຈານ Julie ດ້າຍຈາງຫງວຽນ, ຜູ້ອຳນວຍການສະມາຄົມການາດາ - ຫວຽດນາມ (CVS) ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ຫວຽດນາມ ສຳລັບວິສາຫະກິດ ການາດາ. ບໍ່ພຽງແຕ່ໃນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ແຕ່ຍັງໃນທົ່ວພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກທີ່ກວ້າງໃຫຍ່ນຳອີກ.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ຈັດພິທີສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2022).
ພາຍຫຼັງພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ມີການເຈລະຈາທີ່ສຳຄັນຢູ່ສຳນັກງານລັດຖະບານ.
ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 30 ເມສາຫາວັນທີ 1 ພຶດສະພາປີ 2022. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານ Kishida Fumio ໃນຖານະເປັນນາຍົກລັດຖະມົນຕີ ຍີ່ປຸ່ນ ນັບແຕ່ເມື່ອຮັບດຳລົງຕຳແໜ່ງ (ເມື່ອເດືອນຕຸລາປີ 2021). ຊື່ງເປັນຂີດໝາຍສຳຄັນໃໝ່ ໃນວິວັດການປັບປຸງ, ເພີ່ມທະວີ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງ ຫວຽດນາມ-ຍີ່ປຸ່ນ
ວັນທີ 29 ເມສາ, ກົມໃຫຍ່ສະຖິຕິ ໃຫ້ຮູ້ວ່າ ໄລ່ລວມ 4 ເດືອນຕົ້ນປີ 2022, ແຂກທ່ອງທ່ຽວສາກົນມາທ່ອງທ່ຽວຫວຽດນາມ ບັນລຸເກືອບ 192,4 ພັນເທື່ອຄົນ, ເພີ່ມຂຶ້ນ 184,7% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ.
ກໍາລັງທະຫານຊາຍແດນແຂວງລາວກາຍ (ຫວຽດນາມ) ແລະ ແຂວງຢຸນນານ (ຈີນ) ໄດ້ຈັດຕັ້ງ 10 ກອງລາດຕະເວນ, ຈັດຕັ້ງການລາດຕະເວນຈາກຫຼັກ ໝາຍຊາຍແດນທີ 87 ເຖິງຫຼັກໝາຍຊາຍແດນທີ 167 ພາຍໃຕ້ຮູບແບບຊາຍແດນກົງກັນຂ້າມກັບຊາຍແດນ, ຈຸດກົງກັນຂ້າມຈຸດ, ຄວບຄຸມເຂດຊາຍແດນຢ່າງເຂັ້ມງວດ.
ຍສໝ - ນີ້ແມ່ນປີທີ ສອງ ທີ່ 4 ແຂວງເຂດຕາເວັນຕົກສ່ຽງເໜືອ ຂອງຫວຽດນາມ ແລະ ແຂວງ ຢຸນນານ ຂອງຈີນ ຈັດຕັ້ງກອງປະຊຸມລະຫວ່າງ ບັນດາເລຂາພັກແຂວງ ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການຮ່ວມມື ລະຫວ່າງບັນດາທ້ອງຖິ່ນ ນັບແຕ່ ກອງປະຊຸມ ຄັ້ງທີ 1 ປີ 2021 ມາຮອດປັດຈຸບັນ.
ຍສໝ - ຄຸນພໍ່ ຫງວຽນຫຶວມາກ, ປະທານສາສະຫນາ Mennonite ຫວຽດນາມ (ພາກເໜືອ) ໃຫ້ຮູ້ວ່າ, ທີ່ກອງປະຊຸມຄັ້ງນີ້, ທີ່ກອງປະຊຸມສະມັດຊາໃຫຍ່ຈະຮັບຮອງເອົາບົດລາຍງານການເຄື່ອນໄຫວໃນອາຍຸການ 35 (2017-2021); ປຶກສາ ຫາລືທິດທາງຂອງການພັດທະນາສະມາຄົມໃນໄລຍະໃຫມ່.
ຍສໝ - ຕາມມາດຕະຖານປະເທດມີລາຍຮັບປານກາງຕ່ຳຂອງທະນາຄານໂລກ, ອັດຕາຄວາມທຸກຍາກຢູ່ຫວຽດນາມ ໄດ້ຫຼຸດຈາກ 16,8% ລົງເປັນ 5% ໃນໄລຍະ 2010-2020, ມີກວ່າ 10 ລ້ານຄົນ ໄດ້ຮັບການໜູນຊ່ວຍຫຼຸດພົ້ນອອກຈາກຄວາມທຸກຍາກ.
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນເຊື່ອໝັ້ນວ່າ ປະເທດ ລາວ ຈະຟື້ນຟູເສດຖະກິດ - ສັງຄົມໂດຍໄວ ແລະ ປະຕິບັດບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ລາວ ວາງອອກໄດ້ຢ່າງມີໄຊ.
ຍສໝ - ວັນທີ 27 ເມສານີ້, ກອງທະຫານຊ່າງແສງ ແລະໂຮງໝໍກາງສະໜາມ ຂັ້ນ 2 ໄດ້ເຄື່ອນພົນໄປປະຕິບັດໜ້າທີ່ຢູ່ Abyei ແລະ ຊູດານໃຕ້. ທ່ານພົນຕີ ຮວ່າງກິມຟູງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ) ໄດ້ໃຫ້ສຳພາດຕໍ່ສຳນັກຂ່າວສານຫວຽດນາມ ກ່ຽວກັບເຫດການຄັ້ງນີ້...
SEA Games 31 ຈະດຳເນີນໃນລະຫວ່າງວັນທີ 12 – 23 ພຶດສະພາ ຢູ່ຮ່າໂນ້ຍ ແລະ 11 ແຂວງ, ນະຄອນອ້ອມຂ້າງ.