ຫວຽດນາມ ເປີດປະຕູການທ່ອງທ່ຽວທັງໝົດເພື່ອຕ້ອນຮັບນັກທ່ອງທ່ຽວສາກົນ

11:50 | 05/05/2022

ແຕ່ວັນທີ 15 ມີນາປີ 2022, ຫວຽດນາມໄດ້ທົດລອງເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນແລະຮອດວັນທີ 1 ພຶດສະພາປີ 2022 ຫວຽດນາມໄດ້ເປີດປະຕູການທ່ອງທ່ຽວທັງໝົດເພື່ອຮັບໃຊ້ນັກທ່ອງທ່ຽວສາກົນ. ໃນເງື່ອນໄຂເປັນປົກກະຕິໃຫມ່, ຫວຽດນາມໄດ້ຍົກເລີກຫລາຍຂໍ້ກຳນົດສຳລັບນັກທ່ອງທ່ຽວສາກົນເມື່ອມາທ່ຽວຢູ່ຫວຽດນາມ.

ຄະນະຜູ້ແທນອົງການພຸດທະສາສະໜາ ຫວຽດນາມ ຢ້ຽມຢາມເຢຍລະມັນ ຄະນະຜູ້ແທນອົງການພຸດທະສາສະໜາ ຫວຽດນາມ ຢ້ຽມຢາມເຢຍລະມັນ
ວັນບຸນອ່ານຫນັງສື ຂອງນັກສຶກສາຫວຽດນາມ ຢູ່ລັດເຊຍ ວັນບຸນອ່ານຫນັງສື ຂອງນັກສຶກສາຫວຽດນາມ ຢູ່ລັດເຊຍ
ຫວຽດນາມ ເປີດກວ້າງຂອບເຂດສຳລັບນັກທ່ອງທ່ຽວສາກົນ ມາທ່ຽວຢູ່ ຫວຽດນາມ ແລະ ນັກທ່ອງທ່ຽວພາຍໃນປະເທດ ໄປທ່ຽວຢູ່ຕ່າງປະເທດ. (ພາບປະກອບ:baochinhphu.vn)
ຫວຽດນາມ ເປີດກວ້າງຂອບເຂດສຳລັບນັກທ່ອງທ່ຽວສາກົນ ມາທ່ຽວຢູ່ ຫວຽດນາມ ແລະ ນັກທ່ອງທ່ຽວພາຍໃນປະເທດ ໄປທ່ຽວຢູ່ຕ່າງປະເທດ. (ພາບປະກອບ:baochinhphu.vn)

ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ທາບທາມ, ຄົ້ນຄ້ວາບົດຮຽນຂອງຫລາຍປະເທດກ່ຽວກັບການເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນ ເພື່ອໝູນໃຊ້ໃຫ້ເໝາະສົມກັບສະພາບການຢູ່ ຫວຽດນາມ. ຫວຽດນາມ ໄດ້ເປີດກວ້າງຂອບເຂດສຳລັບເປົ້າໝາຍແມ່ນນັກທ່ອງທ່ຽວສາກົນມາທ່ຽວຢູ່ ຫວຽດນາມ (inbound) ແລະນັກທ່ອງທ່ຽວໄປທ່ຽວຢູ່ຕ່າງປະເທດ(outbound). ນັກທ່ອງທ່ຽວສາກົນອາດຈະເຂົ້າມາຫວຽດນາມຜ່ານທາງອາກາດ, ທາງບົກ, ທາງທະເລຫາກບໍ່ແມ່ນມີພຽງແຕ່ທາງອາກາດຄືໃນໄລຍະທົດລອງ. ເພື່ອຮັບປະກັນວິທີຕ້ອນຮັບນັກທ່ອງທ່ຽວສາກົນໃຫ້ມີຄວາມປອດໄພແລະມີປະສິດທິຜົນ, ຫົວຫນ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ຫງວຽນຈູ່ງແຄງໃຫ້ຮູ້ວ່າ:

ປະກາດໃຊ້ເອກະສານແນະນຳລະບຽບການເຂົ້າ-ອອກເມືອງ ໃຫ້ຮັບປະກັນຄວາມປອດໄພດ້ານສາທາລະນະສຸກຢູ່ບັນດາດ່ານຊາຍແດນສາກົນ ແລະ ຜັນຂະຫຍາຍຢ່າງເປັນລະບົບໃນທົ່ວປະເທດ. ຟື້ນຟູນະໂຍບາຍຍົກເວັ້ນວິຊາ ເຂົ້າ-ອອກເມືອງ ທີ່ໄດ້ນຳໃຊ້ສຳລັບບັນດາຕະຫລາດນັກທ່ອງທ່ຽວສາກົນ ໃນໄລຍະກ່ອນປີ 2020. ເພີ່ມອັດຕາການເຊື່ອມຕໍ່ບັນດາສາຍການບິນການຄ້າສາກົນເປັນປົກກະຕິເພື່ອຮັບໃຊ້ນັກທ່ອງທ່ຽວ

ບັນດາທ້ອງຖິ່ນສືບຕໍ່ຫັນຜະລິດຕະພັນທ່ອງທ່ຽວເປັນຫລາຍຮູບແບບດ້ວຍເລື່ອງນຳເອົາປັດໄຈດ້ານວັດທະນະທຳເຂົ້າໃນບັນດາຜະລິດຕະພັນທ່ອງທ່ຽວທີ່ມີຢູ່ແລ້ວໃນປະຈຸບັນ, ເພີ່ມການລົງຕົວຈິງໃຫ້ນັກທ່ອງທ່ຽວ. ທ່ານບຸ່ຍວັນແມ້ງ, ຫົວຫນ້າພະແນກທ່ອງທ່ຽວແຂວງນິງບີ່ງໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຈະຍູ້ແຮງການສົ່ງເສີມໂຄສະນາເພື່ອເຂົ້າເຖິງບັນດາຕະຫລາດນັກທ່ອງທ່ຽວສາກົນທີ່ມີຄວາມສາມາດບົ່ມຊ້ອນ, ຍົກສູງຄຸນນະພາບການບໍລິການ, ສ້າງບັນດາຜະລິດຕະພັນການທ່ອງທ່ຽວຄືນໃຫມ່ແລະເພີ່ມເຕີມບັນດາຜະລິດຕະພັນທ່ອງທ່ຽວໃຫມ່ອີກເພື່ອຕອບສະຫນອງຄວາມຕ້ອງການທີ່ນັບມື້ນັບສູງຂອງນັກທ່ອງທ່ຽວ.

ໄຕມາດ 1 ປີ 2022, ນັກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ບັນລຸເກືອບ 91.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 90% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ບັນດາສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ ຊື່ງນັກທ່ອງທ່ຽວຄົ້ນຫາຫລາຍສຸດ ແມ່ນ: ຮ່າໂນ້ຍ, ຮ້າລອງ, ເຫ້ວ, ດ່າຫນັງ, ໂຮ້ຍອານ, ດາລາດ, ຫວູງເຕົາ, ນະຄອນ ໂຮ່ຈີມິນ, ຟູກວັກ. ອ້າຍDamien Devillian, ນັກທ່ອງທ່ຽວ ມາຈາກ ສິງກະໂປ ໃຫ້ຮູ້ວ່າ:

ຂ້າພະເຈົ້າ ມາທ່ຽວຢູ່ ຫວຽດນາມ ສອງສາມຄັ້ງແລ້ວ ແລະ ຂ້າພະເຈົ້າຄິດວ່າ ຫວຽດນາມ ແມ່ນປະເທດສວຍງາມ ເພາະໃນປະເທດ ເຖິງວ່າມີຫລາຍແຫ່ງແຕກຕ່າງກັນ, ແຕ່ລະເຂດພາກລ້ວນແຕ່ມີທິວທັດທຳມະຊາດ, ສະຖານທີ່ທ່ອງທ່ຽວດູດດຶ່ມທີ່ແຕກຕ່າງ. ນັ້ນແມ່ນ ສາຍເຫດທີ່ຂ້າພະເຈົ້າເລືອກເຟັ້ນໄປທ່ຽວຢູ່ ຫວຽດນາມ. ເມື່ອໄດ້ຮັບຂ່າວວ່າ ຫວຽດນາມ ເປີດປະຕູການທ່ອງທ່ຽວທັງໝົດແລ້ວ ຂ້າພະເຈົ້າຈອງປີ້ຍົນໄປເລີຍ

ປີ 2022, ຂະແຫນງທ່ອງທ່ຽວສູ້ຊົນຕ້ອນຮັບນັກທ່ອງທ່ຽວ 65 ລ້ານເທື່ອຄົນ, ໃນນັ້ນນັກທ່ອງທ່ຽວຕ່າງປະເທດ 5 ລ້ານເທື່ອຄົນ. ລາຍຮັບຈາກການທ່ອງທ່ຽວບັນລຸປະມານ 17,5 ຕື້ USD. ເລື່ອງເປີດປະຕູການທ່ອງທ່ຽວສາກົນປະກອບສ່ວນປະຕິບັດ “ເປົ້າໝາຍຄວບຄູ່” ຂອງລັດຖະບານທັງປ້ອງກັນຕ້ານໂລກລະບາດຢ່າງມີປະສິດທິຜົນ, ທັງຟື້ນຟູເສດຖະກິດໃນຂົງເຂດການທ່ອງທ່ຽວ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.