ຜູ້ເຂົ້າຮ່ວມ ຊີເກມ 31 ມາຫວຽດນາມ ບໍ່ຕ້ອງແຈ້ງອາການສຸຂະພາບ

15:48 | 05/05/2022

ກົມການແພດສໍາຮອງ (ກະຊວງສາທາລະນະສຸກ) ຫາກໍ່ມີເອກະສານດ່ວນສົ່ງເຖິງກົມໃຫຍ່ກິລາ-ກາຍະກໍາ (ສູນບໍລິຫານຊີເກມ 31) ກ່ຽວກັບເລື່ອງຢຸດຕິການແຈ້ງອາການສຸຂະພາບສຳລັບໂຄວິດ-19 ເພື່ອຮັບໃຊ້ຊີເກມ 31.

ສະຫນາມກິລາແຫ່ງຊາດມິດິ່ງ ກຽມພ້ອມຮັບໃຊ້ ຊີເກມ ຄັ້ງທີ 31 ສະຫນາມກິລາແຫ່ງຊາດມິດິ່ງ ກຽມພ້ອມຮັບໃຊ້ ຊີເກມ ຄັ້ງທີ 31
ນະຄອນ ດ່າໜັງ ຕ້ອນຮັບຖ້ຽວບິນທຳອິດ ນຳນັກທ່ອງທ່ຽວສາກົນ ມາຫວຽດນາມ ນະຄອນ ດ່າໜັງ ຕ້ອນຮັບຖ້ຽວບິນທຳອິດ ນຳນັກທ່ອງທ່ຽວສາກົນ ມາຫວຽດນາມ
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ.
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ.

ກົມການແພດສໍາຮອງ ສະເໜີກົມໃຫຍ່ກິລາ-ກາຍະກໍາ (ສູນບໍລິຫານຊີເກມ 31) ລາຍງານໃຫ້ຄະນະຈັດຕັ້ງຊີເກມ 31 ແລະແຈ້ງໃຫ້ບັນດາຄະນະກິລາເຂົ້າຮ່ວມຊີເກມ 31. ກ່ອນໜ້ານັ້ນ, ໃນເອກະສານແນະນໍາກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຮັບໃຊ້ຊີເກມ 31, ກະຊວງສາທາລະນະສຸກ ໄດ້ຊີ້ແຈ້ງວ່າ ສຳລັບແຂກຖືກເຊີນຂັ້ນຮອງລັດຖະມົນຕີ ຫຼື ທຽບເທົ່າຂຶ້ນໄປ, ຫົວໜ້າ, ຮອງຫົວໜ້າຄະນະກິລາເຂົ້າຮ່ວມຊີເກມ 31 ບໍ່ຈໍາເປັນຕ້ອງມີໃບຢັ້ງຢືນເກັບຕົວຢ່າງວິເຄາະຫາເຊື້ອ SARS-CoV-2 ເປັນຜົນລົບເມື່ອເຂົ້າເມືອງ, ກໍ່ບໍ່ຕ້ອງເກັບຕົວຢ່າງຫາເຊື້ອພາຍຫຼັງເຂົ້າເມືອງ ແລະບໍ່ຕ້ອງແຍກຕົວອີກ.

ກ່ອນໜ້ານັ້ນ, ກະຊວງສາທາລະນະສຸກ ໄດ້ມີແຈ້ງການຢຸດຕິການແຈ້ງອາການສຸຂະພາບສຳລັບໂຄວິດ-19 ຊົ່ວຄາວຢູ່ດ່ານຊາຍແດນທັງໝົດຂອງຫວຽດນາມ ສຳລັບຜູ້ເຂົ້າເມືອງ; ສືບຕໍ່ການຕິດຕາມກວດກາຜູ້ໂດຍສານເຂົ້າເມືອງຢູ່ບັນດາດ່ານຊາຍແດນຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານພະຍາດຕິດແປດກ່ຽວກັບການກວດຫາເຊື້ອພະຍາດຢູ່ເຂດຊາຍແດນ.

la.qdnd.vn

ເຫດການ
302 Found

Found

The document has moved here.