ສືບຕໍ່ປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ເລິກເຊິ່ງກວາງຂວາງ ຫວຽດນາມ-ຍີ່ປຸ່ນ

10:42 | 01/05/2022

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 30 ເມສາຫາວັນທີ 1 ພຶດສະພາປີ 2022. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານ Kishida Fumio ໃນຖານະເປັນນາຍົກລັດຖະມົນຕີ ຍີ່ປຸ່ນ ນັບແຕ່ເມື່ອຮັບດຳລົງຕຳແໜ່ງ (ເມື່ອເດືອນຕຸລາປີ 2021). ຊື່ງເປັນຂີດໝາຍສຳຄັນໃໝ່ ໃນວິວັດການປັບປຸງ, ເພີ່ມທະວີ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງ ຫວຽດນາມ-ຍີ່ປຸ່ນ

ວັນ​ບຸນ ຫວຽດນາມ - ຍີ່ປຸ່ນ ຈະ​ກາຍ​ເປັນ​ວັນ​ບຸນ​ຂອງ​ຊາວ​ໜຸ່ມ, ​ເພື່ອ​ສັນຕິພາບ ​ແລະ ອະນາຄົດ​ຂອງ​ໂລກ ວັນ​ບຸນ ຫວຽດນາມ - ຍີ່ປຸ່ນ ຈະ​ກາຍ​ເປັນ​ວັນ​ບຸນ​ຂອງ​ຊາວ​ໜຸ່ມ, ​ເພື່ອ​ສັນຕິພາບ ​ແລະ ອະນາຄົດ​ຂອງ​ໂລກ
ສະຫາຍ ຫວູຫາຍຮ່າ ຕ້ອນຮັບທີ່ປຶກສາພິເສດ ສະຫະພັນລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ສະຫາຍ ຫວູຫາຍຮ່າ ຕ້ອນຮັບທີ່ປຶກສາພິເສດ ສະຫະພັນລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ດຳເນີນໄປໃນສະພາບທີ່ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງ ຫວຽດນາມ-ຍີ່ປຸ່ນ ພວມສືບຕໍ່ພັດທະນາຢ່າງດີງາມ, ບັນລຸປະສິດທິຜົນໃນຫຼາຍຂົງເຂດ, ຊື່ງເປັນໝາກຜົນຂອງວິວັດການສ້າງ ແລະ ພັດທະນາການພົວພັນອັນດີງາມລະຫວ່າງ ຫວຽດນາມ-ຍີ່ປຸ່ນ ໃນເກືອບ 50 ປີທີ່ຜ່ານມາ.

ວິວັດການສ້າງ ແລະ ພັດທະນາການພົວພັນອັນດີງາມລະຫວ່າງ ຫວຽດນາມ-ຍີ່ປຸ່ນ

ນັບແຕ່ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ (ເມື່ອວັນທີ 21 ກັນຍາປີ 1973), ການພົວພັນລະຫວ່າງ ຫວຽດນາມ-ຍີ່ປຸ່ນ ໄດ້ຮັບການປັບປຸງ, ພັດທະນາ ແລະ ເຂົ້າສູ່ແທດຈິງ. ເດືອນເມສາປີ 2009, ຫວຽດນາມ ແລະ ຍີ່ປຸ່ນ ໄດ້ເຫັນດີເປັນເອກະພາບ ສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຮອດເດືອນມີນາປີ 2014, ເນື່ອງໃນໂອກາດການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ ຂອງທ່ານປະທານປະເທດ ເຈືອງເຕິນຊາງ, ຫວຽດນາມ ແລະ ຍີ່ປຸ່ນ ໄດ້ຕົກລົງຍົກລະດັບການພົວພັນສອງຝ່າຍຂຶ້ນລະດັບສູງໃໝ່, ເປັນ “ການພົວພັນຄູ່ຮ່ວມມືຍຸດທະສາດເລີກເຊິ່ງກ້ວາງຂວາງ ເພື່ອສັນຕິພາບ ແລະ ວັດຖະນາຖາວອນຢູ່ ອາຊີ”. ຕໍ່ຈາກນັ້ນ, ເດືອນກັນຍາປີ 2015, ເນື່ອງໃນໂອກາດການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ, ສອງປະເທດໄດ້ຮັບຮອງເອົາຖະແຫຼງການວິໄສທັດລວມ, ໃນນັ້ນ, ພິເສດໄດ້ຕີລາຄາສູງ “ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດຢ່າງຮອບດ້ານ ແລະ ແທດຈິງ”.

ທ່ານນາຍົກລັດຖະມົນຕີ  Kishida Fumio ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເດືອນພະຈິກປີ 2021 (ພາບ: VGP)
ທ່ານນາຍົກລັດຖະມົນຕີ Kishida Fumio ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເດືອນພະຈິກປີ 2021 (ພາບ: VGP)

ເດືອນພະຈິກປີ 2021, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ ໄປຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ, ຊື່ງແມ່ນການນຳຕ່າງປະເທດຜູ້ທຳອິດ ໄດ້ໄປຢ້ຽມຢາມຍີ່ປຸ່ນ ນັບແຕ່ທ່ານນາຍົກລັດຖະມົນຕີ Kishida Fumio ຮັບດຳລົງຕຳແໜ່ງ ຊື່ງສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ຖືການພົວພັນກັບຍີ່ປຸ່ນ ເປັນສຳຄັນ. ໃນການຢ້ຽມຢາມຄັ້ງນີ້, ສອງປະເທດໄດ້ຮັບຮອງເອົາຖະແຫຼງການຮ່ວມ “ມຸ່ງໄປເຖິງການເປີດໄລຍະໃໝ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງ ຫວຽດນາມ-ຍີ່ປຸ່ນ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ”. ນີ້ແມ່ນພື້ນຖານ, ແມ່ນກຳລັງໜູນທີ່ສຳຄັນ ເພື່ອໃຫ້ສອງປະເທດສືບຕໍ່ຊຸກຍູ້, ນຳການພົວພັນລະຫວ່າງສອງປະເທດ ຂຶ້ນສູ່ລະດັບສູງໃໝ່.

ຕາມນັ້ນແລ້ວ, ການພົວພັນລະຫວ່າງສອງປະເທດໃນບັນດາຂົງເຂດ, ໂດຍສະເພາະແມ່ນຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການລົງທຶນ, ການຄ້າ, ODA, ສາທາລະນະສຸກ, ກະສິກຳ, ວິທະຍາສາດເຕັກໂນໂລຊີ, ການຫັນເປັນດີຈີຕອນ, ການສຶກສາບຳລຸງສ້າງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ. ຍີ່ປຸ່ນ ໄດ້ກາຍເປັນຄູ່ຮ່ວມມືເສດຖະກິດສຳຄັນອັນດັບໜຶ່ງຂອງຫວຽດນາມ, ແມ່ນປະເທດອຸປະຖຳ ODA ຫຼາຍກ່ວາໝູ່, ຄູ່ຮ່ວມມືດ້ານການທ່ອງທ່ຽວອັນດັບທີສາມ, ຄູ່ຮ່ວມມືການຄ້າອັນດັບທີສີ່ຂອງຫວຽດນາມ. ປີ 2021, ວົງເງິນການຄ້າສອງປະເທດບັນລຸເກືອບ 43 ຕື້ USD, ເພີ່ມຂຶ້ນແຮງເມື່ອທຽບກັບປີ 2020. ຍີ່ປຸ່ນ ກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການລົງທຶນໃຫ່ຍກ່ວາໝູ່ຂອງຫວຽດນາມ ດ້ວຍທຶນຈົດທະບຽນປະມານກ່ວາ 42 ຕຶ້ື້ USD, ປະຕິບັດໃນກ່ວາ 19 ຂະແໜງ, ຂົງເຂດ.

ກຳລັງໜູນສຳຄັນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ ກ້ວາງຂວາງ ຫວຽດນາມ-ຍີ່ປຸ່ນ

ສຳລັບຫວຽດນາມ ແລ້ວ, ເລື່ອງຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ມາຢ້ຽມຢາມ ແມ່ນບາດກ້າວຜັນຂະຫຍາຍຢ່າງຄົບຊຸດ ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າການ, ເພື່ອສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ ຊື່ງໄດ້ຢັ້ງຢືນທີ່ກອງປະຊຸມໃຫ່ຍພັກທົ່ວປະເທດຄັ້ງທີ 13. ພ້ອມກັນນັ້ນ, ສືບຕໍ່ສະແດງໃຫ້ເຫັນເລື່ອງຫວຽດນາມ ຖືຍີ່ປຸ່ນ ເປັນສຳຄັນ ດ້ວຍທີ່ຕັ້ງແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນອັນດັບໜຶ່ງ, ມີທີ່ຕັ້ງບຸລິມະສິດສູງໃນນະໂຍບາຍການຕ່າງປະເທດ; ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບ ຍີ່ປຸ່ນ ປະກອບສ່ວນໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.

ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ຢັ້ງຢືນບາດກ້າວພັດທະນາໃໝ່, ທັງເປັນກຳລັງໜູນສຳຄັນ ເພື່ອໃຫ້ສອງປະເທດ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືເລິກເຊິ່ງກ້ວາງຂວາງ ຫວຽດນາມ-ຍີ່ປຸ່ນ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ, ຕອບສະໜອງຜົນປະໂຫຍດ ແລະ ຄວາມມຸ່ງຫວັງຂອງ ປຊຊ ສອງປະເທດ, ພ້ອມທັງແຜ່ຂະຫຍາຍນ້ຳໃຈຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມຢູ່ພາກພື້ນ ກໍ່ຄືໃນທົ່ວໂລກ./.

vovworld.vn

ເຫດການ
302 Found

Found

The document has moved here.