ຍສໝ - ຫວ່າງແລ້ວນີ້, ຄ້າຍທະຫານຊາຍແດນເຊີນຮົ່ງ (ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ) ສົມທົບກັບກອງຮ້ອຍປ້ອງກັນຊາຍແດນ 252, ກອງບັນຊາການທະຫານແຂວງບໍລິຄໍາໄຊ (ລາວ) ໄດ້ດຳເນີນການລາດຕະເວນສອງຝ່າຍ.
ຍສໝ - ຫວ່າງແລ້ວນີ້, ພິທີປິດຊຸດຝຶກອົບຮົມວິຊາການສື່ມວນຊົນພາຍໃຕ້ຫົວຂໍ້ “ບັນດາທັກສະເຮັດຂ່າວໃນໂທລະສັບສະຫຼາດ” ໂດຍສະມາຄົມນັກຂ່າວຫວຽດນາມ ສົມທົບກັບສະມາຄົມນັກຂ່າວລາວ ດໍາເນີນຢູ່ນະຄອນຫຼວງວຽງຈັນ.
ວັນທີ 24 ເມສາ 2019 ນີ້, ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງສູນກາງພັກ ປະທານ ສູນກາງ ແນວລາວສ້າງຊາດ, ພ້ອມດ້ວຍທ່ານ ສັນຕິພາບ ພົມວິຫານ ກຳມະການສູນ ກາງພັກ ເລຂາພັກແຂວງ ເຈົ້າ ແຂວງສະຫວັນນະເຂດ, ມີບັນ ດາທ່ານການນຳຂັ້ນສູນກາງ, ທ່ານປະທານແນວລາວສ້າງ ຊາດແຂວງໄດ້ລົງເຄື່ອນໄຫວ ພົບປະໂອ້ລົມກັບຄະນະພັກອຳ ນາດການປົກຄອງ, ພະນັກ ງານສະມາຊິກພັກ ແລະອົງ ການຈັດຕັ້ງມະຫາຊົນໃນ 2 ເມືອງຄືເມືອງວິລະບູລີ ແລະ ເມືອງນອງ.
ໃນຕອນເຊົ້າຂອງວັນທີ 26 ເມສາ 2019 ປະຊາຊົນຊາວນະຄອນຫຼວງວຽງຈັນ ສປປ ລາວ ແລະ ປະຊາຊົນແຂວງໜອງຄາຍ ປະເທດໄທ ພ້ອມດ້ວຍອຳນາດການປົກຄອງກ່ຽວຂ້ອງໄດ້ພ້ອມກັນໃສ່ບາດເພື່ອເປັນການສະເຫຼີມສະຫຼອງວັນຄົບຮອບ 25 ປີ ການເປີດນໍາໃຊ້ຂົວມິດຕະພາບລາວ-ໄທແຫ່ງທຳອິດ ໂດຍມີ ພຣະສົງເຂົ້າຮ່ວມ 125 ອົງ ໃນນັ້ນພຣະຈາກລາວ 62 ອົງ ເພື່ອເປັນການສະເຫລີມສະຫລອງຄົບຮອບ 25 ປີ ການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ
ຍສໝ - ແຕ່ວັນທີ 17-19 ພຶດສະພາ 2019 ຢູ່ ເມືອງອາເລື໊ອຍ, ແຂວງເທື່ອທຽນເຫວ້ຈະດຳເນີນວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວບັນດາຊົນເຜ່ົາສ່ວນໜ້ອຍເຂດຊາຍແດນຫວຽດນາມ-ລາວ, ເຂດພາກໃຕ້-ໄຕງວຽນ ປີ 2019.
ທ່ານ ວົງມີໄຊ ສຸບົວຄຳ ຄູເຝິກໃຫຍ່ທີມເຕະບານຍິງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ໃຫ້ສຳພາດວ່າ: ສຳລັບການແຂ່ງຂັນເຕະບານຍິງຮຸ່ນອາຍຸບໍ່ເກີນ 19 ປີ ຫຼື “Bangamata U-19 Women’s International Gold Cup 2019” ທີ່ນະຄອນຫຼວງທາກາ ປະເທດບັງກະລາເທດເປັນເຈົ້າພາບປັດຈຸບັນສະພາບຂອງທີມພວກເຮົາພາຍຫຼັງນຳພານັກກີລາລົງເຝິກຊ້ອມມື້ທຳອິດເຫັນວ່າ ນັກກີລາທຸກຄົນມີຄວາມພ້ອມເຕັມທີ.
ຂົວມິດຕະພາບ ລາວ-ໄທ 1 ນະຄອນຫຼວງວຽງຈັນ ແລະ ແຂວງໜອງຄາຍ ໄດ້ເລີ່ມກໍ່ສ້າງປີ 1991 ແລະ ສຳເລັດພ້ອມເປີດນຳໃຊ້ປີ 1994 ນັບແຕ່ສ້າງຕັ້ງຂຶ້ນມາໄດ້ຈັດພິທີສະເຫຼີມສະຫຼອງມາແລ້ວ 2 ຄັ້ງ ຄື: ໂອກາດຄົບຮອບ 10 ປີ ໃນປີ 2004 ຄົບຮອບ 20 ປີ ໃນປີ 2014 ແລະ ຄັ້ງທີ 3 ຄົບຮອບ 25 ປີ ທີ່ຈະຈັດຂຶ້ນໃນວັນທີ 26-27 ເມສາ 2019.
ຍສໝ - ຫວ່າງແລ້ວນີ້, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ເບຊວນເຈື່ອງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ ກີລາກອນ ບຸນນະຜົນ, ຫົວໜ້າກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ.
ເພື່ອເພີ່ມທະວີການຮ່ວມມືດ້ານແຮງງານ ໃນວັນທີ 23 ເມສາ 2019 ນີ້, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ທ່ານນາງ ລຳພອຍ ສີອັກຄະຈັນ ກຳມະການພັກ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ລາວ ແລະ ທ່ານ ເລ ມິນເຕີນ ຄະນະພັກ, ຫົວໜ້າພະແນກແຮງງານ, ຜູ້ເສຍອົງຄະ ແລະ ສັງຄົມ ນະຄອນໂຮຈິມິນ ຫວຽດນາມ ພ້ອມດ້ວຍຄະນະ.
ຍສໝ - ສະຫາຍ ເລ ດຶກ ແອັງ ເປັນຜູ້ໜຶ່ງທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ຕະຫຼອດມາ.
ໃນຕອນບ່າຍຂອງວັນທີ 24 ເມສາ 2019 ຢູ່ທີ່ສະໂມສອນຂອງເມືອງໄດ້ຈັດພິທີຕ້ອນຮັບ ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ ສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມທິມງານ, ທ່ານ ສັນ ຕິພາບ ພົມວິຫານ ກຳມະການສູນກາງພັກ ເຈົ້າແຂວງສະຫວັນນະເຂດ ລົງມາຢ້ຽມຢາມ ປະຊາຊົນ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງນອງ ໂດຍໃຫ້ກຽດຕ້ອນຮັບຈາກ ທ່ານ ປອ ສຸພາພອນ ນັນທະນາວອນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆນອງພ້ອມດ້ວຍພໍ່ແມ່ປະຊາຊົນຊາວເມືອງນອງເຂົ້າຮ່ວມດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ ແລະດີອົກດີໃຈ.
ຕອນບ່າຍວັນທີ 23 ເມສາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ເບ໊ຊວນເຈື່ອງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ ກີລາກອນ ບຸນນະຜົນ, ຫົວໜ້າກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ.
ກະຊວງຍຸຕິທໍາຫວຽດນາມ ສົມທົບກັບຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ມອບຂໍ້ຕົກລົງຂອງປະທານປະເທດແຫ່ງ ສສ.ຫວຽດນາມ ກ່ຽວກັບເລື່ອງເຂົ້າສັນຊາດຫວຽດນາມ ໃຫ້ພົນລະເມືອງລາວ 76 ຄົນ ທີ່ສົມລົດໂດຍບໍ່ມີການຈົດທະບຽນໃນບໍລິເວນເມືອງດ້ຽນບຽນ (ແຂວງດ້ຽນບຽນ).
ມື້ວານນີ້ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາກ່ຽວກັບສະພາບການພາກພື້ນ ແລະ ສາກົນ ແລະ ການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດໃນໄລຍະໃໝ່ຂອງ ສປປ ລາວ.
ຊຸມປີຜ່ານມາ ພັກ ແລະ ລັດຖະບານ ບັນດາຂະແໜງການ ອົງການທຽບເທົ່າຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ໄດ້ສຸມຄວາມພະຍາຍາມໃນການຊີ້ນຳ-ນຳພາ ລົງທຶນພັດທະນາເປັນຈຳນວນຫຼາຍ ທັງຈັດຕັ້ງກຳລັງໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ ດ້ວຍມາດຕະຖານຕ່າງໆ ຈຶ່ງໄດ້ມີຜົນສຳເລັດຫຼາຍດ້ານໃນການພັດທະນາປະເທດຊາດ.
ໃນລະຫວ່າງຕົ້ນເດືອນມີນາ 2019 ນີ້, ຄະນະຜູ້ແທນກອງພົນ 324 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນທີ 1 ກອງທັບປະຊາຊົນລາວ ເຊິ່ງນໍາໂດຍສະຫາຍ ພັນເອກ ເລຮົງເຢິນ ຫົວໜ້າກອງພົນ 324 ທະຫານເຂດ 4 ກອງ ທັບປະຊາຊົນຫວຽດນາມ ເຊິ່ງໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມດ້ວຍໄມຕີຈິດມິດຕະພາບຂອງ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 1 ແລະ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຮອງເລຂາຄະນະພັກ, ຫົວໜ້າການ ທະຫານກອງພົນທີ 1 ພ້ອມຄະນະ.
ການແຂ່ງຂັນແລ່ນ-ລານຄັ້ງນີ້ ນັກກີລາລາວ ຈະລົງແຂ່ງຂັນ 3 ລາຍການ ຄື ທ້າວ ອານຸສອນ ໄຊສາ ແລ່ນຂ້າມຮົ້ວ 110 ແມັດຊາຍ ນາງ ມະນີວັນ ຈັນທະວົງ ແລ່ນຂ້າມຮົ້ວ 100 ແມັດຍິງ ແລະ ນາງ ສີລິນາ ພະອາໄພ ແລ່ນ 100 ແມັດຍິງ.
ຍສໝ - ທ້າຍອາທິດແລ້ວ, ທີ່ເມືອງດ້ຽນບຽນ, ກະຊວງຍຸຕິທໍາ ສົມທົບກັບ ຄະນະກໍາມະການປະຊາຊົນແຂວງດ້ຽນບຽນຈັດພິທີມອບໃບຕົງລົງຂອງປະທານປະເທດກ່ຽວກັບການອະນຸຍາດເຂົ້າສັນຊາດຫວຽດນາມໃຫ້ແກ່ຄົນລາວ 76 ຄົນ ທີ່ເມືອງດ້ຽນບຽນ.
ພິທີລົງນາມບົດບັນທຶກຄວາມເຂົ້າໃຈເພື່ອສຶກສາຄວາມເປັນໄປໄດ້ດ້ານເຕັກນິກ-ເສດຖະກິດ ແລະ ຜົນກະທົບເບື້ອງຕົ້ນດ້ານສິ່ງແວດລ້ອມ ແລະ ສັງຄົມຂອງໂຄງການສາຍສົ່ງ 500 KV ເສັ້ນໜຶ່ງ ທີ່ຈະນຳໃຊ້ໃນການສົ່ງພະລັງງານໄຟຟ້າຈາກ ສປປ ລາວ ໄປຫາ ສສ ຫວຽດນາມ ໄດ້ຈັດຂຶ້ນໃນອິາທິດແລ້ວ.
ທີມຊາດລາວ ຖືກຈັບສະຫຼາກ ພົບກັບ ທີມຊາດບັງກະລາເທດ ໂດຍນັດທີ 1 ຈະແຂ່ງຂັນວັນທີ 6 ມິຖຸນາ 2019 ຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ແລະ ນັດທີ 2 ຈະແຂ່ງຂັນວັນທີ 11 ມິຖຸນາ 2019 ຢູ່ປະເທດບັງກະລາເທດ.