![]() |
ການນໍາກະຊວງຍຸຕິທໍາຫວຽດນາມ ແລະການນໍາຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ມອບໃບຕົກລົງເຂົ້າສັນຊາດຫວຽດນາມ ໃຫ້ແກ່ພົນລະເມືອງລາວ. (ພາບ: nhandan.com.vn)
ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ມອບໜ້າທີ່ໃຫ້ຄະນະຊີ້ນໍາ 2627 ຂອງແຂວງ, ຄະນະກໍາມະການປະຊາຊົນເມືອງດ້ຽນບຽນ ແລະບັນດາຫົວໜ່ວຍທີ່ກ່ຽວຂ້ອງສໍາເລັດບັນດາລະບຽບການໂດຍໄວ ເພື່ອອອກໃບຢັ້ງຢືນສຳມະໂນພົນລະເມືອງ, ສໍາມະໂນຄົວ, ໃບສົມລົດ, ໃບປະຈໍາຕົວ ແລະແກ້ໄຂລະບອບ, ນະໂຍບາຍໃຫ້ແກ່ບຸກຄົນທີ່ໄດ້ເຂົ້າສັນຊາດຫວຽດນາມໃນຄັ້ງນີ້, ເພື່ອແນໃສ່ຮັບປະກັນສິດຂອງພົນລະເມືອງ, ຊ່ວຍພໍ່ແມ່ປະຊາຊົນເຊື່ອມຕົວເຂົ້າກັບການດຳລົງຊີວິດໃນບໍລິເວນຢູ່ອາໄສ.
(ແຫຼ່ງຂໍ້ມູນ: ທະນາພອນ/ກປ.ອອນໄລ)