ທີມຊາດລາວ ພົບ ບັງກະລາເທດ ບານໂລກ 2022 ຮອບຄັດເລືອກ

11:12 | 21/04/2019

​ທີມ​ຊາດ​ລາວ ຖືກ​ຈັບ​ສະ­ຫຼາກ ພົບ​ກັບ ທີມ​ຊາດ​ບັງ​ກະ­ລາ​ເທດ ໂດຍ​ນັດ​ທີ 1 ຈະ​ແຂ່ງ­ຂັນ​ວັນ​ທີ 6 ມິ­ຖຸ­ນາ 2019 ຢູ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16 ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ນັດ​ທີ 2 ຈະ​ແຂ່ງ­ຂັນ​ວັນ​ທີ 11 ມິ­ຖຸ­ນາ 2019 ຢູ່​ປະ­ເທດ​ບັງ​ກະ­ລາ​ເທດ.

ທີມຊາດລາວ ພົບ ບັງກະລາເທດ ບານໂລກ 2022 ຮອບຄັດເລືອກ

ທີມຊາດລາວ ພົບ ບັງກະລາເທດ ບານໂລກ 2022 ຮອບຄັດເລືອກ. ພາບ:vientianemai.net

ສະ­ຫະ­ພັນ​ບານ­ເຕະ​ອາ­ຊີ (AFC) ຈັບ​ສະ­ຫຼາກ​ການ​ແຂ່ງ­ຂັນ​ບານ​ໂລກ 2022 ຢູ່​ປະ­ເທດ​ກາ​ຕາ ຮອບ​ຄັດ​ເລືອກ ຮອບ​ທີ 1 ແລະ ການ​ແຂ່ງ­ຂັນ​ບານ­ເຕະ​ຊີງ​ແຊັມ​ອາ­ຊີ 2022 ຮອບ​ຄັດ​ເລືອກ​ຮອບ​ທີ 1 (FIFA World Cup Qatar 2022 and AFC Asian Cup 2022 Qualifiers-Preliminary Joint Qualification Round 1) ຂຶ້ນ​ວັນ​ທີ 17 ເມ­ສາ 2019 ຢູ່​ກົວ​ລຳ​ເປີ ປະ­ເທດ​ມາ​ເລ​ເຊຍ.

ສຳ­ລັບ​ທີມ​ຊາດ​ລາວ ຖືກ​ຈັບ​ສະ­ຫຼາກ ພົບ​ກັບ ທີມ​ຊາດ​ບັງ​ກະ­ລາ​ເທດ ໂດຍ​ນັດ​ທີ 1 ຈະ​ແຂ່ງ­ຂັນ​ວັນ​ທີ 6 ມິ­ຖຸ­ນາ 2019 ຢູ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16 ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ນັດ​ທີ 2 ຈະ​ແຂ່ງ­ຂັນ​ວັນ​ທີ 11 ມິ­ຖຸ­ນາ 2019 ຢູ່​ປະ­ເທດ​ບັງ​ກະ­ລາ​ເທດ.

ສ່ວນ​ຜົນ​ການ​ຈັບ​ສະ­ຫຼາກ​ຄູ່​ອື່ນໆ​ມີ: ທີມ​ຊາດ​ມົງ​ໂກ​ລີ ພົບ ທີມ​ຊາດ​ບຣູ​ໄນ ທີມ​ຊາດ​ມາ​ເກົາ ພົບ ທີມ​ຊາດ​ສີ​ລັງ­ກາ ທີມ​ຊາດ​ມາ​ເລ​ເຊຍ ພົບ ທີມ​ຊາດ​ຕີ​ມໍ ເລ​ສ​ເຕ ທີມ​ຊາດ​ກຳ­ປູ­ເຈຍ ພົມ ທີມ​ຊາດ​ປາ​ກິ​ສ​ຖານ ທີມ​ຊາດ​ພູ​ຖານ ພົບ ທີມ​ຊາດ​ກວມ.

(ແຫຼ່ງ​ຂໍ້​ມູນ​: www.vientianemai.net)

ທ່ານອາດຈະມັກ

ເຫດການ