ທ່ານ ປອ ໄຊສົມພອນ ພົມວິຫານ ປະທານ ສູນກາງແນວລາວສ້າງຊາດ ຢ້ຽມຢາມພະນັກງານຫຼັກແຫຼ່ງ ເມືອງນອງ.

09:56 | 25/04/2019

ໃນຕອນບ່າຍຂອງວັນທີ 24 ເມສາ 2019 ຢູ່ທີ່ສະໂມສອນຂອງເມືອງໄດ້ຈັດພິທີຕ້ອນຮັບ ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ ສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມທິມງານ, ທ່ານ ສັນ ຕິພາບ ພົມວິຫານ ກຳມະການສູນກາງພັກ ເຈົ້າແຂວງສະຫວັນນະເຂດ ລົງມາຢ້ຽມຢາມ ປະຊາຊົນ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງນອງ ໂດຍໃຫ້ກຽດຕ້ອນຮັບຈາກ ທ່ານ ປອ ສຸພາພອນ ນັນທະນາວອນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆນອງພ້ອມດ້ວຍພໍ່ແມ່ປະຊາຊົນຊາວເມືອງນອງເຂົ້າຮ່ວມດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ ແລະດີອົກດີໃຈ.

ທ່ານ ປອ ໄຊສົມພອນ ພົມວິຫານ ປະທານ ສູນກາງແນວລາວສ້າງຊາດ ຢ້ຽມຢາມພະນັກງານຫຼັກແຫຼ່ງ ເມືອງນອງ.

ທ່ານ ປອ ໄຊສົມພອນ ພົມວິຫານ ລົງພົບປະຢ່ຽມຢາມ ປະຊາຊົນດ້ວຍຕົນເອງ.

ໃນພິທີ ທ່ານ ປອ ສຸພາພອນ ເຈົ້າເມືອງໆນອງ ກໍ່ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາໃຫ້ເຫັນວ່າ: ປັດຈຸບັນໄດ້ຫັນເອົາພະນັກງານຫຼັກແຫຼ່ງລົງປະຈຳຢູ່ຈຸດສຸມກຸ່ມບ້ານທັງໝົດ 18 ສະຫາຍ,ຍິງ 1 ສະຫາຍ ໃນນັ້ນມີຄະນະພັກເມືອງ 7 ສະຫາຍ,ຍິງ 1 ສະຫາຍ, ມີບ້ານພັດທະນາ 4ບ້ານ ມີ 820ຄອບຄົວ, ບ້ານພົ້ນທຸກ 38 ບ້ານ ກວມເອົາ 54 ສ່ວນຮ້ອຍ ຂອງບ້ານທັງໝົດ ມີ 2.259 ຄອບຄົວ, ພ້ອມນັ້ນກໍ່ຍັງໄດ້ເອົາໃຈໃສ່ຈັດສັນພູມລໍາ ເນົາຂອງປະຊາຊົນທີ່ຖືກຜົນກະທົບຈາກການສ້າງເຂື່ອນໄຟຟ້າ ເຊລະນອງ 1 ຢູ່ເຂດຈຸດສຸມແກ້ງລີ້ນມີຈຳນວນ 2 ບ້ານຄື: ບ້ານ ລະເບົານ້ຳມີ 56 ຫຼັງຄາ ແລະບ້ານ ລ໊ອຍນ້ຳມີ 32 ຫຼັງຄາ, ທົ່ວເມືອງມີໜ່ວຍພັກທັງໝົດ 92 ໜ່ວຍພັກມີ 892 ສະຫາຍ, ຍິງ 141 ສະຫາຍ, ສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນໄດ້ 26 ໜ່ວຍພັກ, ຂະຫຍາຍຊາວໜຸ່ມໄດ້ 22 ຮາກຖານມີ 92 ໜ່ວຍ, ຈັດຕັ້ງຂໍ້ແຂ່ງຂັນແມ່ຍິງ 3 ດີປະເພດ1 ມີ1.723 ຄົນ ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ: ສ້າງບ້ານປ້ອງກັນຊາດໄດ້ 24 ບ້ານມີ 1.540 ຄອບຄົວ, ສ້າງບ້ານປ້ອງກັນຄວາມສະຫງົບໄດ້ 28 ບ້ານມີ 2.197 ຄອບຄົວ ວຽກງານເສດຖະກິດ: ເອົາໃຈໃສ່ປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງເມືອງຕາມ 8 ແຜນງານ 101 ໂຄງການ ມາຮອດປັດຈຸບັນປະຕິບັດໄດ້ 62 ໂຄງການ ກວມເອົາ 61,4 ສ່ວນຮ້ອຍ ມູນຄ່າ 26,25 ຕື້ກີບ, ທຶນຂອງລັດມີ 33 ໂຄງການມູນຄ່າ 30,3 ຕື້ກີບ, ດ້ານການສ້າງລາຍຮັບ ໄດ້ຊອກຫາແຫຼ່ງລາຍຮັບເຂົ້າງົບປະມານແຫ່ງລັດ ປັດຈຸບັນສາມາດປະຕິບັດໄດ້ 1,865 ຕື້ກວ່າກີບ, ຮັບຈາກສ່ວຍສາ 1,046 ຕື້ກີບ, ພາສີທີ່ດິນ 248 ລ້ານກີບ, ຊັບສິນລັດ 572 ລ້ານກີບ, ວຽກງານ ໂຍທາທິການ ແລະຂົນສົ່ງ : ການກໍ່ສ້າງເສັ້ນທາງແຕ່ບ້ານດົງ ຫາເມືອງນອງສຳເລັດ 93,93 ສ່ວນຮ້ອຍ, ເສັ້ນທາງແຕ່ເທດສະບານເມືອງ ຫາຊາຍແດນເມືອງຕະໂອ້ຍ ແຂວງສາລະວັນ ຍາວ 39,2 ກິໂລ ແມັດ ສຳເລັດ 80 ສ່ວນຮ້ອຍ, ວຽກງານ ຖະແຫຼງຂ່າວ:ໄດ້ເຮັດໜ້າທີ່ເປັນກະບອກສຽງຜ່ານວິທະຍຸ FM107,5 MHZ ເຜີຍແຜ່ແນວທາງນະໂຍບາຍ ມະຕິຄຳສັ່ງ ລະບຽບກົດໝາຍຂອງລັດໄດ້ 510ສະບັບ,ເກັບກຳຂ່າວ ເພື່ອສົ່ງໃຫ້ໜັງສືພິມສະຫວັນພັດທະນາໄດ້ 124 ຂ່າວ, ຈັດສົ່ງໜັງສືພິມໄດ້ 2.880 ສະບັບ, ສ້າງບ້ານວັດທະນະທຳໄດ້ທັງໝົດ 22 ບ້ານມີ 1.425 ຄອບຄົວ ໂອກາດດັ່ງກ່າວ ທ່ານກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ການນຳຂອງເມືອງ.ຈາກນັ້ນກໍ່ໄດ້ມອບເຄື່ອງຊ່ວຍເຫຼືອຈຳນວນໜຶ່ງໃຫ້ກັບການນຳຂອງເມືອງເພື່ອໄປແຈກຢາຍໃຫ້ປະຊາຊົນ ແລະມອບເບ້ຍໝາກມ່ວງຈຳນວນ 5 ພັນເບ້ຍ ລວມມູນຄ່າ 1ຮ້ອຍລ້ານກີບ ພ້ອມທັງຮ່ວມປູກ ຢູ່ບໍລິເວນຂ້າງເດີ່ນສະໂມສອນຂອງເມືອງ ແລະໄດ້ເດີນທາງໄປຢ້ຽມຊົມສວນກ້ວຍ ບໍລິສັດສຸກຮຸ່ງເຮືອງ (ຫວຽດນາມ) ທີ່ບ້ານ ນາລົງເກົ່າ ເມືອງນອງແຂວງສະຫວັນນະເຂດ.

(ແຫຼ່ງ​ຂໍ້​ມູນ​: ຫ້ອງການ ຖວທ ເມືອງນອງ)

ເຫດການ
302 Found

Found

The document has moved here.