ການມອບຮັບໃບຕົກລົງອະນຸຍາດເຂົ້າສັນຊາດຫວຽດນາມໃຫ້ແກ່ຄົນລາວ 76 ຄົນ

13:48 | 22/04/2019

ຍສໝ - ທ້າຍອາທິດແລ້ວ, ທີ່ເມືອງດ້ຽນບຽນ, ກະຊວງຍຸຕິທໍາ ສົມທົບກັບ ຄະນະກໍາມະການປະຊາຊົນແຂວງດ້ຽນບຽນຈັດພິທີມອບໃບຕົງລົງຂອງປະທານປະເທດກ່ຽວກັບການອະນຸຍາດເຂົ້າສັນຊາດຫວຽດນາມໃຫ້ແກ່ຄົນລາວ 76 ຄົນ ທີ່ເມືອງດ້ຽນບຽນ.

ການມອບຮັບໃບຕົກລົງອະນຸຍາດເຂົ້າສັນຊາດຫວຽດນາມໃຫ້ແກ່ຄົນລາວ 76 ຄົນ

ການມອບຮັບໃບຕົກລົງອະນຸຍາດເຂົ້າສັນຊາດຫວຽດນາມໃຫ້ແກ່ຄົນລາວ 76 ຄົນ. ພາບ: baodienbienphu.info.vn

ເມືອງດ້ຽນບຽນ ມີຄົນລາວ 76 ຄົນ ທີ່ໄດ້ອະນຸຍາດເຂົ້າສັນຊາດຫວຽດນາມໃນຄັ້ງນີ້ເຊິ່ງທີ່ກໍາລັງດໍາລົງຊິວີດຢູ່ບັນດາຕ່າແສງຄື: ແທງເນືອ, ແທງເຊືອງ, ແທງຮືງ, ແທງອານ, ປາເທີມ, ນ່າເຕົາ, ເມື່ອງປົ່ນ, ນົວງາມ, ເມື່ອງລອຍ, ນາອື, ຟູລວງ, ແຮ້ມວງ, ຊາມມືນ.

ທີ່ພິທີດັ່ງກ່າວ, ທ່ານ ຫຼໍ່ວັນຕຽນ ຮອງປະທານຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ມອບໝາຍໜ້າທີ່ວຽກງານໃຫ້ແກ່ຄະນະຊີ້ນໍາ 267 ຂອງແຂວງ; ຄະນະກໍາມະການປະຊາຊົນເມືອງດ້ຽນບຽນ ແລະ ບັນດາໜ່ວຍງານກ່ຽວຂ້ອງສືບຕໍ່ປະຕິບັດບັນດາຂັ້ນຕອນເພື່ອອອກໃບຢັ້ງຢືນພົນລະເຮືອນ, ເອກະສານລົງທະບຽນສໍາມະໂນຄົວ, ເອກະສານຈົດທະບຽນແຕ່ງງານ, ເອກະສານສ່ວນບຸກຄົນ, ໃບແຈ້ງເກີດສໍາລັບເດັກນ້ອຍ; ແກ້ໄຂບັນດານະໂຍບາຍເພື່ອຮັບປະກັນສິດພົນລະເຮືອນ, ສ້າງເງື່ອນໄຂອັນສະດວກໃຫ້ແກ່ປະຊາຊົນໃຫ້ມີຄວາມຫມັ້ນຄົງໃນການດໍາລົງຊິວີດຢູ່ໃນເຂດທີ່ຢູ່ອາໃສ.

(ໄຊພອນ)

ເຫດການ
302 Found

Found

The document has moved here.