![]() |
ສະຫຼອງເປີດຂົວມິດຕະພາບ ລາວ-ໄທ 1
ທ່ານ ວິໄຊ ມະນີແສງ ຮັກສາການຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ໃຫ້ສຳພາດວັນທີ 24 ເມສາ 2019 ວ່າ: ຂົວມິດຕະພາບ ລາວ-ໄທ 1 ແມ່ນຂອງຂວັນຈາກລັດຖະບານ ແລະ ປະຊາຊົນປະເທດອົດສະຕຣາລີ ມອບໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ແລະ ໄທ ໂດຍແມ່ນທ່ານ ໂພລ ຈ. ຄິດຕິງ ນາຍົກລັດຖະມົນຕີອົດສະຕຣາລີ ເປັນຜູ້ມອບ ທ່ານ ຄຳໄຕ ສີພັນດອນ ນາຍົກລັດຖະມົນຕີລາວ ແລະ ທ່ານ ຊວນ ຫຼີກໄພ ນາຍົກລັດຖະມົນຕີໄທ ເປັນຜູ້ຮັບ ໃນວັນທີ 8 ເມສາ 1994 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ໜູຮັກ ພູມສະຫວັນ ປະທານປະເທດລາວ ແລະ ພະບາດສົມເດັດ ພູມີພົນ ອະດູນຍະເດດ ເຈົ້າຊີວິດໄທ.
ຂົວແຫ່ງນີ້ເລີ່ມກໍ່ສ້າງເດືອນຕຸລາ 1991 ແລະ ສຳເລັດເດືອນມີນາ 1994 ຄວາມກວ້າງຂອງແມ່ນ້ຳ ປະມານ 640 ແມັດ ຄວາມຍາວຂອງຂົວທັງໝົດ 1.174 ແມັດ ຄວາມສູງຂອງພື້ນຂົວຈາກລະດັບນ້ຳສູງສຸດ 13,4 ແມັດ ຄວາມສູງຂອງພື້ນຂົວຈາກລະດັບນ້ຳຕ່ຳສຸດ 26 ແມັດ ຄວາມຍາວຂອງຂົວ ແລະ ທາງເຂົ້າຂົວທີ່ອົດສະຕຣາລີໃຫ້ການຊ່ວຍເຫຼືອກໍ່ສ້າງ 2.440 ແມັດ ເຊິ່ງການຄຸ້ມຄອງ ແລະ ບົວລະບັດຮັກສາ ຝ່າຍລາວຂົວເທິງບົກ 240 ແມັດ ຂົວກາງນ້ຳ 332,5 ແມັດ ແລະ ຝ່າຍໄທ ຂົວເທິງບົກ 269 ແມັດ ແລະ ຂົວກາງນ້ຳ 332,5 ແມັດ ໃນຕະຫຼອດໄລຍະ 25 ປີຜ່ານມາ ສອງຝ່າຍໄດ້ຮ່ວມມືກັນບູລະນະບຳລຸງຮັກສາປັບປຸງຢ່າງຕໍ່ເນື່ອງ ຄື: ທາສີບັງເກີທຸກປີ ປ່ຽນຖ່າຍອຸປະກອນໄຟຟ້າເຍືອງເສົາຂົວ ໄຟເດີນເຮືອ ລະບົບແສງສະຫວ່າງເທິງຂົວ ປີ 2013 ສ້ອມແປງພ໋ອດແບຣິງ (ຝັ່ງໄທ) ແລະ P14 (ຝ່າຍລາວ) ປີ 2015 ສ້ອມແປງຈຸດຫົດຢືດຫົວເສົາຂົວ P8 (ຝັ່ງໄທ) ແລະ P5 (ຝັ່ງລາວ) ປີ 2018 ສ້ອມແປງຈຸດຫົດຢືດ P15 (ຝັ່ງລາວ).
ທ່ານ ວິໄຊ ມະນີແສງ ຍັງໃຫ້ຮູ້ຕື່ມວ່າ: ໃນໂອກາດຄົບຮອບ 25 ປີ ເປີດຂົວມິດຕະພາບ ລາວ-ໄທ 1 ປະເທດອົດສະຕຣາລີ ຮ່ວມກັບລາວ ແລະ ໄທ ໄດ້ຈັດພິທີສະເຫຼີມສະຫຼອງໃນວັນທີ 26-27 ເມສາ 2019 ໂດຍຈັດໃຫ້ມີຫຼາຍກິດຈະກໍາ ຄື: ວັນທີ 26 ເມສາ 2019 ເວລາ 5:00-7:00 ໂມງເຊົ້າ ຈະມີພິທີໃສ່ບາດ ພະສົງ ລາວ ແລະ ໄທ 125 ອົງ ຢູ່ກາງຂົວ ເວລາ 8:00-17:00 ໂມງ ແຂ່ງຂັນກ໊ອຟມິດຕະພາບຢູ່ຝັ່ງໄທ ຈະມີນັກກ໊ອບການນຳນະຄອນຫຼວງວຽງຈັນ ແລະ ນັກທຸລະກິດເຂົ້າຮ່ວມນຳຝ່າຍໄທ 12 ທ່ານ ເວລາ 19:00-21:00 ໂມງ ສະແດງສິລະປະສາມປະເທດຢູ່ຝັ່ງໄທ ນະຄອນຫຼວງວຽງຈັນ ສົ່ງຄະນະສິລະປະ ເຂົ້າຮ່ວມ 2-3 ລາຍການ ສ່ວນວັນທີ 27 ເມສາ 2019 ເວລາ 4:00 ໂມງ(ເຊົ້າ) ຈະມີກິດຈະກຳຂີ່ລົດຖີບຝ່າຍໄທ 150-200 ຄົນ ຝ່າຍລາວປະມານ 30 ຄົນ ແລະ ແລ່ນມາລາທອນຝ່າຍໄທ 700 ຄົນ ແລະ ຝ່າຍລາວ 150 ຄົນ ກິດຈະກຳນີ້ຈັດຢູ່ຝັ່ງໄທ ເພື່ອຄວາມປອດໄພຕໍ່ຜູ້ທີ່ເຂົ້າຮ່ວມພິທີໃສ່ບາດຢູ່ກາງຂົວ ໂດຍການເຫັນດີຈາກລັດຖະບານທັງສອງປະເທດ ລາວ-ໄທ ທາງດ່ານຈະໄດ້ເລື່ອນເວລາການເປີດດ່ານຈາກປົກກະຕິ 6:00 ໂມງເຊົ້າມາເປັນ 7:00 ໂມງເຊົ້າໃນວັນທີ 26 ເມສາ 2019 ດັ່ງນັ້ນ ຈຶ່ງແຈ້ງມາຍັງຜູ້ທີ່ເຂົ້າ-ອອກດ່ານແຫ່ງນີ້ຈົ່ງຮັບຊາບ ແລະ ປະຕິບັດຕາມນີ້ດ້ວຍ.
(ແຫຼ່ງຂໍ້ມູນ: vientianemai.net)