![]() |
ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ທ່ານນາງ ລຳພອຍ ສີອັກຄະຈັນ ກຳມະການພັກ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ລາວ ແລະ ທ່ານ ເລ ມິນເຕີນ ຄະນະພັກ, ຫົວໜ້າພະແນກແຮງງານ, ຜູ້ເສຍອົງຄະ ແລະ ສັງຄົມ ນະຄອນໂຮຈິມິນ ຫວຽດນາມ.
ໃນການພົບປະຄັ້ງນີ້, ທັງສອງຝ່າຍ ໄດ້ປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ພ້ອມທັງ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະຜ່ານມາ ຂອງສອງປະເທດ ໃຫ້ກັນຊາບ ໂດຍສະເພາະແມ່ນວຽກງານຄຸ້ມຄອງແຮງງານ, ວຽກງານພັດທະນາສີມືແຮງງານ ແລະ ຈັດຫາງານ, ວຽກງານນະໂຍບາຍຕໍ່ຜູ້ມີຜົນງານ, ວຽກງານປະກັນສັງຄົມ, ວຽກງານສັງຄົມສົງເຄາະ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງ. ທັງນີ້, ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນອະນາຄົດ ແລະ ຍາວນານ.
ໃນວັນດຽວກັນ, ກໍໄດ້ມີພິທີ ເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບການພົວພັນຮ່ວມມືຮອບດ້ານ ລະຫວ່າງສອງພະແນກແຮງງານ ລາວ-ຫວຽດນາມ ລະຫວ່າງ ທ່ານນາງ ລຳພອຍ ສີອັກຄະຈັນ ກຳມະການພັກ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ແລະ ທ່ານ ເລ ມິນເຕີນ ຄະນະພັກ, ຫົວໜ້າພະແນກແຮງງານ, ຜູ້ເສຍອົງຄະ ແລະ ສັງຄົມ ນະຄອນໂຮຈິມິນ ໂດຍມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.
ໃນນັ້ນກ່ຽວກັບຜົນສຳເລັດໃນການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະ ປີ 2017ທີ່ຜ່ານມາທີ່ນະຄອນໂຮຈີມີນ ແລະ ຜົນການປຶກສາຫາລື ກ່ຽວກັບເນື້ອໃນແຜນການຮ່ວມມື ໃນໄລຍະປີ 2019-2024 ໃຫ້ມີຄວາມຊັດເຈນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນດີຂຶ້ນມີດັ່ງນີ້:
ໜຶ່ງ, ສອງພະແນກແຮງງານ ລະ ສະຫວັດດີການ ນະຄອນຫຼວງວຽງຈັນ ແລະ ພະແນແຮງງານ-ຜູ້ເສຍອົງຄະ ແລະ ສັງຄົມ ໂຮຈີມີນ ສືບຕໍ່ແລກປຽ່ນຂອງຄະນະຜູ້ແທນທຸກໆປີ(ໂດຍພັດປຽນກັນປີລະຄັ້ງ ); ສອງ, ພະແນແຮງງານ-ຜູ້ເສຍອົງຄະ ແລະ ສັງຄົມ ໂຮຈີມີນ ຈະຊວ່ຍເຫຼືອໃນການຍົກລະດັບໄລຍະສັ້ນໃຫ້ກັບບຸຄະລະກອນ , ຄູອາຈານຢູ່ສູນພັດທະນາສີມືແຮງງານ, ກໍໍ່ສ້າງ, ບຳລຸງ ເຕັກນິກວິຊາຊີບ ຢູ່ ນະຄອນໂຮຈີມີນ ຈຳນວນ 10 ຄົນ/ປີ, ພ້ອມທັງຮັບພິຊອບຄ່າໃຊ້ຈ່າຍກິນຢູ່ພັກເຊົາ, ໄປກັບລະຫວ່າງປະເທດນຳອີກ. ສາມ, ພະແນແຮງງານ-ຜູ້ເສຍອົງຄະ ແລະ ສັງຄົມ ໂຮຈີມີນ ຈະຊວ່ຍເຫຼືອສະໜອງອຸປະກອນ ແລະ ງົບປະມານ ໃນການຮັບໃຊ້ການພັດທະນາສີມືແຮງງານ ແລະ ຍົກລະດັບການເຄື່ອນໄຫວວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ກັບບຸຄະລາກອນ ສູນພັດທະນາສີມືແຮງງານນະຄອນຫຼວງ. ສີ່, ສອງພະແນກແຮງງານ ລະ ສະຫວັດດີການ ນະຄອນຫຼວງວຽງຈັນ ແລະ ພະແນແຮງງານ-ຜູ້ເສຍອົງຄະ ແລະ ສັງຄົມ ໂຮຈີມີນ ສ້າງເງື່ອນໄຂສຸກຍູ້ສູນພັດທະນາສີມືແຮງງານ ລາວ- ຫວຽດນາມ ແລກປຽ່ນບົດຮຽນເຊິ່ງກັນ ແລະກັນ.ຫ້າ, ສອງພະແນກການແຮງງານ ລາວ- ຫວຽດນາມເປັນເຈົ້າການສຸກຍູ້ ແລະ ຜັນຂະຫຍາຍບົດບັນທືກສະບັບນີ້./
(ແຫຼ່ງຂໍ້ມູນ: ນ. ເພັດສະໄໝ/ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ)