|
ຢູ-19 ລາວ ຫວັງເກັບໄຊນັດທຳອິດ ເຕະບານຍິງນາໆຊາດທີ່ ບັງກລາເທດ. ພາບ: vientianemai.net
ທ່ານ ວົງມີໄຊ ສຸບົວຄຳ ຄູເຝິກໃຫຍ່ທີມເຕະບານຍິງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ໃຫ້ສຳພາດວ່າ: ສຳລັບການແຂ່ງຂັນເຕະບານຍິງຮຸ່ນອາຍຸບໍ່ເກີນ 19 ປີ ຫຼື “Bangamata U-19 Women’s International Gold Cup 2019” ທີ່ນະຄອນຫຼວງທາກາ ປະເທດບັງກະລາເທດ ເປັນເຈົ້າພາບ ປັດຈຸບັນສະພາບຂອງທີມພວກເຮົາ ພາຍຫຼັງນຳພານັກກີລາລົງເຝິກຊ້ອມມື້ທຳອິດເຫັນວ່າ ນັກກີລາທຸກຄົນມີຄວາມພ້ອມເຕັມທີ ແລະ ອີກຢ່າງໜຶ່ງ ທີມຊຸດນີ້ມີຄວາມເຂົ້າໃຈກັນຫຼາຍ ເຮັດໃຫ້ເຫັນວ່າ ທຸກຄົນມີຄວາມຕັ້ງໃຈ ແລະ ເປັນນ້ຳໜຶ່ງໃຈດຽວ ສະນັ້ນ ໃນນັດທຳອິດທີ່ຈະພົບກັບທີມມົງໂກລີ ໃນວັນທີ 25 ເມສາ 2019 ພວກເຮົາຕ້ອງການ 3 ຄະແນນທຳອິດຫຼາຍ ເພື່ອປູທາງເຂົ້າສູ່ຮອບຮອງຊະນະເລີດຕໍ່ໄປໄດ້ງ່າຍ ແຕ່ຢ່າງໃດກໍຕາມ ພວກເຮົາຈະບໍ່ຫຼິ້ນປະໝາດກັບຄູ່ຕໍ່ສູ້ເດັດຂາດ ເພື່ອຮັບປະກັນໄຊຊະນະທີ່ແນ່ນອນ.
ສຳລັບລາຍຊື່ນັກກີລາເຕະບານຍິງຊຸດນີ້ ຕຳແໜ່ງຜູ້ຮັກສາປະຕູ: ເພັດລາວັນ ໄຊຍະເພັດດາລາ ພັດທະລາວະດີ ສໍໂພທິຣາຊ ແລະ ຕາມົນ ສຸກທີວົງ ກອງຫຼັງ: ວິລິນທອນ ວົງແສງທອງ ວິໄລວັນ ປັນຍານຸວົງ ຫຼ້ານ້ອຍ ວົງສິງຄຳ ພ໋ອດໄພລິນ ສັກດາວົງ ນັດທະພອນ ສີສຸດາ ສາຍສະໝອນ ອິນທະພອນ ທິບພະວົງ ດວງປັນຍາ ວິໄລພອນ ແພງຊະນະ ແລະ ເຈັກ ດວງມະນີຈັນ ກອງກາງ: ມົນທິບສີສະເກດ ດາລາວອນ ສໍພາບມີໄຊ ອານຸດຕາ ຈັນທີທອງ ພອນທິບ ພົມມະຈັນ ອິນທິດາ ຄູນສີດາວເຮືອງ ຈັນທະລາ ແລະ ພຸດສະດີ ຫຼວງອາມາດ ກອງໜ້າ: ເປ້ ພົມພັກດີ ພິມພາ ທອງສະຫວ່າງ ອາພັດຊະລາ ຈັນທະວົງໄຊ ແລະ ວາດີ້ ອິນທິຍາ.
ການແຂ່ງຂັນຄັ້ງນີ້ມີທີມເຂົ້າຮ່ວມ 6 ປະເທດ ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ມົງໂກລີ ທາຈິກິດສະຖານ ແລະ ລາວ ສ່ວນກຸ່ມ B ສະຫະລັດອາຣັບເອມິເຣດ ບັງກລາເທດ ເຈົ້າພາບ ແລະ ຄີກິດສະຖານ ໂດຍຈະແຂ່ງຂັນກັນດຽວຮອບດຽວ ເລືອກເອົາທີມອັນດັບ 1 ແລະ ອັນດັບ 2 ແຕ່ລະກຸ່ມເຂົ້າສູ່ຮອບຮອງຊະນະເລີດ ສ່ວນຕາຕະລາງການແຂ່ງຂັນທີມຊາດລາວ ໃນວັນທີ 25 ເມສາ 2019 ເວລາ 18:00 ໂມງ ພົບກັບ ມົງໂກລີ ວັນທີ 27 ເມສາ 2019 ເວລາ 18:00 ໂມງ ພົບກັບ ທາຈິກິດສະຖານ ການແຂ່ງຂັນຈັດຂຶ້ນທີ່ສະໜາມກີລາແຫ່ງຊາດ ບັງກາບັນດູ ນະຄອນຫຼວງທາກາ.
(ແຫຼ່ງຂໍ້ມູນ: www.vientianemai.net)