ນັກກີລາແລ່ນ-ລານລາວ ເຂົ້າຮ່ວມຊີງແຊັມອາຊີ ຢູ່ປະເທດກາຕາ

13:49 | 22/04/2019

ການ​ແຂ່ງ­ຂັນ​ແລ່ນ-ລານ​ຄັ້ງ​ນີ້ ນັກ­ກີ­ລາ​ລາວ ຈະ​ລົງ​ແຂ່ງ­ຂັນ 3 ລາຍ­ການ ຄື ທ້າວ ອາ​ນຸ​ສອນ ໄຊ​ສາ ແລ່ນ​ຂ້າມ​ຮົ້ວ 110 ແມັດ​ຊາຍ ນາງ ມະ­ນີ​ວັນ ຈັນ­ທະ​ວົງ ແລ່ນ​ຂ້າມ​ຮົ້ວ 100 ແມັດ​ຍິງ ແລະ ນາງ ສີ​ລິ​ນາ ພະ​ອາ​ໄພ ແລ່ນ 100 ແມັດ​ຍິງ.

ນັກກີລາແລ່ນ-ລານລາວ ເຂົ້າຮ່ວມຊີງແຊັມອາຊີ ຢູ່ປະເທດກາຕາ

ນັກກີລາແລ່ນ-ລານລາວ ເຂົ້າຮ່ວມຊີງແຊັມອາຊີ ຢູ່ປະເທດກາຕາ

ສະ­ຫະ­ພັນ​ກີ­ລາ​ແລ່ນ-ລານ​ແຫ່ງ​ຊາດ​ລາວ ສົ່ງ 3 ນັກ​ແລ່ນ​ທີມ​ຊາດ​ລາວ ເຂົ້າ​ຮ່ວມ​ແຂ່ງ­ຂັນ​ແລ່ນ-ລານ ຊີງ​ແຊັມ​ອາ­ຊີ ຢູ່​ໂດ​ຮາ ປະ­ເທດ​ກາ​ຕາ ວັນ​ທີ 21-24 ເມ­ສາ 2019 ໂດຍ​ພິ­ທີ​ສົ່ງ​ນັກ­ກີ­ລາ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 17 ເມ­ສາ ຜ່ານ​ມາ ຢູ່​ສະ­ໜາມ​ບິນ​ສາ­ກົນ​ວັດ​ໄຕ ເຊິ່ງ​ປະ­ກອບ​ມີ ທ້າວ ອາ​ນຸ​ສອນ ໄຊ​ສາ ນາງ ມະ­ນີ​ວັນ ຈັນ­ທະ​ວົງ ແລະ ນາງ ສິ­ລິ​ນາ ພະ​ອາ​ໄພ.

ທ້າວ ອາ​ນຸ​ສອນ ໄຊ​ສາ ນັກ­ກີ­ລາ​ແລ່ນ​ຂ້າມ​ຮົ້ວ​ທີມ​ຊາດ​ລາວ ໃຫ້​ສຳ­ພາດ​ວ່າ: ປັດ­ຈຸ­ບັນ ໄດ້​ເດີນ­ທາງ​ມາ​ເຖິງ​ໂດ​ຮາ ແລ້ວ ແລະ ທຸກ​ຄົນ​ກໍ​ພ້ອມ​ແລ້ວ ທີ່​ຈະ​ສ້າງ​ຜົນ­ງານ​ໃຫ້​ດີ​ທີ່​ສຸດ ແຕ່​ກ່ອນ​ຈະ​ຮອດ​ມື້​ແຂ່ງ­ຂັນ​ຕົວ​ຈິງ​ນັ້ນ ພວກ​ເຮົາ​ກໍ​ໄດ້​ເຝິກ­ຊ້ອມ​ກັນ​ຢ່າງ​ສະ​ໝ່ຳ​ສະ­ເໝີ ເພາະ​ລາຍ­ການ​ນີ້​ເປັນ​ລາຍ­ການ​ໃຫຍ່ ແລະ ມີ​ນັກ­ກີ­ລາ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ຫຼາຍ ພວກ​ເຮົາ​ທຸກ​ຄົນ​ກໍ​ມີ​ຄວາມ​ຫວັງ​ທີ່​ຈະ​ໃຫ້​ຜົນ­ງານ​ໃຫ້​ດີ​ກວ່າ​ເກົ່າ.

ການ​ແຂ່ງ­ຂັນ​ແລ່ນ-ລານ​ຄັ້ງ​ນີ້ ນັກ­ກີ­ລາ​ລາວ ຈະ​ລົງ​ແຂ່ງ­ຂັນ 3 ລາຍ­ການ ຄື ທ້າວ ອາ​ນຸ​ສອນ ໄຊ​ສາ ແລ່ນ​ຂ້າມ​ຮົ້ວ 110 ແມັດ​ຊາຍ ນາງ ມະ­ນີ​ວັນ ຈັນ­ທະ​ວົງ ແລ່ນ​ຂ້າມ​ຮົ້ວ 100 ແມັດ​ຍິງ ແລະ ນາງ ສີ​ລິ​ນາ ພະ​ອາ​ໄພ ແລ່ນ 100 ແມັດ​ຍິງ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.