ໂຊກໄຊ  ແລະ ຫວຽດຕິນ ຮ່ວມມືກັນຮອບດ້ານພ້ອມສະໜອງທຶນ

ໂຊກໄຊ ແລະ ຫວຽດຕິນ ຮ່ວມມືກັນຮອບດ້ານພ້ອມສະໜອງທຶນ

ພິ­ທີ​ເຊັນ​ສັນ­ຍາ​ຮ່ວມ​ມື​ຮອບ­ດ້ານ​ພ້ອມ​ສະ­ໜອງ​ທຶນ​ລະ­ຫວ່າງ​ທະ­ນາ­ຄານ​ຫວຽດ​ຕິນ​ລາວ ຈຳ­ກັດ ແລະ ກຸ່ມ​ບໍ­ລິ­ສັດ ໂຊກ​ໂຊ ຈັດ​ຂຶ້ນ​ວັນ​ທີ 19 ກໍ­ລະ­ກົດ 2019 ທີ່​ໂຮງ­ແຮມ​ເມື່ອງ​ແທ່ງ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ການ​ລົງ​ນາມ​ຂອງ​ທ່ານ ໂຊກ​ໂຊ ສົມ​ໃຈ​ນຶກ ປະ­ທານ​ກຸ່ມ​ບໍ­ລິ­ສັດ ໂຊກ​ໄຊ ແລະ ທ່ານ ເລ ກວັກ ນາມ ອຳ­ນວຍ​ການ​ທະ­ນາ­ຄານ​ໃຫຍ່ ຫວຽດ​ຕິນ​ລາວ ຈຳ­ກັດ ມີ​ທ່ານ ນາງ ມະ­ໂນ​ລາ ເມືອງ​ມະ­ນີ ຮອງ​ຫົວ­ໜ້າ​ກົມ​ຄຸ້ມ​ຄອງ​ທະ­ນາ­ຄານ​ທຸ­ລະ​ກິດ ທະ­ນາ­ຄານ​ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ.

ດຶງເຊືອກ 17 ປີ ລາວ ໄດ້ທີ 1 ຢູ່ອຸດອນທານີ

ດຶງເຊືອກ 17 ປີ ລາວ ໄດ້ທີ 1 ຢູ່ອຸດອນທານີ

ທັບ​ນັກ­ກີ­ລາ​ດຶງ­ເຊືອກ ຈາກ​ໂຮງ­ຮຽນ​ມັດ­ທະ­ຍົມ​ສົມ­ບູນ​ສຶກ​ສາ​ວຽງ​ຈັນ (ມສ ວຽງ​ຈັນ) ຕົວ​ແທນ ນັກ­ຮຽນ​ລາວ ຮຸ່ນ​ອາ­ຍຸ​ບໍ່​ເກີນ 17 ປີ ທັງ​ປະ­ເພດ​ຍິງ-ຊາຍ ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ດຶງ­ເຊືອກ ລາຍ ການ ສະ​ມໍ​ລະ​ພູມ​ຈອມ​ພະ­ລັງ ຮຸ່ນ​ອາ­ຍຸ​ບໍ່​ເກີນ 17 ປີ ຢູ່​ແຂວງ​ອຸ­ດອນ​ທາ­ນີ ປະ­ເທດ​ໄທ ລະ­ຫວ່າງ​ວັນ​ທີ 12-14 ກໍ­ລະ­ກົດ ນີ້.

ຕິດຕາມຊົມຜົນງານ U15 ລາວເຕະບານຊາຍຊີງແຊັມອາຊຽນ

ຕິດຕາມຊົມຜົນງານ U15 ລາວເຕະບານຊາຍຊີງແຊັມອາຊຽນ

ການ​ແຂ່ງ­ຂັນ​ບານ­ເຕະ​ຊາຍ​ຮຸ່ນ​ອາ­ຍຸ​ບໍ່​ເກີນ 15 ປີ (U15) ຊີງ​ແຊັມ​ອາ​ຊຽນ ຄັ້ງ​ທີ 16 ຈະ​ຈັດ​ຂຶ້ນ​ຢູ່​ແຂວງ​ຊົນ​ບູ​ຣີ ປະ­ເທດ​ໄທ ໃນ​ວັນ​ທີ 27 ກໍ­ລະ­ກົດ-9 ສິງ­ຫາ 2019 ທີມ​ຊາດ​ລາວ​ຊຸດ​ນີ້ ຄຸມ​ທີມ​ໂດຍ​ເຊ​ລວ­າ​ຣັດ ເວັງ​ດາ​ຊາ​ລາ ຊາວ​ສິງ­ກະ­ໂປ ໄດ້​ນຳ­ພາ​ນັກ­ກີ­ລາ​ເກັບ​ຕົວ​ເຝິກ­ຊ້ອມ​ຢ່າງ​ຂຸ້ນ­ຂ້ຽວ​ທີ່​ສະ ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16.

ນັກກິລາຄາຣາເຕໂດແຂວງເງະອານກວ່າ 500 ຄົນ ແຂ່ງຂັນກັບນັກກິລາລາວ ແລະ ໄທ

ນັກກິລາຄາຣາເຕໂດແຂວງເງະອານກວ່າ 500 ຄົນ ແຂ່ງຂັນກັບນັກກິລາລາວ ແລະ ໄທ

ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ສູນແຂ່ງຂັນກິລາກາຍຍະກໍາແຂວງເງະອານ ໄດ້ຈັດການແຂ່ງຂັນຊິງແຊ໋ມບັນດາສະໂມສອນຄາຣາເຕໂດເງະອານເປີດກວ້າງ ຄັ້ງທີ VII ປີ 2019.

ປະເທດລາວ, ກໍາປູເຈຍ ເຂົ້າຮ່ວມງານມະໂຫລານສຽງເພງທາງເລກ 9 ຂຽວ

ປະເທດລາວ, ກໍາປູເຈຍ ເຂົ້າຮ່ວມງານມະໂຫລານສຽງເພງທາງເລກ 9 ຂຽວ

ຍສໝ - ງານມະໂຫລານສຽງເພງທາງເລກ 9 ຂຽວ ກໍ່ແມ່ນໂອກາດເພື່ອຜູ້ຊົມໜຸ່ມທີ່ໄດ້ເກີດມາ ແລະ ເຕີບໃຫຍ່ໃນສະພາບແວດລ້ອມສັນຕິພາບໄດ້ຫວນຄືນອະດີດທີ່ອົງອາດກ້າຫານຂອງປະເທດຊາດຜ່ານບັນດາຜະລິດຕະພັນສິລະປະ, ສ້າງຄວາມເອກອ້າງທະນົງໃຈຕໍ່ອະດີດຂອງຮຸ້ນພໍ່ຮຸ້ນອ້າຍ ຕື່ມອີກ, ຈາກນັ້ນຮ່ວມແຮງຮ່ວມໃຈ, ອຸທິດໃຫ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ຫຼາຍກວ່າອີກ.

ຮອງເລຂາຄະນະປະຈຳພັກແຂວງ ເຂົ້າວາງພວງມາລາ ຢູ່ ສຸສານວິລະຊົນສາກົນ  ຫວຽດ-ລາວ

ຮອງເລຂາຄະນະປະຈຳພັກແຂວງ ເຂົ້າວາງພວງມາລາ ຢູ່ ສຸສານວິລະຊົນສາກົນ ຫວຽດ-ລາວ

ຍສໝ - ສຸສານວິລະຊົນສາກົນ ຫວຽດນາມ - ລາວ ຕັ້ງຢູ່ໃຈກາງເມືອງ ແອັງເຊີນ, ເປັນສະຖານທີ່ເຕົ້າໂຮມອັດຖິທະຫານວິລະຊົນ ຫຼາຍກວ່າ 11 ອັດຖິ, ເຊິ່ງແມ່ນທະຫານອາສາສະຫມັກ ແລະ ຜູ້ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະ ຊີວິດ ຢູ່ ປະເທດລາວ. ໃນນັ້ນ, ມີປະມານ 3.500 ຫຼຸມຝັງສົບທີ່ມີຊື່, ບ້ານເກີດເມືອງນອນ, ສ່ວນທີ່ຍັງເຫຼືອແມ່ນ ຍັງບໍ່ທັນມີຊື່ ແລະ ທີ່ຢູ່ຄັກແນ່.

ພິທີສູດສັກອະນິດຈາ ຢູ່ ສຸສານນັກຮົບເສຍສະລະຊີວິດເພື່ອຊາດ ສາກົນ ຫວຽດນາມ - ລາວ

ພິທີສູດສັກອະນິດຈາ ຢູ່ ສຸສານນັກຮົບເສຍສະລະຊີວິດເພື່ອຊາດ ສາກົນ ຫວຽດນາມ - ລາວ

ຍສໝ - ໃນຕອນບ່າຍວັນທີ 20 ກໍລະກົດ ປີ 2019, ຄະນະຄຸ້ມຄອງບໍລິຫານຂອງສັງຄະສະມາຄົມພຸດທະສາສະ ໜາຫວຽດນາມໃນແຂວງ ເຫງ້ອານ ໄດ້ ຈັດພິທີສູດສັກອະນິດຈາ ຢູ່ສຸສານນັກຮົບເສຍສະລະຊີວິດເພື່ອຊາດ ສາກົນ ຫວຽດນາມ - ລາວ. ນີ້ແມ່ນກິດຈະກໍາເພື່ອສະເຫຼີມສະຫຼອງຄົບຮອບ 72 ປີ ວັນນັກຮົບຜູ້້ເສຍສະຫຼະຊີວິດເພື່ອຊາດ.

ກອງປະຊຸມພົບປະ ແລກປ່ຽນປະສົບການວຽກງານ ໂຄສະນາ ລະຫວ່າງ ແຂວງແທັງຫວ໋າ ແລະ ແຂວງຫົວພັນ (ສປປ ລາວ)

ກອງປະຊຸມພົບປະ ແລກປ່ຽນປະສົບການວຽກງານ ໂຄສະນາ ລະຫວ່າງ ແຂວງແທັງຫວ໋າ ແລະ ແຂວງຫົວພັນ (ສປປ ລາວ)

ຍສໝ - ໃນອາທິດທີ່ຜ່ານມາ, ຢູ່ ຕາແສງຊຳເໜືອ, ແຂວງຫົວພັນ, ສປປ ລາວ, ຄະນະກໍາມະການ ໂຄສະນາແຂວງແທັງຫວ໋າ ໄດ້ປະສານສົມທົບກັບ ຄະນະກຳມະການຂົນຂວາຍແຂວງຫົວພັນ ໄດ້ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນວຽກງານການໂຄສະນາ ລະຫວ່າງ ແຂວງແທັງຫວ໋າ ແລະ ແຂວງຫົວພັນ (ສປປ ລາວ).

ເຜີຍແຜ່ກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າ ສປປ ລາວ ປະຈຳຢູ່ຕ່າງປະເທດ

ເຜີຍແຜ່ກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າ ສປປ ລາວ ປະຈຳຢູ່ຕ່າງປະເທດ

ທ້າຍອາທິດແລ້ວ, ຢູ່​ກະ­ຊວງ​ການ​ຕ່າງ­ປະ­ເທດ ໄດ້​ຈັດ​ກອງ​ປະ­ຊຸມ​ເຜີຍ­ແຜ່​ກົດ­ໝາຍ​ວ່າ​ດ້ວຍ​ສຳ­ນັກ­ງານ​ຜູ້­ຕາງ­ໜ້າ ແຫ່ງ ສາ­ທາ­ລະ­ນະ​ລັດ ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ​ລາວ ປະ­ຈຳ​ຢູ່​ຕ່າງ­ປະ­ເທດ ໃຫ້​ແກ່​ພະ­ນັກ­ງານ-ລັດ­ຖະ­ກອນ​ຂອງ​ກະ­ຊວງ​ການ​ຕ່າງ­ປະ­ເທດ ເປັນ​ປະ­ທານ​ຂອງ​ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະມົນ­ຕີ ກະ­ຊວງ​ການ​ຕ່າງ­ປະ­ເທດ ມີ​ບັນ­ດາ​ຮອງ​ລັດ­ຖະ­ມົນ­ຕີ ຫົວ­ໜ້າ​ກົມ ພະ​ແນກ ແລະ ຕາງ​ໜ້າ​ຈາກ​ກົມ​ຕ່າງໆ​ເຂົ້າ​ຮ່ວມ.

ຫ້ອງວ່າການ ລັດຖະບານ ຊຸກຍູ້ການຮ່ວມມື ຫວຽດນາມ-ລາວ

ຫ້ອງວ່າການ ລັດຖະບານ ຊຸກຍູ້ການຮ່ວມມື ຫວຽດນາມ-ລາວ

ຍສໝ - ວັນທີ 20 ກໍລະກົດ, ໃນໂອກາດ ເດີນທາງມາເຮັດວຽກ ຢູ່ ສປປ ລາວ, ໃນວັນທີ 19 -20 ກໍລະກົດ ຕາມຄຳເຊື້ອເຊີນ ຂອງທ່ານຫົວໜ້າ ຫ້ອງວ່າການສຳນັກງານນາຍົກ ແຫ່ງສປປ ລາວ ເພັດ ພົມພິພັກ, ທ່ານ ມາຍ ຕ໋ຽນ ຢຸ໋ງ, ກຳມະການສູນກາງພັກ, ຫົວຫນ້າຫ້ອງວ່າການສຳນັກງານນນາຍົກ ແລະ ຄະນະຜູ້ແທນ ຂອງຫ້ອງວ່າການສຳນັກງານນາມຍົກ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສະຖານທູດຫວຽດນາມ ປະຈຳ ສປປ ລາວ.

ບັນດາຂີດໝາຍພິເສດຂອງປະທານ ສຸພານຸວົງ ຢູ່ ຫວຽດນາມ

ບັນດາຂີດໝາຍພິເສດຂອງປະທານ ສຸພານຸວົງ ຢູ່ ຫວຽດນາມ

ປະທານ ສຸພານຸວົງ ບໍ່ພຽງແຕ່ມີຂີດໝາຍດ້ວຍບັນດາກິດຈະການເຂື່ອນໄຟຟ້ານໍ້າຕົກເທົ່ານັ້ນ, ຫາກຍັງແມ່ນຜູ້ອອກແບບຂົວແຫ່ງຕ່າງໆທີ່ມີລັກສະນະພິເສດຢູ່ ຫວຽດນາມອີກດ້ວຍ.

ເພີ່ມທະວີການຮ່ວມມື ລະຫວ່າງ ຫ້ອງວ່າການລັດຖະບານ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມື ລະຫວ່າງ ຫ້ອງວ່າການລັດຖະບານ ຫວຽດນາມ ແລະ ລາວ

ຍສໝ - ຕາມສຳນັກຂ່າວຫວຽດນາມ ປະຈຳ ສປປ ລາວ, ຮັບຄຳເຊີນຂອງທ່ານລັດຖະມົນຕີ ຫົວໜ້າຫ້ອງວ່າສຳນັກງານນາຍົກ ແຫ່ງ ສປປ ລາວ ເພັດ ພົມພິພັກ, ລັດຖະມົນຕີກະ ຫົວໜ້າຫ້ອງວ່າສຳນັກງານນາຍົກຫວຽດນາມ, ທ່ານ ມາຍ ຕ໋ຽນ ຢຸ໋ງ ເປັນຫົວໜ້ານຳພາຄະນມາຢ້ຽມຢາມແລະເຮັດວຽກຢູ່ ສປປ ລາວໃນວັນທີ 19-20 ກໍລະກົດ.

ຫວຽດນາມ ຊ່ວຍສ້າງສະຖາບັນ ເສດຖະກິດ-ການເງິນ ໃຫ້ ສປປ ລາວ

ຫວຽດນາມ ຊ່ວຍສ້າງສະຖາບັນ ເສດຖະກິດ-ການເງິນ ໃຫ້ ສປປ ລາວ

ຍສໝ - ສຳນັກຂ່າວຫວຽດນາມ ປະຈຳ ສປປ ລາວ ລາຍງານວ່າ: ໃນຕອນເຊົ້າຂອງວັນທີ 19 ກໍລະກົດ ທີ່ນະຄອນຫຼວງ ວຽງຈັນ, ກະຊວງການເງິນ ຫວຽດນາມ ຮ່ວມກັບ ກະຊວງການເງິນ ແຫ່ງ ສປປ ລາວ ໄດ້ຈັດພິທີສະຫຼອງການກໍ່ສ້າງໂຄງການ ກໍ່ສ້າງອາຄາສະຖາບັນ ເສດຖະກິດການເງິນ ດົງຄຳຊ້າງ ໄລຍະ 3.

ມອບຮັບໜ້າທີ່ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ

ມອບຮັບໜ້າທີ່ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ

ໃນວັນທີ 18 ກໍລະກົດ 2019 ທີ່ອາຄານ ຕະຫຼາດຫຼັກຊັບລາວ ພິທີມອບ-ຮັບໜ້າທີ່ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ຈັດຂຶ້ນຢ່າງເປັນທາງການ ລະຫວ່າງ ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ ຕລຊລ ຄົນເກົ່າ ແລະ ທ່ານ ອ໊ອດ ພົນຊຽງດີ ຜູ້ອຳນວຍການໃຫຍ່ ຕລຊລ ຄົນໃໝ່.

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11 ແລະ ກອງປະຊຸມຊາວໜຸ່ມອາຊຽນ ບວກ 3 ຄັ້ງທີ 7

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11 ແລະ ກອງປະຊຸມຊາວໜຸ່ມອາຊຽນ ບວກ 3 ຄັ້ງທີ 7

ໃນວັນທີ 19 ກໍລະກົດ 2019, ຢູ່ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ, ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11 ແລະ ກອງປະຊຸມຊາວໜຸ່ມອາຊຽນ ບວກ 3 ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ເສີມຂະຫຍາຍບົດບາດຊາວໜຸ່ມໃນການພັດທະນາໃຫ້ຍືນຍົງ ແລະ ເຊື່ອມໂຍງກັບພາກພື້ນ”, ໂດຍມີ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມ.

ລາວ: ແຕ່​ຕົ້ນ​ເດືອນ​ມັງ­ກອນ​ເຖິງ​ປັດ­ຈຸ­ບັນ ທົ່ວ​ປະ­ເທດ​ມີ​ຜູ້​ເປັນ­ໄຂ້​ຍຸງ​ລາຍ 10.778 ກໍ­ລະ­ນີ ເສຍ​ຊີ­ວິດ 25 ກໍ­ລະ­ນີ

ລາວ: ແຕ່​ຕົ້ນ​ເດືອນ​ມັງ­ກອນ​ເຖິງ​ປັດ­ຈຸ­ບັນ ທົ່ວ​ປະ­ເທດ​ມີ​ຜູ້​ເປັນ­ໄຂ້​ຍຸງ​ລາຍ 10.778 ກໍ­ລະ­ນີ ເສຍ​ຊີ­ວິດ 25 ກໍ­ລະ­ນີ

ພະ­ຍາດ​ໄຂ້­ຍຸງ​ລາຍ​ໃນ​ປີ​ນີ້ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ແລະ ໄຂ້­ຍຸງ​ລາຍ​ທີ່​ເກີດ​ຂຶ້ນ​ປີ​ນີ້​ແມ່ນ​ເກີດ​ຈາກ​ໄຂ້­ຍຸງ​ລາຍ​ປະ­ເພດ 2 ແລະ ປະ­ເພດ 4 ສ່ວນ​ປະ­ເພດ 1 ແລະ 3 ແມ່ນ​ເກີດ​ຂຶ້ນ​ບໍ່​ຫຼາຍ ເຊິ່ງ​ເຊື້ອ​ພະ­ຍາດ​ນີ້​ມີ​ລັກ­ສະ­ນະ​ຮ້າຍ​ແຮງ​ກວ່າ​ເກົ່າ ແລະ ທົນ​ທານ​ຕໍ່​ຢາ​ບາງ​ປະ­ເພດ ເຮັດ​ໃຫ້​ກົນ​ໄກ​ເລືອດ​ບໍ່​ກ້າມ​ໄວ ແຕ່​ມັນ​ຈະ​ເຮັດ​ໃຫ້​ອະ​ໄວ​ຍະ​ວະ​ຂອງ​ຮ່າງ­ກາຍ​ຊຸດ­ໂຊມ​ໄວ​ຂຶ້ນ ແລະ ຍັງ​ບໍ່​ມີ​ຢາ​ຊະ­ນິດ​ໃດ ທີ່​ຈະ​ປ້ອງ​ກັນ ແລະ ປິ່ນ­ປົວ​ໄດ້ ເພື່ອ​ຫຼີກ​ລ່ຽງ​ບໍ່​ໃຫ້​ມີ​ອັດ­ຕາ​ການ​ຕາຍ ເມື່ອ​ເປັນ­ໄຂ້​ຄວນ​ໄປ​ພົບ​ແພດ ເພື່ອ​ຮັບ​ການ­ບົ່ງ­ມະ­ຕິ ແລະ ປິ່ນ­ປົວ.

ເສີມສ້າງມິດຕະພາບ ແລະ ການຮ່ວມມື ກັບ ແຂວງພາກໃຕ້ລາວ

ເສີມສ້າງມິດຕະພາບ ແລະ ການຮ່ວມມື ກັບ ແຂວງພາກໃຕ້ລາວ

ຍສໝ - ປະຕິບັດສັນຍາການຮ່ວມມືໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທໍາ, ສັງຄົມ, ຄວາມສະຫງົບ, ປ້ອງກັນປະເທດ ລະຫວ່າງ ພັກ, ລັດ ແລະ ລັດຖະບານ ແຫ່ງ ສປປ ລາວ, ໃນຊຸມປີມໍ່ໆມານີ້, ສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ລະຫວ່າງ ແຂວງກອນຕູມ ກັບ ແຂວງພາກໃຕ້ຂອງລາວ ນັບມື້ນັບມີຄວາມໝັ້ນຄົງ, ບັນລຸໄດ້ໝາກຜົນອັນຈົບງາມ...

ສຳຫຼວດພື້ນທີ່ກວດກູ້ລະເບີດບໍ່ທັນແຕກ ຢູ່ສະໜາມບິນທົ່ງໄຫຫີນຊຽງຂວາງ.

ສຳຫຼວດພື້ນທີ່ກວດກູ້ລະເບີດບໍ່ທັນແຕກ ຢູ່ສະໜາມບິນທົ່ງໄຫຫີນຊຽງຂວາງ.

ໃນວັນທີ 17 ກໍລະກົດ 2019 ນີ້, ຢູ່ສະໜາມບິນທົ່ງໄຫຫີນແຂວງ ຊຽງຂວາງ ຄະນະເກັບກູ້ລະເບີດກອງທັບ ປະຊາຊົນລາວ ກັບ ຄະນະວິຊາການກອງກວດກູ້ລະເບີດກຳລັງປະກອບອາວຸດ ສ ຣັດເຊຍ ໄດ້ລົງສຳຫຼວດກວດກາໃນພື້ນທີ່ຕົວຈິງບ່ອນຈະກວດກູ້ລະເບີດບໍ່ທັນແຕກ.

ນັກກີລາຍົກນ້ຳໜັກຄົນພິການລາວ ເຂົ້າຮ່ວມແຂ່ງຂັນ ຊີງແຊັມໂລກ 2019

ນັກກີລາຍົກນ້ຳໜັກຄົນພິການລາວ ເຂົ້າຮ່ວມແຂ່ງຂັນ ຊີງແຊັມໂລກ 2019

ສຳ­ລັບ​ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລາຍ­ການ​ຊີງ​ແຊັມ​ໂລກ 2019 ຖື​ວ່າ​ມີ​ຄວາມ​ສຳ­ຄັນ​ໃນ​ການ​ຍົກ​ລະ­ດັບ​ຄວາມ​ສາ­ມາດ ແລະ ເກັບ​ກ່ຽວ​ປະ­ສົບ​ການ​ຂອງ​ນັກ­ກີລາ​ທັງ 2 ຄົນ ເພື່ອ​ກຽມ​ຄວາມ​ພ້ອມ​ຢ່າງ­ຮອບ­ດ້ານ​ທັງ​ດ້ານ​ຮ່າງ­ກາຍ ແລະ ຈິດ­ໃຈ ກ່ອນ​ເດີນ­ທາງ​ເຂົ້າ​ຮ່ວມ​ງານ​ມະ​ຫະ​ກຳ​ກິ­ລາ​ອາ​ຊຽນ​ພາ​ຣາ​ເກມ ຄັ້ງ​ທີ X ທີ່​ປະ­ເທດ​ຟີ​ລິບ​ປິນ ເປັນ​ເຈົ້າ­ພາບ ລະ­ຫວ່າງ​ວັນ​ທີ 18-25 ມັງ­ກອນ 2020 ແລະ ງານ​ມະ​ຫະ​ກຳ​ກີ­ລາ​ພາ​ຣາ​ແລມ​ປິກ​ເກມ ທີ່​ປະ­ເທດ​ຍີ່­ປຸ່ນ ເປັນ​ເຈົ້າ­ພາບ ລະ­ຫວ່າງ​ວັນ​ທີ 25 ສິງ­ຫາ ຫາ 6 ກັນ­ຍາ 2020.

ນັກກີລາລາວ ເດີນທາງຮ່ວມງານກີລານັກຮຽນອາຊຽນ

ນັກກີລາລາວ ເດີນທາງຮ່ວມງານກີລານັກຮຽນອາຊຽນ

ຫວ່າງແລ້ວນີ້, ຄະ­ນະ​ນັກ­ກີ­ລາ​ນັກ­ຮຽນ​ລາວ​ນຳ​ໂດຍ​ທ່ານ ບຸນ​ສຸກ ທິ​ລະ​ສັກ ຫົວ­ໜ້າ​ກົມ​ພະ­ລະ ແລະ ສິ­ລະ​ປະ​ສຶກ​ສາ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ທັງ​ເປັນ​ຮອງ​ປະ­ທານ​ສະ­ຫະ­ພັນ​ກີ­ລາ​ນັກ­ຮຽນ​ສາ­ມັນ​ລາວ ໄດ້​ອອກ​ເດີນ­ທາງ​ເຂົ້າ​ຮ່ວມ​ງານ​ກີ­ລາ​ນັກ­ຮຽນ​ອາ​ຊຽນ ຄັ້ງ​ທີ 11 ທີ່​ເມືອງ​ເຊ​ມາ​ຣັງ ປະ­ເທດ​ອິນ​ໂດ​ເນ​ເຊຍ ຈັດ​ຂຶ້ນ​ວັນ​ທີ 17-25 ກໍ­ລະ­ກົດ 2019.