ມອບຮັບໜ້າທີ່ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ

15:47 | 19/07/2019

ໃນວັນທີ 18 ກໍລະກົດ 2019 ທີ່ອາຄານ ຕະຫຼາດຫຼັກຊັບລາວ ພິທີມອບ-ຮັບໜ້າທີ່ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ຈັດຂຶ້ນຢ່າງເປັນທາງການ ລະຫວ່າງ ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ ຕລຊລ ຄົນເກົ່າ ແລະ ທ່ານ ອ໊ອດ ພົນຊຽງດີ ຜູ້ອຳນວຍການໃຫຍ່ ຕລຊລ ຄົນໃໝ່.

ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ໜ້າ­ທີ່​ວຽກ​ງານ ແລະ ສະ­ພາບ​ເງື່ອນ­ໄຂ​ຈຳ­ເປັນ​ໃນ​ຂົງ­ເຂດ​ຕະ­ຫຼາດ​ທຶນເຊິ່ງ​ມີ​ຫຼາຍ​ວຽກ​ງານ​ທີ່​ເລັ່ງ​ທວງ​ໃຫ້​ມີ​ການ​ປັບປຸງ​ກົງ­ຈັກ​ການ­ຈັດ­ຕັ້ງ ແລະ ສັບ​ຊ້ອນ​ຈັດ​ວາງ​ພະ­ນັກ­ງານ​ຢູ່​ແຕ່​ລະ​ຕຳ­ແໜ່ງ​ງານເພື່ອ​ຍົກ​ສູງ​ປະ­ສິດ­ທິ­ພາບ​ຂອງ​ວຽກ​ງານ​ໃຫ້​ສູງ​ຂຶ້ນຍົກ​ສູງ​ໜ້າ­ທີ່ ແລະ ຄວາມ​ຮັບຜິດຊອບ​ໃຫ້​ແທດ­ເໝາະ​ກັບ​ປະ­ສົບ​ການ ແລະ ຄວາມ​ຊຳ­ນານ​ງານ ສອດ­ຄ່ອງ​ກັບ​ມາດ­ຕະ­ຖານ-ເງື່ອນ­ໄຂ​ຂອງ​ແຕ່​ລະ​ເປົ້າ​ໝາຍ.

ມອບຮັບໜ້າທີ່ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ

ການມອບຮັບໜ້າທີ່ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ

ສຳ­ລັບ​ທ່ານ ອ໊ອດ ພົນ​ຊຽງ​ດີ ຜູ້­ອຳ­ນວຍ­ການ​ໃຫຍ່ ຕລຊລ ຄົນ​ໃໝ່ ເຄີຍ​ເປັນ​ຮອງ​ຫົວ­ໜ້າ​ກົມ​ນະ­ໂຍ­ບາຍ​ເງິນ ຕາ ເປັນ​ຫົວ­ໜ້າ​ກົມ​ບໍ­ລິ­ການ​ທະ­ນາ­ຄານ ແລະ ເປັນ​ຫົວ­ໜ້າ​ກົມ​ຮ່ວມ​ມື​ສາ­ກົນ ທຫລ. ໃນ​ໂອ­ກາດ​ນີ້ ທ່ານ ສອນ​ໄຊ ສິດ​ພະ​ໄຊ ຜູ້​ວ່າ­ການ ທຫລ ໄດ້​ຍ້ອງ­ຍໍ​ສັນ­ລະ­ເສີນ​ການ​ບໍ­ລິ­ຫານ ຕລຊລ ຂອງ​ຜູ້­ອຳ­ນວຍ­ການ​ໃຫຍ່​ຄົນ​ເກົ່າ​ໃນ​ໄລ­ຍະ​ຜ່ານ​ມາ ແລະ ໄດ້​ເນັ້ນ​ໜັກ​ໃຫ້​ຜູ້­ອຳ­ນວຍ­ການ​ໃຫຍ່​ຄົນ​ໃໝ່​ເອົາ­ໃຈ­ໃສ່​ໃນ​ການ​ຄຸ້ມ​ຄອງ ຕລຊລ ໃຫ້​ມີ​ບາດ­ກ້າວ​ຫັນ­ປ່ຽນ​ທີ່​ຕັ້ງ­ໜ້າ​ກວ່າ​ເກົ່າ ໂດຍ​ສະ­ເພາະ ການ​ປັບ­ປຸງ​ການເຄື່ອນ­ໄຫວ​ຂອງ ຕລຊລ ໃຫ້​ມີ​ປະ​ສິດ­ທິ​ຜົນມີ​ບັນ­ຍາ­ກາດ​ການ​ຊື້-ຂາຍຄຶກ­ຄັກ ແລະ ປະ­ຕິ­ບັດ​ຫຼັກ­ການ​ຄຸ້ມ​ຄອງ​ບໍ­ລິ­ຫານ​ທີ່​ດີ​ໃຫ້​ສອດ­ຄ່ອງ​ກັບ​ສາ­ກົນ (corporate governance) ພ້ອມ​ນີ້ ກໍ​ຄົ້ນ­ຄວ້າ​ກົນ​ໄກ ແລະ ວິ­ທີ​ການ​ໃນ​ການ​ຊຸກ­ຍູ້​ໃຫ້​ບໍ­ລິ­ສັດ​ທີ່​ມີ​ເງື່ອນ­ໄຂ​ຄົບ​ຖ້ວນ​ເຂົ້າ​ລະ­ດົມ​ທຶນ ແລະ ຈົດ​ທະ­ບຽນ​ໃນ ຕລຊລ ໃຫ້​ຫຼາຍ​ຂຶ້ນ ເພື່ອ​ເປັນ​ຊ່ອງ​ທາງ​ໃນ​ການ​ລະ­ດົມ​ທຶນ​ໃຫ້​ແກ່​ຫົວ­ໜ່ວຍ​ວິ​ສາຫະ​ກິດ​ຂະ­ຫຍາຍ​ຖານ​ທຸ­ລະ​ກິດ​ໃຫ້​ເປັນ​ກຳ­ລັງ​ແຮງ​ຊຸກ­ຍູ້​ພື້ນ­ຖານ​ເສດ­ຖະ­ກິດ​ແຫ່ງ​ຊາດ​ໃຫ້​ມີ​ການ​ພັດ­ທະ­ນາ ແລະ ຂະ ຫຍາຍ​ຕົວ­ຢ່າງ​ໝັ້ນ​ທ່ຽງຕາມ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.