ລາວ: ແຕ່​ຕົ້ນ​ເດືອນ​ມັງ­ກອນ​ເຖິງ​ປັດ­ຈຸ­ບັນ ທົ່ວ​ປະ­ເທດ​ມີ​ຜູ້​ເປັນ­ໄຂ້​ຍຸງ​ລາຍ 10.778 ກໍ­ລະ­ນີ ເສຍ​ຊີ­ວິດ 25 ກໍ­ລະ­ນີ

12:11 | 19/07/2019

ພະ­ຍາດ​ໄຂ້­ຍຸງ​ລາຍ​ໃນ​ປີ​ນີ້ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ແລະ ໄຂ້­ຍຸງ​ລາຍ​ທີ່​ເກີດ​ຂຶ້ນ​ປີ​ນີ້​ແມ່ນ​ເກີດ​ຈາກ​ໄຂ້­ຍຸງ​ລາຍ​ປະ­ເພດ 2 ແລະ ປະ­ເພດ 4 ສ່ວນ​ປະ­ເພດ 1 ແລະ 3 ແມ່ນ​ເກີດ​ຂຶ້ນ​ບໍ່​ຫຼາຍ ເຊິ່ງ​ເຊື້ອ​ພະ­ຍາດ​ນີ້​ມີ​ລັກ­ສະ­ນະ​ຮ້າຍ​ແຮງ​ກວ່າ​ເກົ່າ ແລະ ທົນ​ທານ​ຕໍ່​ຢາ​ບາງ​ປະ­ເພດ ເຮັດ​ໃຫ້​ກົນ​ໄກ​ເລືອດ​ບໍ່​ກ້າມ​ໄວ ແຕ່​ມັນ​ຈະ​ເຮັດ​ໃຫ້​ອະ​ໄວ​ຍະ​ວະ​ຂອງ​ຮ່າງ­ກາຍ​ຊຸດ­ໂຊມ​ໄວ​ຂຶ້ນ ແລະ ຍັງ​ບໍ່​ມີ​ຢາ​ຊະ­ນິດ​ໃດ ທີ່​ຈະ​ປ້ອງ​ກັນ ແລະ ປິ່ນ­ປົວ​ໄດ້ ເພື່ອ​ຫຼີກ​ລ່ຽງ​ບໍ່​ໃຫ້​ມີ​ອັດ­ຕາ​ການ​ຕາຍ ເມື່ອ​ເປັນ­ໄຂ້​ຄວນ​ໄປ​ພົບ​ແພດ ເພື່ອ​ຮັບ​ການ­ບົ່ງ­ມະ­ຕິ ແລະ ປິ່ນ­ປົວ.

ອີງ​ຕາມ​ການ​ລາຍ​ງານ​ຂອງ​ກົມ​ຄວບ​ຄຸມ­ພະ​ຍາດ​ຕິດ­ຕໍ່ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໃຫ້​ຮູ້­ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ນັບ​ແຕ່​ວັນ​ທີ 29 ທັນ­ວາ 2018 ຫາ ​ວັນ​ທີ 8 ກໍ­ລະ­ກົດ 2019 ມີ​ຄົນ​ເຈັບ​ທີ່​ເປັນ­ໄຂ້​ຍຸງ​ລາຍ​ສະ​ສົມ 12.212 ກໍ­ລະ­ນີ ເສຍ​ຊີ­ວິດ 28 ຄົນ ໃນ​ນີ້ ແຂວງ​ຈຳ­ປາ​ສັກ 2.516 ກໍ­ລະ­ນີ ເສຍ​ຊີ­ວິດ 5 ຄົນ ນະ­ຄອນ­ຫຼວງ​ວຽງ​ຈັນ 2.233 ກໍ­ລະ­ນີ ເສຍ​ຊີ­ວິດ 6 ຄົນ ສະ­ຫວັນ​ນະ​ເຂດ 2.078 ກໍ­ລະ­ນີ ເສຍ​ຊີ­ວິດ 10 ຄົນ ສາ­ລະ​ວັນ 1.563 ຄົນ ເສຍ​ຊີ­ວິດ 3 ຄົນ ຄຳ​ມ່ວນ 1.278 ກໍ­ລະ­ນີ ເສຍ​ຊີ­ວິດ 2 ຄົນ ອັດ​ຕະ​ປື 777 ກໍ­ລະ­ນີ ບໍ​ລິ​ຄຳ​ໄຊ 487 ກໍ­ລະ­ນີ ເສຍ​ຊີ­ວິດ 2 ຄົນ ຫຼວງ​ນ້ຳ​ທາ 345 ກໍ­ລະ­ນີ ວຽງ​ຈັນ 327 ກໍ­ລະ­ນີ ເຊ​ກອງ 212 ກໍ­ລະ­ນີ ໄຊ​ຍະ​ບູ​ລີ 211 ກໍ­ລະ­ນີ ຫຼວງ​ພະ​ບາງ 98 ກໍ­ລະ­ນີ ໄຊ​ສົມ­ບູນ 58 ກໍ­ລະ­ນີ ອຸ­ດົມ​ໄຊ 12 ກໍ­ລະ­ນີ ບໍ່​ແກ້ວ 9 ກໍ­ລະ­ນີ ຊຽງ​ຂວາງ 8 ກໍ­ລະ­ນີ ສ່ວນ​ຜົ້ງ​ສາ­ລີ ຫົວ­ພັນ ແມ່ນ​ບໍ່​ພົບ​ກໍ­ລະ­ນີ.

ລາວ: ແຕ່​ຕົ້ນ​ເດືອນ​ມັງ­ກອນ​ເຖິງ​ປັດ­ຈຸ­ບັນ ທົ່ວ​ປະ­ເທດ​ມີ​ຜູ້​ເປັນ­ໄຂ້​ຍຸງ​ລາຍ 10.778 ກໍ­ລະ­ນີ ເສຍ​ຊີ­ວິດ 25 ກໍ­ລະ­ນີ

ແຕ່​ຕົ້ນ​ເດືອນ​ມັງ­ກອນ​ເຖິງ​ປັດ­ຈຸ­ບັນ ທົ່ວ​ປະ­ເທດ​ມີ​ຜູ້​ເປັນ­ໄຂ້​ຍຸງ​ລາຍ 10.778 ກໍ­ລະ­ນີ ເສຍ​ຊີ­ວິດ 25 ກໍ­ລະ­ນີ

ທ່ານ​ນາງ ຄຳ​ຫຼ້າ ຈູມ​ລີ​ວົງ ຮອງ​ອຳ­ນວຍ​ການ​ໂຮງ­ໝໍ​ເສດ​ຖາ​ທິ​ຣາດ ໃຫ້​ສຳ­ພາດ​ວັນ​ທີ 4 ກໍ­ລະ­ກົດ 2019 ວ່າ: ພະ­ຍາດ​ໄຂ້­ຍຸງ​ລາຍ​ເປັນ​ສາ­ເຫດ​ໜຶ່ງ​ຂອງ​ການ​ເຈັບ­ເປັນ ແລະ ການ​ຕາຍ​ໃນ​ເດັກ ຄົນ​ເຈັບ​ທີ່​ເປັນ­ໄຂ້​ຍຸງ​ລາຍ​ຮ້າຍ​ແຮງ​ສາ­ມາດ​ເປັນ​ຊັອກ ຫຼື ມີ​ອາ­ການ​ເລືອດ​ອອກ​ຮ້າຍ​ແຮງ ພາ­ໃຫ້​ເສຍ​ຊີ­ວິດ​ຢ່າງ​ໄວ­ວາ ຖ້າ​ບໍ່​ໄດ້​ຮັບ​ການ​ປິ່ນ­ປົວ​ຢ່າງ​ຖືກ­ຕ້ອງ ແລະ ທັນ​ເວ­ລາ ປັດ­ຈຸ­ບັນ ພະ­ຍາດ​ດັ່ງ­ກ່າວ​ສາ­ມາດ​ພົບ​ເຫັນ​ໃນ​ຜູ້​ໃຫຍ່​ເຊັ່ນ​ດຽວ​ກັນ ເຊິ່ງ​ປີ 2019 ໂດຍ​ອີງ­ໃສ່​ສະ­ຖິ­ຕິ​ຕົວ​ເລກ​ສະ​ສົມ​ທົ່ວ​ປະ­ເທດ (ຂໍ້​ມູນ​ຈາກ​ສູນ​ວິ­ເຄາະ​ລະ­ບາດ​ວິ­ທະ­ຍາ​ແຫ່ງ​ຊາດ​ຂອງ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ) ແຕ່​ຕົ້ນ​ເດືອນ​ມັງ­ກອນ​ເຖິງ​ປັດ­ຈຸ­ບັນ ທົ່ວ​ປະ­ເທດ​ມີ​ຜູ້​ເປັນ­ໄຂ້​ຍຸງ​ລາຍ 10.778 ກໍ­ລະ­ນີ ເສຍ​ຊີ­ວິດ 25 ກໍ­ລະ­ນີ ໃນ​ນີ້ ສະ­ເພາະ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ 6 ເດືອນ​ຕົ້ນ​ປີ ມີ​ຕົວ​ເລກ​ສະ​ສົມ​ທັງ​ໝົດ 1.978 ກໍ­ລະ­ນີ ເສຍ​ຊີ­ວິດ 6 ກໍ­ລະ­ນີ.

ລາວ: ແຕ່​ຕົ້ນ​ເດືອນ​ມັງ­ກອນ​ເຖິງ​ປັດ­ຈຸ­ບັນ ທົ່ວ​ປະ­ເທດ​ມີ​ຜູ້​ເປັນ­ໄຂ້​ຍຸງ​ລາຍ 10.778 ກໍ­ລະ­ນີ ເສຍ​ຊີ­ວິດ 25 ກໍ­ລະ­ນີ


ຕໍ່​ກັບ​ກໍ­ລະ­ນີ​ທີ່​ເສຍ​ຊີ­ວິດ ສ່ວນ​ໃຫຍ່​ແມ່ນ​ຄົນ​ເຈັບ​ທີ່​ເປັນ­ໄຂ້​ຊື້​ຢາ​ມາ​ກິນ​ເອງ ເມື່ອ​ອາ­ການ​ບໍ່​ດີ​ຂຶ້ນ ຫຼື ຮຸນ​ແຮງ​ຈຶ່ງ​ໄປ​ຮັບ​ການ​ຮັກ­ສາ​ຢູ່​ໂຮງ­ໝໍ ຈຶ່ງ​ເຮັດ​ໃຫ້​ໄດ້​ຮັບ​ການ​ຮັກ­ສາ​ບໍ່​ທ່ວງ​ທັນ ກໍ່­ໃຫ້­ເກີດ​ການ​ເສຍ​ຊີ­ວິດ​ເພີ່ມ​ຂຶ້ນ ດັ່ງ­ນັ້ນ ເພື່ອ​ຫຼີກ​ລ່ຽງ​ການ​ເສຍ​ຊີ­ວິດ ເມື່ອ​ເປັນ­ໄຂ້​ຄວນ​ໄປ​ພົບ​ແພດ​ທັນ­ທີ ເພື່ອ​ຮັບ​ການ​ປິ່ນ­ປົວ​ຢ່າງ​ຖືກ­ຕ້ອງ ແລະ ທັນ​ການ ປ້ອງ​ກັນ​ການ​ເສຍ​ຊີ­ວິດ ຍ້ອນ​ພະ­ຍາດ​ດັ່ງ­ກ່າວ ແລະ ສິ່ງ​ສຳ­ຄັນ​ທີ່​ທຸກ​ຄົນ​ຕ້ອງ​ປະ­ຕິ­ບັດ​ເພື່ອ​ປ້ອງ​ກັນ​ພະ­ຍາດ​ນີ້ ບໍ່​ໃຫ້​ເກີດ​ຂຶ້ນ​ກັບ​ຕົວ​ທ່ານ ແລະ ຄອບ­ຄົວ​ນັ້ນ​ທຸກ​ຄອບ­ຄົວ ກໍ​ຄື ທຸກ​ຄົນ​ຕ້ອງ​ເປັນ​ເຈົ້າ​ການ​ລົງ­ມື​ທຳ­ລາຍ​ແຫຼ່ງ​ເພາະ​ພັນ​ໜອນ​ຍຸງ ແລະ ອະ­ນາ­ໄມ​ສິ່ງ​ແວດ​ອ້ອມ​ເຮືອນ​ດ້ວຍ​ຕົນ​ເອງ​ເປັນ​ປະ­ຈຳ​ທຸກໆ​ອາ­ທິດ ແລະ ປ້ອງ​ກັນ​ບໍ່​ໃຫ້​ຍຸງ​ລາຍ​ກັດ ດ້ວຍ​ການ​ນອນ​ໃນ​ມຸ້ງ ຢາ​ທາ​ກັນ​ຍຸງ ນຸ່ງ​ເຄື່ອງ​ຍາວ ຢູ່​ທີ່​ໂລ່ງ​ແຈ້ງ​ເພື່ອ​ບໍ່​ໃຫ້​ຍຸງ​ລາຍ​ກັດ ພ້ອມ​ນັ້ນ ອຳ­ນາດ​ການ​ປົກ­ຄອງ​ທ້ອງ­ຖິ່ນ​ຕ້ອງ​ເປັນ​ເຈົ້າ​ການ ໃນ​ການ​ລົງ​ຕິດຕາມ​ຄວາມ​ໜາ​ແໜ້ນ​ຂອງ​ໜອນ​ຍຸງ ຖ້າ​ຈຸດ​ໃດ​ມີ​ໜອນ​ຍຸງ ກໍ​ຕ້ອງ​ນຳ­ພາ​ປະ­ຊາ­ຊົນ​ສ້າງ​ຂະ​ບວນ​ການ​ອະ­ນາ­ໄມ​ເປັນ​ປະ­ຈຳ​ຈົນ​ໜອນ​ຍຸງ ແລະ ຍຸງ​ລາຍ​ຈະ​ໝົດ​ໄປ. ເພື່ອ​ປິ່ນ­ປົວ​ໃຫ້​ທັນ​ການ​ຜູ້​ທີ່​ມີ​ອາ­ການ​ໄຂ້​ບໍ່​ໃຫ້​ຊື້​ຢາ​ກິນ​ເອງ​ໃຫ້​ມາ​ໂຮງ­ໝໍ ເພື່ອ​ຮັບ​ການ​ປິ່ນ­ປົວ​ຢ່າງ​ຖືກ­ຕ້ອງ ພ້ອມ​ນັ້ນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ໄຂ້­ຍຸງ​ລາຍ​ພະ­ຍາ­ບານ​ຢູ່​ໃນ​ໂຮງໝໍ ໄດ້​ເຮັດ​ໜ້າ­ທີ່​ສຸ​ຂະ​ສຶກ​ສາ​ຜູ້​ທີ່​ມາ​ເຝົ້າ​ຄົນ​ເຈັບ​ນອນ​ຢູ່​ໂຮງ­ໝໍ ແລະ ປຸກ­ລະ­ດົມ​ທົ່ວ​ສັງ­ຄົມ​ໃຫ້​ມີ​ສ່ວນ​ຮ່ວມ​ປະ­ຕິ­ບັດ 5 ປ ຕື່ມ​ອີກ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.