|
ພິທີເຊັນສັນຍາຮ່ວມມືຮອບດ້ານພ້ອມສະໜອງທຶນລະຫວ່າງທະນາຄານຫວຽດຕິນລາວ ຈຳກັດ ແລະ ກຸ່ມບໍລິສັດ ໂຊກໂຊ
ເພື່ອເປັນການເສີມຂະຫຍາຍສາຍພົວພັນ ແລະ ຮ່ວມມືລະຫວ່າງທະນາຄານຫວຽດຕິນລາວ ຈຳກັດ ແລະ ກຸ່ມ ບໍລິສັດໂຊກໄຊ ຂຶ້ນສູ່ບາດກ້າວໃໝ່ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອງດ້ານວະຫວ່າງລາວ ແລະ ຫວຽດນາມໃຫ້ໝັ້ນຄົງຖະນົງແກ່ນຕະຫຼອດໄປ ບົນພື້ນຖານການຮ່ວມມືຮອບດ້ານສອງຝ່າຍກຸ່ມບໍລິສັດໂຊກໄຊໃຫ້ບຸລິມະສິດໃນການເລືອກໃຊ້ຜະລິດຕະພັນ ການບໍລິການທີ່ທະນາຄານຫວຽດຕິດລາວ ຈຳກັດ ເປັນຜູ້ກຳລັງຈະສະໜອງໃຫ້ ເຊິ່ງສອດຄ່ອງກັບຄວາມຕ້ອງການນຳໃຊ້ແຕ່ລະໄລຍະ ຕອບສະໜອງຄວາມຕ້ອງການໃນການແຂ່ງຂັນດ້ານຄຸນນະພາບ ແລະ ຄ່າທຳນຽມບໍລິການ ແລກປ່ຽນຂໍ້ມູນດ້ານນະໂຍບາຍ ສະພາບການຕະຫຼາດ ຄາດໝາຍດ້ານເສດຖະກິດ ເຕັກນິກຂອງຂະແໜງການ ສະພາບການເງິນ ຜົນໄດ້ຮັບທຸລະກິດຂອງວິສາຫະກິດໃນລະບົບຂອງ ກຸ່ມບໍລິສັດໂຊກໄຊ ເພື່ອຮັບໃຊ້ວຽກງານວິເຄາະ ແນໃສ່ຄຸ້ມຄອງບັນດາໂຄງການລົງທຶນທີ່ແຕ່ລະຝ່າຍມີຜົນປະໂຫຍດຮ່ວມກັນໃຫ້ດີທີ່ສຸດ ເພື່ອຫຼຸດຜ່ອນຄວາມສ່ຽງ ຍົກສູງປະສິດທິພາບໃນການຄຸ້ມຄອງທຶນ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບແຜນງານການລົງທຶນບັນດາໂຄງການ ແລະ ຄວາມຕ້ອງການທຶນຂອງກຸ່ມໂຊກໄຊ ຫຼື ບັນດາຫົວໜ່ວຍຂອງສະມາຊິກຂອງກຸ່ມບໍລິສັດ ໂຊກໄຊ ເພື່ອທະນາຄານຫວຽດຕິນລາວໃຫ້ຄຳປຶກສາດ້ານການເງິນ ພິຈາລະນາການປ່ອຍສິນເຊື່ອ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບແຜນການລົງທຶນ ແລະ ໃຫ້ບຸລິມະສິດແກ່ທະນາຄານຫວຽດຕິນລາວ ກ່ຽວກັບແຜນການຮ່ວມມື.
(ແຫຼ່ງຂໍ້ມູນ: vientianemai.net)