ນັກກີລາລາວ ເດີນທາງຮ່ວມງານກີລານັກຮຽນອາຊຽນ

13:40 | 18/07/2019

ຫວ່າງແລ້ວນີ້, ຄະ­ນະ​ນັກ­ກີ­ລາ​ນັກ­ຮຽນ​ລາວ​ນຳ​ໂດຍ​ທ່ານ ບຸນ​ສຸກ ທິ​ລະ​ສັກ ຫົວ­ໜ້າ​ກົມ​ພະ­ລະ ແລະ ສິ­ລະ​ປະ​ສຶກ​ສາ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ທັງ​ເປັນ​ຮອງ​ປະ­ທານ​ສະ­ຫະ­ພັນ​ກີ­ລາ​ນັກ­ຮຽນ​ສາ­ມັນ​ລາວ ໄດ້​ອອກ​ເດີນ­ທາງ​ເຂົ້າ​ຮ່ວມ​ງານ​ກີ­ລາ​ນັກ­ຮຽນ​ອາ​ຊຽນ ຄັ້ງ​ທີ 11 ທີ່​ເມືອງ​ເຊ​ມາ​ຣັງ ປະ­ເທດ​ອິນ​ໂດ​ເນ​ເຊຍ ຈັດ​ຂຶ້ນ​ວັນ​ທີ 17-25 ກໍ­ລະ­ກົດ 2019.

ນັກກີລາລາວ ເດີນທາງຮ່ວມງານກີລານັກຮຽນອາຊຽນ

ນັກກີລາລາວ ເດີນທາງຮ່ວມງານກີລານັກຮຽນອາຊຽນ

ການ​ເຂົ້າ​ຮ່ວມ​ງານ​ກີ­ລາ​ນັກ­ຮຽນ​ອາ​ຊຽນ​ຄັ້ງ​ນີ້ ລາວ​ເຮົາ​ສົ່ງ​ເຂົ້າ​ຮ່ວມ 5 ປະ­ເພດ​ກີ­ລາ ຈາກ​ທັງ​ໝົດ 9 ປະ­ເພດ​ເຊັ່ນ: ແລ່ນ-ລານ ລອຍ­ນ້ຳ ກະ­ຕໍ້ ດອກ​ປີກ​ໄກ່ ແລະ ປັນ​ຈັກ​ຊີ​ລັດ ເຊິ່ງ​ປະ­ກອບ​ມີ​ຄະ­ນະ​ຮັບ­ຜິດ­ຊອບ 13 ທ່ານ ຍິງ 1 ທ່ານ ຄະ­ນະ​ນຳ​ຄູ​ເຝິກ 15 ທ່ານ ຍິງ 3 ທ່ານ ນັກ­ກີ­ລາ 51 ຄົນ ຍິງ 16 ຄົນ ແລະ ກຳ­ມະ­ການ​ຕັດ­ສິນ 1 ທ່ານ ລວມ​ທັງ​ໝົດ 80 ຄົນ.

ສຳ­ລັບ​ນັກ­ກີ­ລາ​ທັງ 5 ປະ­ເພດ​ນີ້ ໄດ້​ເກັບ​ຕົວ​ເຝິກ­ຊ້ອມ​ເປັນ​ປະ­ຈຳ​ຢ່າງ​ຕ່ຳ 1 ເດືອນ ຕາມ​ສະ­ພາບ​ເງື່ອນ­ໄຂ​ຂອງ​ແຕ່​ລະ​ປະ­ເພດ​ກີ­ລາ ໂດຍ​ວາງ​ຄາດ­ໝາຍ​ຫວັງ​ຍາດ​ເອົາ​ຫຼຽນ​ໃນ​ທຸກ​ປະ­ເພດ​ກີ­ລາ​ທີ່​ເຂົ້າ​ຮ່ວມ​ຄັ້ງ​ນີ້ ສ່ວນ​ດ້ານ​ນະ­ໂຍ­ບາຍ​ຕໍ່​ນັກ­ກີ­ລາ​ຊຸດ​ນີ້ ລັດ­ຖະ­ບານ​ຈະ​ຊ່ວຍ­ເຫຼືອ​ດ້ານ​ທຶນ​ການ​ສຶກ​ສາ ເງິນ​ລາ­ງວັນ ແລະ ມອບ​ໃບ​ກຽດ​ຕິ​ຄຸນ​ໃຫ້​ນັກ­ກີລາ​ທີ່​ສ້າງ​ຜົນ­ງານ​ໂດດ​ເດັ່ນຄວ້າ​ຫຼຽນ​ລາ­ງວັນ​ໃນ​ງານ​ນີ້.

ໃນ​ຜ່ານ​ມາ ລາວ​ເຮົາ​ໄດ້​ສົ່ງ​ຄະ­ນະ​ນັກ­ກີ­ລາ ເຂົ້າ​ຮ່ວມ​ງານ​ກີ­ລາ​ນັກ­ຮຽນ​ອາ​ຊຽນ 5 ຄັ້ງ ແຕ່​ປີ 2013 ເປັນ­ຕົ້ນ​ມາ ສາ­ມາດ​ຍາດ​ໄດ້ 5 ຫຼຽນ​ເງິນ ແລະ 19 ຫຼຽນ​ທອງ ຫຼ້າ​ສຸດ​ປີ 2018 ທີ່​ມາ​ເລ​ເຊຍ ຍາດ​ໄດ້ 3 ຫຼຽນ​ທອງ ຈາກ​ກີ­ລາ​ແລ່ນ​ລານ ດອກ​ປີກ​ໄກ່ ແລະ ກະ­ຕໍ້.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.