ວັນທີ 19 ສິງຫາ 2019 ຢູ່ກະຊວງການຕ່າງປະເທດ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຄຳນັບອຳລາຂອງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະລາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ.
ຍສໝ - ໃນວັນທີ 13 ສິງຫາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ Kunio Umeda, ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ຫວຽດນາມ.
ຍສໝ - ລັດຖະມົນຕີຕ່າງປະເທດຂອງສາມປະເທດ ອາດຈະພົບປະກັນ ຢູ່ຊານເມືອງປັກກິ່ງ (ສປ ຈີນ) ໃນວັນທີ 21 ສິງຫາ ເພື່ອປຶກສາຫາລືຮ່າງແຜນ ກ່ຽວກັບຕາຕະລາງຂັ້ນຕອນ ແລະ ເນື້ອໃນຕົ້ນຕໍຂອງກອງປະຊຸມສຸດຍອດຄັ້ງນີ້.
ຍສໝ - ວັນທີ 3 ສິງຫາ 2019, ກອງປະຊຸມລັດຖະມົນຕີຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 12 ໄດ້ໄຂຂຶ້ນ ຢູ່ ບາງກອກ ປະເທດ ໄທ.
ຍສໝ - ໃນວັນທີ 26 ກໍລະກົດ 2019 ທີ່ນະຄອນຫຼວງວຽງຈັນ, ທ່ານ ທາເຄຊິ ຮິກິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ, ຕາງໜ້າລັດຖະບານ ຍີ່ປຸ່ນໄດ້ປະດັບຫຼຽນກຽດຕິຍົດ ລະດັບສູງຈາກສົມເດັດພະເຈົ້າ ຈັກກະພັດຍີ່ປຸ່ນໃຫ້ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການເສີມສ້າງຄວາມ ເຂັ້ມແຂງໃຫ້ແກ່ສາຍພົວພັນ ທາງດ້ານເສດຖະກິດລະຫວ່າງ ຍີ່ປຸ່ນ-ສປປ ລາວ ແລະ ສາຍພົວ ພັນຮ່ວມມືອັນດີງາມລະຫວ່າງ ສອງລັດຖະບານລາວ-ຍີ່ປຸ່ນ.
ຍສໝ - ແຕ່ວັນທີ 26 – 28 ກໍລະກົດ, ທີ່ເຂດສວນສາທາລະນະ ເກົາຣົ່ງ (ເມືອງເຊີນຈ່າ) ໄດ້ໄຂງານພົບປະແລກປ່ຽນວັດທະນະທໍາ ຫວຽດນາມ - ຍີ່ປຸ່ນ ປີ 2019 ໂດຍຄະນະກໍາມະການປະຊາຊົນນະຄອນດ່ານັ້ງ ແລະສະຖານທູດຍີ່ປຸ່ນປະຈໍາຫວຽດນາມ ຮ່ວມກັນຈັດຕັ້ງ ທີ່ຫາກໍໄຂຂຶ້ນຢູ່ດ່ານັ້ງ.
ອາສາສະໝັກຊາວໝຸ່ມຈາກປະເທດຍີ່ປຸ່ນ 9 ຄົນ ກຽມປະຕິບັດໜ້າທີ່ເຮັດວຽກຢູ່ ສປປ ລາວ ໃນຂົງເຂດການພັດທະນາເສດຖະກິດ-ສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດ ເປັນເວລາ 2 ປີ ໂດຍຜ່ານອົງການໄຈກາ (JICA) ໂດຍພິທີຕ້ອນຮັບອາສາສະໝັກດັ່ງກ່າວ ຈັດຂຶ້ນວັນທີ 24 ກໍລະກົດ 2019 ຢູ່ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ.
ຍສໝ - ໃນຕອນບ່າຍຂອງວັນທີ 22 ກໍລະກົດ 2019, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ມີການຕ້ອນຮັບ ທ່ານ Tsutomu Takebe, ຜູ້ທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ຟ້າມບີ່ງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຕ້ອນຮັບ ທ່ານ Kanehara Nobukatsu ຮອງຫົວໜ້າຄະນະເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດຍີ່ປຸ່ນ.
ຍສໝ - ຕອນບ່າຍວັນທີ 01 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີການພົບປະກັບນັກປັນຍາຊົນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ.
ຍສໝ - ໃນວັນທີ 1 ກໍລະກົດ, ທີ່ນະຄອນຫຼວງ ໂຕກຽດ, ປະເທດ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມີການພົບປະກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.
ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ, ຕອນເຊົ້າວັນທີ 01 ກໍລະກົດ, ຢູ່ນະຄອນຫຼວງໂຕກຽວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ, ສົນທະນາກັບການນຳບັນດາບໍລິສັດ, ວິສາຫະກິດໃຫຍ່ແຖວໜ້າຂອງຍີ່ປຸ່ນ ໃນຂົງເຂດການເງິນ, ພະລັງງານ, ກໍ່ສ້າງ, ອຸດສາຫະກຳຜະລິດເຄື່ອງຈັກ, logistic, ເຕັກໂນໂລຊີສູງ…
ຍສໝ - ກອງປະຊຸມສຸດຍອດ G20 ປີ 2019 ຢູ່ ຍີ່ປຸ່ນ ຈະຈັດຂື້ນໃນລະຫວ່າງວັນທີ 28 – 29 ມິຖຸນາ, ຢູ່ນະຄອນ Osaka. ນີ້ແມ່ນກອງປະຊຸມ G20 ຄັ້ງທີ 14, ເຊຶ່ງຈະດຳເນີນໃນສະພາບການເສດຖະກິດໂລກກຳລັງມີການເຕີບໂຕຊ້າ ດ້ວຍຄວາມສ່ຽງຢ່າງຫຼວງຫຼາຍຍ້ອນການແກ້ງແຍ້ງຍຸດທະສາດ ລະຫວ່າງ ບັນດາປະເທດໃຫຍ່ນັບມື້ນັບຮ້າຍແຮງຂຶ້ນ.
ຍສໝ - ວັນທີ 04 ມິຖຸນາ ຢູ່ ຮ່າໂນ້ຍ, ກອງປະຊຸມສຳມະນາວິຊາການ ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງ, ພາຍໃຕ້ບົດບາດເປັນປະເທດປະສານງານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ໄລຍະປີ 2018 – 2021.
ຍສໝ - ວັນທີ 03 ມິຖຸນາ 2019, ທີ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລ ຮ່ວາຍ ຈຸງ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taeko Mori ໄດ້ເປັນປະທານຮ່ວມ ໃນການປຶກສາຫາລືຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 7.
ຍສໝ - ດ້ວຍບົດບາດແມ່ນປະເທດປະສານງານການພົວພັນອາຊຽນ - ຍີ່ປຸ່ນ, ໄລຍະ 2018 – 2021, ຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວສຳຄັນ 2 ຄັ້ງນັ້ນແມ່ນເວທີປາໄສອາຊຽນ - ຍີ່ປຸ່ນ ຄັ້ງທີ 34 ແລະ ກອງປະຊຸມຫົວເລື່ອງສະເພາະກ່ຽວກັບ “ການຮ່ວມມືອາຊຽນ - ຍີ່ປຸ່ນ ເພື່ອຄວາມວັດທະນາຖາວອນ” ໂດຍນອນໃນຂອບເຂດຂໍໍ້ລິເລີ່ມວັນອາຊຽນ - ຍີ່ປຸ່ນ ຢູ່ຫວຽດນາມ, ໃນລະຫວ່າງວັນທີ 03 – 04 ມິຖຸນາ.
ໃນວັນທີ 30-31 ພຶດສະພາ 2019 ທີ່ໂຕກຽວ ປະເທດຍີ່ປຸ່ນ, ພະນະທ່ານ ທອງລຸນ ສີສຸລິດ ນາຍົກ-ລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີ ຄັ້ງທີ 25, ພາຍໃຕ້ຫົວຂໍ້: “ຄົ້ນຫາລະບຽບໂລກແບບໃໝ່ ເພື່ອແກ້ໄຂຄວາມວຸ້ນ-ວາຍໃນໂລກ”.
ຍສໝ - ໃນອາທິດນີ້, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມ ບີ່ງ ມິງ ຈະເຂົ້າຮ່ວມເວທີປາໄສອະນາຄົດອາຊີຢູ່ຍີ່ປຸ່ນໃນລະຫວ່າງແຕ່ວັນທີ 30 – 31 ພຶດສະພາ 2019.
ຍສໝ - ວັນທີ 24 ພຶດສະພາ 2019, ຢູ່ແຂວງຊຽງຂວາງ ສປປ ລາວ, ບໍລິສັດຫຸ້ນສ່ວນນໍ້ານົມຫວຽດນາມ (Vinamilk) ໄດ້ຈັດຕັ້ງພິທີສະເໜີຕົວບໍລິສັດ Lao-Jagro ແລະ ລົງມືກໍ່ສ້າງໄລຍະທີ 1 ກຸ່ມ “Resort” ງົວນົມ Organic ດ້ວຍເນື້ອທີ່ 5.000 ເຮັກຕາ ຢູ່ລາວ.
ຍສໝ - ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ພັນລະຍາ ໄດ້ໄປຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການໃນລະຫວ່າງວັນທີ 25 – 28 ພຶດສະພາ 2019.