ຫວຽດນາມ ແລະ ຍີ່ປຸ່ນ ເພີ່ມທະວີຮ່ວມມືສອງຝ່າຍ ຢ່າງຮອບດ້ານ

09:17 | 17/07/2019

ຍສໝ - ຫວ່າງແລ້ວນີ້, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ຟ້າມບີ່ງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຕ້ອນຮັບ ທ່ານ Kanehara Nobukatsu ຮອງຫົວໜ້າຄະນະເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດຍີ່ປຸ່ນ.

ຫວຽດນາມ ແລະ ຍີ່ປຸ່ນ ເພີ່ມທະວີຮ່ວມມືສອງຝ່າຍ ຢ່າງຮອບດ້ານ

ທ່ານ ຟ້າມບີ່ງມິນ ໄດ້ຊົມເຊີຍຍີ່ປຸ່ນ ຈັດຕັ້ງກອງປະຊຸມສຸດຍອດ G20 ສໍາເລັດ. (ພາບ: baoquocte)

ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນ, ເຫັນດີເປັນເອກະພາບແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເປັນປະຈໍາ; ຢັ້ງຢືນວ່າສອງຝ່າຍຈະສືບຮ່ວມມືຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍຕ່າງໆ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ, ບັນດາກົນໄກຮ່ວມມືອາຊຽນເປີດກວ້າງ ແລະ ການຮ່ວມມື ຍີ່ປຸ່ນ-ແມ່ນໍ້າຂອງ ໃນສະພາບທີ່ຫວຽດນາມ ເປັນປະເທດປະສານງານການພົວພັນ ອາຊຽນ-ຍີ່ປຸ່ນ ໄລຍະ 2018-2021, ເປັນປະທານອາຊຽນໃນປີ 2020 ແລະ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການໃນປີ 2020-2021.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.