ເພີ່ມທະວີການຮ່ວມມື ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ

09:47 | 23/07/2019

ຍສໝ - ໃນຕອນບ່າຍຂອງວັນທີ 22 ກໍລະກົດ 2019, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ມີການຕ້ອນຮັບ ທ່ານ Tsutomu Takebe, ຜູ້ທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ.

ໃນການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ກ່າວວ່າ ຫວຽດນາມ ແລະ ຍີ່ປຸ່ນ ແມ່ນຄູ່່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ, ພັດທະນາການພົວພັນຮ່ວມມືຢ່າງຮອບດ້ານ ດ້ວຍຄວາມໄວ້ເນື້ອເຊື່ອໃຈສູງ; ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງແຮງໃນທຸກຂົງເຂດ, ໃນນັ້ນມີໂຄງການ ມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ແມ່ນໂຄງການທີ່ພົ້ນເດັ່ນໃນການພົວພັນສອງປະເທດ; ລັດຖະບານຫວຽດນາມ ຈະກໍ່ສ້າງໂຮງຮຽນໃຫ້ຂະຫຍາຍຕົວສົມກັບການພົວພັນລະຫວ່າງສອງປະເທດ. ພ້ອມທັງກໍປາດຖະໜາວ່າ ທ່ານ Tsutomu Takebe ຍາມໃດກໍມານະພະຍາຍາມ, ຕັ້ງໜ້າປະກອບສ່ວນເຂົ້າໃນການພົວພັນລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ.

ເພີ່ມທະວີການຮ່ວມມື ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ

ທ່ານ ຫງວຽນຊວນຟຸກ ແລະ ທ່ານ Tsutomu Takebe. (ພາບ: baochinhphu.vn)

ທີ່ການຕ້ອນຮັບ, ທ່ານ Tsutomu Takebe ໄດ້ກ່າວວ່າ: ຍີ່ປຸ່ນ ຊົມເຊີຍການພັດທະນາຢ່າງແຂງແຮງ ແລະ ຂະຫຍັນຂັນເຄື່ອນຂອງຫວຽດນາມ. ທ່ານກໍຮູ້ສຶກດີໃຈທີ່ໄດ້ຮັບຂ່າວວ່າ ມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງແຮງໃນໄລຍະຜ່ານມາ ແລະ ຍາມໃດກໍໄດ້ຮັບການສະໜັບສະໜູນຈາກການນໍາຂັ້ນສູງສອງປະເທດ. ຝ່າຍ ຍີ່ປຸ່ນ ກໍປາດຖະໜາວ່າ ລັດຖະບານຫວຽດນາມ ຈະອະນຸມັດຜ່ານກົນໄກພິເສດທາງການເງິນໃຫ້ແກ່ມະຫາວິທະຍາໄລແຫ່ງດັ່ງກ່າວເຄື່ອນໄຫວຢ່າງມີປະສິດທິຜົນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.