ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຍີ່ປຸ່ນ ຢັ້ງຢືນວ່າ ລັດຖະບານ ຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ບັນດາວິສາຫະກິດ ຍີ່ປຸ່ນ ທີ່ມາລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ.
ທ່ານ ຫວູຮົ່ງນາມ ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ມີຫລາຍກ່ວາ 40 ປະເທດ ໄດ້ລົງທຶນເຂົ້າແຂວງ ດົງນາຍ, ໃນນັ້ນຍີ່ປຸ່ນຢືນອັນດັບທີ 3 ໃນ ຈຳນວນໂຄງການ ແລະ ແຫຼ່ງເງິນລົງທຶນ. ປະຈຸບັນແຂວງດົງນາຍ ມີໂຄງການລົງທຶນແມ່ນ 1.420 ໂຄງການດ້ວຍຍອດຈຳນວນເງິນລົງທຶນ ເກືອບ 30 ຕື້ໂດລາສະຫະລັດ, ໃນນັ້ນມີ 259 ໂຄງການລົງທຶນຂອງຍີ່ປຸ່ນ ດ້ວຍມູນຄ່າການລົງທືນທັງໝົດແມ່ນ 4,64 ຕື້ໂດລາສະຫະລັດ. ປະຈຸບັນ, ແຂວງເອົາໃຈໃສ່ເຖິງຄຸນນະພາບຂອງກະແສທຶນ, ສຸມໃສ່ເຂົ້າໃນບັນດາໂຄງການລົງທືນເຕັກໂນໂລຢີ, ອຸດສະຫະກຳ ທີ່ສະອາດ, ສິ່ງແວດລ້ອມແລະອຸດສະຫະ ກຳ ທີ່ບໍ່ອອກແຮງງານ.
![]() |
ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຍີ່ປຸ່ນ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: TTXVN)
ທ່ານ ຫວູຮົ່ງນາມ ໄດ້ຊີ້ແຈ້ງວ່າ ຢູ່ຫວຽດນາມ, ຍີ່ປຸ່ນໄດ້ຮັບຖືວ່າເປັນໜຶ່ງໃນບັນດາຄູ່ຮ່ວມມື ແລະ ນັກລົງທຶນຕ່າງປະເທດຍຸດທະສາດ ແລະ ສຳຄັນທີ່ສຸດ, ດ້ວຍບັນດາໂຄງການລົງທຶນທີ່ມີຄຸນນະພາບ ແລະ ການເຄື່ອນໄຫວທີ່ມີປະສິດທິຜົນ. ບັນດາໂຄງການລົງທຶນຂອງຍີ່ປຸ່ນບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຊຸກຍູ້ການເຕີບໂຕເສດຖະກິດຂອງ ຫວຽດນາມເທົ່ານັ້ນ ຫາກຍັງຊ່ວຍສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ສຳລັບແຂວງດົ່ງນາຍ, ທ່ານ ຫວູຮົ່ງນາມ ໄດ້ສະແດງຄວາມເຊື່ອໝັ້ນວ່າດ້ວຍ ການຜັນຂະຫຍາຍໂຄງການສະໜາມບິນສາກົນ ລອງແທັ່ງ ແລະ ຍຸດທະສາດດຶງດູດການລົງທຶນຂອງແຂວງ, ດົ່ງນາຍຈະກາຍເປັນຈຸດນັດພົບທີ່ມີຄວາມດູດດື່ມກ່ວາອີກສຳລັບບັນດານັກລົງທຶນຕ່າງປະເທດ, ເປັນຕົ້ນແມ່ນບັນດານັກລົງທຶນ ຍີ່ປຸ່ນ.
(ຄຳຮຸ່ງ)