ຍສໝ - ໃນວັນທີ 2 ມິຖຸນາ, ຕຳຫຼວດນະຄອນຮ່າໂນ້ຍ ໄດ້ປະກາດວ່າ ຍ້ອນສະພາບການລະບາດ ຂອງພະຍາດ COVID-19 ເຊິ່ງເຮັດໃຫ້ຄວາມຮຽກຮ້ອງຕ້ອງການ ໃນການຕໍ່ກໍານົດເວລາທີ່ພັກຊົ່ວຄາວ ຂອງພົນລະເມືອງຕ່າງປະເທດທີ່ເຂົ້າມາຫວຽດນາມ ໃນແຕ່ວັນທີ 1 ມີນາ ເຖິງຮອດປະຈຸບັນ ເພີ່ມຂຶ້ນ.
ຍສໝ - ໃນຕອນເຊົ້າວັນທີ 11 ພຶດສະພາ 2020, ຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XII.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2020), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານອວຍພອນມາຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ (22/03/1955-22/03/2020) ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງຄະນະບໍລິ ຫານງານສູນກາງພັກປະຊາຊົນ ປະຕິວັດລາວ.
ໜ້າປະຫວັດສາດຍຸກໃໝ່ ຂອງຊາດລາວ ທີ່ຖືກສ້າງຂຶ້ນດ້ວຍການເສຍ ສະລະອັນໃຫຍ່ຫລວງ ແລະ ເຕັມໄປດ້ວຍວິລະກໍາ ອັນອົງອາດກ້າແກ່ນ ຊຶ່ງປະຊາຊົນລາວທັງຊາດ ມີຄວາມເອກອ້າງ ທະນົງໃຈນັ້ນ ຈະໄດ້ຮັບການສືບຕໍ່ ເສີມຂະຫຍາຍ ແລະ ຍົກລະດັບດ້ວຍຄວາມຈົງຮັກພັກດີ ຂອງສະມາຊິກພັກ, ພະນັກງານ ແລະ ປວງຊົນລາວ ຮຸ່ນສືບທອດຕໍ່ໆໄປ.
ຍສໝ - ຕອນບ່າຍວັນທີ 19 ມີນານີ້, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນພະນັກງານຂອງສະຖານທູດ ຫວຽດນາມ ປະຈຳ ສປປ.ລາວ ນຳໂດຍທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ໄດ້ເຂົ້າໄປສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໄດ້ຄົບຮອບ 65 ປີ (22 ມີນາ 1955 - 22 ມີນາ, 2020).
ຈາກປະເທດທີ່ບໍ່ທັນມີໃຜ ຮູ້ໃນເມື່ອກ່ອນປົດປ່ອຍ ຈົນມາຮອດໃນປັດຈຸບັນນີ້ ລາວມີສາຍພົວພັນທາງການທູດກັບ 143 ປະເທດ, ໃນດ້ານການຊ່ວຍເຫລືອຂອງຕ່າງປະເທດ ກໍໄດ້ເພີ່ມຂຶ້ນຈາກເມື່ອກ່ອນມີພຽງຫລັກຮ້ອຍ ກ້າວກະໂດດຂຶ້ນມາເປັນເກືອບຕື້ ໂດລາສະຫະລັດໃນປັດຈຸບັນ, ນີ້ແມ່ນສະເພາະການຊ່ວຍ ເຫລືອເພື່ອພັດທະນາເທົ່ານັ້ນ, ໂດຍບໍ່ໄດ້ລວມເອົາຕົວເລກ ຂອງການລົງທຶນຕ່າງໆ ຈາກຕ່າງປະເທດ. ທັງໝົດນີ້, ໄດ້ສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງຊີວິດການເປັນຢູ່ນັບມື້ດີຂຶ້ນ ແລະ ສາມາດຢັ້ງຢືນໄດ້ວ່າຜົນສໍາເລັດດັ່ງກ່າວນັ້ນ, ແມ່ນໝາກຜົນຂອງການມີນະໂຍບາຍອັນຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມ ເປັນຈິງຂອງປະເທດເຮົາໃນຕະຫລອດ 65 ປີຜ່ານມາ.
ໃນວັນທີ 17 ມີນາ 2020 ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດປາຖະກະຖາເຊື່ອມຊຶມເອກະສານ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ, ວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 74 ປີ, ໃຫ້ກຽດປາຖະກະຖາ ໂດຍ ສະຫາຍ ນາງ ສູນທອນ ໄຊຍະຈັກ ກໍາມະການສູນກາງພັກ, ເລຂາຄະ ນະພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ມີບັນດາສະຫາຍ ໃນຄະນະພັກ, ຄະນະກົມ, ພະແນກ ແລະ ພະນັກງານວິຊາການ ພາຍໃນຄະນະພົວພັນ ຕ່າງປະເທດສູນກາງພັກ ເຂົ້າຮ່ວມ.
ຮອດຕອນບ່າຍວັນທີ 13 ມີນາ, ມີເກືອບ 30 ທ້ອງຖິ່ນ ໄດ້ຕົກລົງໃຫ້ນັກຮຽນສືບຕໍ່ພັກໂຮງຮຽນ ເພື່ອປ້ອງກັນ, ຫຼີກລ້ຽງການຕິດແປດໂລກພະຍາດ Covid-19.
ຕອນເຊົ້າວັນທີ 3 ກຸມພາ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະນະຄອນຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 90 ປີ.
ວັນທີ 25 ກຸມພາ 2020, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດກອງປະຊຸມສະຫລຸບວຽກງານກວດກາ ປະຈຳປີ 2019 ແລະ ທິດທາງແຜນການປີ 2020 ແລະ ເຜີຍແຜ່ເຊື່ອມຊຶມເນື້ອໃນບົດສະຫລຸບ ການເຄື່ອນໄຫວວຽກງານກວດກາທົ່ວປະເທດ ປະຈຳປີ 2019 ແລະ ທິດທາງແຜນການ ປີ 2020 ກໍຄື ບົດໂອ້ລົມຂອງ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ໂດຍມີ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນ ຄຕພ ເຂົ້າຮ່ວມ.
ຍສໝ - ຕອນບ່າຍວັນທີ 22 ກຸມພາ, ອົງຄະນະພັກກອມມູນິດ ຫວຽດນາມ ຢູ່ ລາວ ໄດ້ຈັດພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຢູ່ລາວ ທີ່ສະຖານທູດ ຫວຽດນາມ ປະຈຳ ລາວ. ເຂົ້າຮ່ວມມີ ທ່ານ ຫງວຽນປ໋າຫູ່ງ, ເລຂາຄະນະພັກ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ; ບັນດາຜູ້ຕາງໜ້າ 20 ໜ່ວຍພັກຢູ່ບັນດາແຂວງ, ນະຄອນຂອງລາວ ແລະ ສະມາຊິກພັກຫຼາຍຮ້ອຍຄົນຢູ່ນະຄອນຫຼວງວຽງຈັນ, ລາວ.
ກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານສໍາຄັນຂອງ ພັກ-ລັດ ພາຍໃຕ້ການເປັນ ປະທານຂອງສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການ ເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ; ໄດ້ຈັດຂຶ້ນໃນ ວັນທີ 14 ກຸມພາ ຜ່ານມາ ທີ່ສໍາ ນັກງານສູນກາງພັກ, ຄະນະບໍລິຫານງານສູນກາງພັກ ແລະ ລັດຖະບານ ໂດຍມີບັນດາສະຫາຍກໍາມະການກົມການເມືອງ, ເລຂາທິການສູນກາງພັກ ແລະ ຜູ້ແທນທີ່ມາຈາກບັນດາກະຊວງ, ອົງການ ແລະ ທ້ອງຖິ່ນເຂົ້າຮ່ວມຫຼາຍຮ້ອຍສະຫາຍ.
ໃນວັນທີ 14 ກຸມພາ 2020 ຢູ່ຫ້ອງວ່າການສູນກາງພັກ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມເອກະສານສໍາຄັນ ຂອງພັກ-ລັດ ໂດຍການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາ ທິການສູນ ກາງພັກ, ຮອງປະທານປະເທດ, ມີບັນດາ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຜູ້ແທນທີ່ມາຈາກກະຊວງ, ອົງການ ແລະ ທ້ອງ ຖິ່ນ ເຂົ້າຮ່ວມ.
ວັນທີ 03 ກຸມພາ, ທີ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ນຳໂດຍທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະໄດ້ມາສະຖານທູດ ຫວຽດນາມ ປະຈຳ ລາວ ເພື່ອອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 – 03/02/2020).
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (2 ກຸມພາ 1930 - 3 ກຸມພາ 2020), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ; ຄະນະບໍລິຫານງານສູນກາງພັກກອມມູນິດຈີນ; ຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍໄດ້ສົ່ງສານອວຍພອນເຖິງຄະນະບໍລິຫານງານສູນກາງພັກ ຫວຽດນາມ;ທ່ານ Raul Castro ເລຂາທິການຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ ແລະທ່ານ Kim Jong-un ປະທານພັກແຮງງານ ສປປ ເກົາຫຼີ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ.
ຍສໝ - ການຈໍາໜ່າຍຊຸດສະແຕມໄດ້ປະກອບສ່ວນໂຄສະນາເຜີຍແຜ່ຢ່າງກວ້າງຂວາງໃຫ້ແກ່ທຸກຊັ້ນຄົນ, ສະມາຊິກພັກໄດ້ຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບປະຫວັດສາດອັນສະຫງ່າລາສີຂອງພັກກອມມູນິດຫວຽດນາມ.
ມີຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29 ປະເທດ ມາເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 ໃນລະຫວ່າງວັນທີ 10 – 26 ກໍລະກົດ 2019.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກ (3-2), ໂທລະພາບຫວຽດນາມ (VTV) ໄດ້ປະຕິບັດການຖ່າຍທອດສົດລາຍການແສງສະຫວ່າງແຫ່ງຄວາມໄວ້ວາງໃຈ ຢູ່ 4 ສະຖານທີ່: ຮ່າໂນ້ຍ, ຫາຍຟ່ອງ, ບ່າເລ້ຍ - ຫວູງເຕົ່າແລະ ຫວິງລອງ ໃນຄໍ່າຄືນຂອງວັນທີ 3-2.
ຍສໝ - ຕອນເຊົ້າວັນທີ 22 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານໃນການພົບປະ, ອວຍພອນປີໃໝ່ບັນດານັກປະຕິວັດຜູ້ອາວຸໂສ, ການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ພໍ່ແມ່ພີ່ນ້ອງ, ນັກຮົບໃນທົ່ວປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.