ຫວຽດນາມ: ແຈ້ງການ ຕໍ່ກໍານົດເວລາທີ່ພັກຊົ່ວຄາວໂດຍອັດຕະໂນມັດສຳລັບຄົນຕ່າງປະເທດທີ່ເຂົ້າມາຫວຽດນາມ

16:30 | 04/06/2020

ຍສໝ - ໃນວັນທີ 2 ມິຖຸນາ, ຕຳຫຼວດນະຄອນຮ່າໂນ້ຍ ໄດ້ປະກາດວ່າ ຍ້ອນສະພາບການລະບາດ ຂອງພະຍາດ COVID-19 ເຊິ່ງເຮັດໃຫ້ຄວາມຮຽກຮ້ອງຕ້ອງການ ໃນການຕໍ່ກໍານົດເວລາທີ່ພັກຊົ່ວຄາວ ຂອງພົນລະເມືອງຕ່າງປະເທດທີ່ເຂົ້າມາຫວຽດນາມ ໃນແຕ່ວັນທີ 1 ມີນາ ເຖິງຮອດປະຈຸບັນ ເພີ່ມຂຶ້ນ.

ຫວຽດນາມ ແຈ ງການ ຕ ກ ານ ດເວລາທ ພ ກຊ ວຄາວໂດຍອ ດຕະໂນມ ດສຳລ ບຄ ນຕ າງປະເທດທ ເຂ າມາຫວຽດນາມ ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ເສດຖະກິດພາຍຫຼັງ COVID-19
ຫວຽດນາມ ແຈ ງການ ຕ ກ ານ ດເວລາທ ພ ກຊ ວຄາວໂດຍອ ດຕະໂນມ ດສຳລ ບຄ ນຕ າງປະເທດທ ເຂ າມາຫວຽດນາມ ປະເທດອາເມລິກາ ໄດ້ຖືຫວຽດນາມ ແມ່ນບຸລິມະສິດໃນການຮ່ວມມື ໃນລະບົບຕ່ອງໂສ້ການສະໜອງ

ໂດຍປະເຊີນໜ້າກັບສະພາບການດັ່ງກ່າວນີ້, ກົມຄຸ້ມການຄອງເຂົ້າ-ອອກເມືອງ (ກະຊວງຕຳຫຼວດ) ໄດ້ປະກາດກ່ຽວກັບ “ຕໍ່ກໍານົດເວລາທີ່ພັກຊົ່ວຄາວໂດຍອັດຕະໂນມັດ” ສຳລັບຄົນຕ່າງປະເທດທີ່ເຂົ້າມາຫວຽດນາມ.

ຕາມນັ້ນແລ້ວ, ພົນລະເມືອງຕ່າງປະເທດທີ່ເຂົ້າ - ອອກເມືອງໂດຍບໍ່ຕ້ອງມີວີຊາ, ການເຂົ້າ - ອອກເມືອງຜ່ານທາງວີຊາອີເລັກໂທຣນິກ ຫຼື ວີຊານັກທ່ອງທ່ຽວ ແຕ່ວັນທີ 1 ມີນາ ເຖິງຮອດປະຈຸບັນ ແມ່ນຈະໄດ້ “ຕໍ່ກໍານົດເວລາທີ່ພັກຊົ່ວຄາວໂດຍອັດຕະໂນມັດ” ຈົນຮອດທ້າຍວັນທີ 30 ມິຖຸນາ 2020, ແລະ ສາມາດອອກເມືອງໄປໄດ້ໃນໄລຍະເວລາດັ່ງກ່າວ ໂດຍບໍ່ຈຳເປັນຕ້ອງປະຕິບັດລະບຽບການຕໍ່ກໍານົດເວລາທີ່ພັກຊົ່ວຄາວ.

ຫວຽດນາມ ແຈ ງການ ຕ ກ ານ ດເວລາທ ພ ກຊ ວຄາວໂດຍອ ດຕະໂນມ ດສຳລ ບຄ ນຕ າງປະເທດທ ເຂ າມາຫວຽດນາມ
ພົນລະເມືອງຕ່າງປະເທດໃນໄລຍະ "ຕໍ່ກໍານົດເວລາທີ່ພັກຊົ່ວຄາວໂດຍອັດຕະໂນມັດ" ຕ້ອງແຈ້ງປະກາດທີ່ຢູ່ອາໄສຊົ່ວຄາວ ແລະ ການປະກາດທາງການແພດ ຕາມບັນດາຂໍ້ກຳນົດທີ່ລະອຽດ. (ພາບ: hanoimoi)

ພົນລະເມືອງຕ່າງປະເທດໃນໄລຍະ "ຕໍ່ກໍານົດເວລາທີ່ພັກຊົ່ວຄາວໂດຍອັດຕະໂນມັດ" ຕ້ອງແຈ້ງປະກາດທີ່ຢູ່ອາໄສຊົ່ວຄາວ ແລະ ການປະກາດທາງການແພດ ຕາມບັນດາຂໍ້ກຳນົດທີ່ລະອຽດ. ພົນລະເມືອງຕ່າງປະເທດ ທີ່ນອນໃນເປົ້າໝາຍດັ່ງກ່າວ ຫລື ກະທຳຜິດກົດໝາຍອື່ນໆ ຕ້ອງປະຕິບັດຕາມຂໍ້ກຳນົດ ກົດໝາຍທີ່ພວມນຳໃຊ້ຂອງຫວຽດນາມ.

ຖ້າເກີດຂຶ້ນບັນຫາອື່ນໆ, ກະລຸນາຕິດຕໍ່ກົມຄຸ້ມຄອງການເຂົ້າ-ອອກເມືອງ (ກະຊວງຕຳຫຼວດ) ຫຼື ພະແນກຄຸ້ມຄອງການເຂົ້າ-ອອກເມືອງ (ກົມຕຳຫຼວດນະຄອນຫຼວງຮ່າໂນ້ຍ) ເພື່ອຂໍຄວາມຊ່ວຍເຫຼືອ ແລະ ການແນະນຳ.

ຫວຽດນາມ ແຈ ງການ ຕ ກ ານ ດເວລາທ ພ ກຊ ວຄາວໂດຍອ ດຕະໂນມ ດສຳລ ບຄ ນຕ າງປະເທດທ ເຂ າມາຫວຽດນາມ ຍີ່ປຸ່ນ ຄິດໄລ່ອະນຸຍາດໃຫ້ນັກທ່ອງທ່ຽວຫວຽດນາມ ທີ່ຈະເຂົ້າເມືອງຄືນໃໝ່

ຍສໝ - ຍ້ອນການຄວບຄຸມພະຍາດ COVID-19 ທີ່ດີ, ປະເທດຫວຽດນາມ ໄດ້ຢູ່ແມ່ນໜຶ່ງໃນ 4 ປະເທດທຳອິດ ທີ່ລັດຖະບານຍີ່ປຸ່ນ ພິຈາລະນາອະນຸຍາດໃຫ້ຜ່ອນຜັນ ສຳຫຼັບຄຳສັ່ງຈຳກັດໃນການເຂົ້າເມືອງ.

ຫວຽດນາມ ແຈ ງການ ຕ ກ ານ ດເວລາທ ພ ກຊ ວຄາວໂດຍອ ດຕະໂນມ ດສຳລ ບຄ ນຕ າງປະເທດທ ເຂ າມາຫວຽດນາມ ກາລະໂອກາດລົງທຶນ, ດໍາເນີນທຸລະກິດ ຂອງຫວຽດນາມພາຍຫຼັງໂລກລະບາດໂຄວິດ - 19”

ຍ​ສ​ໝ - ທີ່ການໂອ້ລົມສົນທະນາ, ທ່ານຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ ຫວຽດນາມ ພວມຫັນໄປສູ່ໄລຍະປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ ແລະ ສະກັດກັ້ນໂລກລະບາດ, ທັງມານະພະຍາຍາມຢ່າງສຸດຂີດ ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ.

ຫວຽດນາມ ແຈ ງການ ຕ ກ ານ ດເວລາທ ພ ກຊ ວຄາວໂດຍອ ດຕະໂນມ ດສຳລ ບຄ ນຕ າງປະເທດທ ເຂ າມາຫວຽດນາມ ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຕີລາຄາສູງບົດບາດນຳໜ້າຂອງ ສະຫະພາບເອີຣົບ EU

ຍສໝ - ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຕີລາຄາສູງບົດບາດຂອງສະຫະພາບເອີຣົບ EU ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ; ປາດຖະໜາຢາກໃຫ້ EU ປະສານສົມທົບກັບສະຫະປະຊາຊາດ ທີ່ສືບຕໍ່ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.