ສະຫະພັນລັດເຊຍ ມີຄວາມພາກພູມໃຈທີ່ໄດ້ຢືນຄຽງບ່າຄຽງໄຫຼ່, ສະໜັບສະໜູນ ແລະ ຊ່ວຍເຫຼືອເພື່ອນມິດຫວຽດນາມໃນຊຸມປີທີ່ຫຍຸ້ງຍາກ | |
ປະຊາຊົນຫວຽດນາມຄຽງບ່າຄຽງໄລ່ກັບປະຊາຊົນກູບາເພື່ອຜ່ານຜ່າຄວາມຫຍຸ້ງຍາກ |
![]() |
ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2020), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານອວຍພອນມາຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.(ພາບ:TTXVN) |
ເນື້ອໃນສານມີຕອນຂຽນວ່າ: ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າມີຄວາມເບີກບານມ່ວນຊື່ນ ແລະ ຕີລາຄາສູງກ່ຽວກັບບັນດາຜົນງານ ແລະ ໄຊຊະນະອັນຍິ່ງໃຫຍ່, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ເຊິ່ງປະຊາຊົນ ຫວຽດນາມ ບັນລຸໄດ້ໃນທຸກຂົງເຂດໃນຕະຫລອດໄລຍະຜ່ານມາ ພາຍໃຕ້ການຊີ້ນຳນຳພາອັນສະຫລາດສ່ອງໃສ, ຖືກຕ້ອງຂອງພັກກອມມູນິດ ຫວຽດນາມ, ເປັນຕົ້ນແມ່ນບັນດາຜົນງານຢ່າງຮອບດ້ານໃນພາລະກິດປ່ຽນແປງໃໝ່ຂອງ ຫວຽດນາມ.
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ຮູ້ວ່າໃນໄລຍະທີ່ຜ່ານມາ, ເຖິງວ່າສະຖານະການໂລກ ມີຄວາມຜັນແປຢ່າງໄວວາ ແລະ ສັບສົນ, ສົ່ງຜົນກະທົບຕໍ່ການພັດທະນາຂອງແຕ່ລະປະເທດ ແລະ ສອງພັກ, ສອງລັດ ຫວຽດນາມ ແລະ ລາວ ຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ແຕ່ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ ພວມພັດທະນາຢ່າງບໍ່ຢຸດຢັ້ງ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງສອງປະເທດ.
![]() | ສະຫະພັນລັດເຊຍ ມີຄວາມພາກພູມໃຈທີ່ໄດ້ຢືນຄຽງບ່າຄຽງໄຫຼ່, ສະໜັບສະໜູນ ແລະ ຊ່ວຍເຫຼືອເພື່ອນມິດຫວຽດນາມໃນຊຸມປີທີ່ຫຍຸ້ງຍາກ ຍສໝ - ນັ້ນແມ່ນເນື້ອໃນສານອວຍພອນຂອງ ທ່ານນາຍົກລັດຖະມົນຕີລັດເຊຍ Mikhail Mishustin ສົ່ງມາຍັງ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 45 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. |
![]() | Zhishan ຫວຽດນາມໄດ້ມອບເງິນຈຳນວນ 90 ລ້ານດົ່ງເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບຄວາມຫຍຸ້ງຍາກຢູ່ເມືອງ ເກີມຊວຽນ ແລະ ແທກຮ່າ ແຂວງຮ່າຕີ້ງ ສສ.ຫວຽດນາມ ຍສໝ - ວັນທີ 30 ເມສາ, Zhishan ຫວຽດນາມ ໄດ້ຈັດຕັ້ງການບໍລິຈາກເຄື່ອງໃຊ້ທີ່ຈຳເປັນໃນຊິວີດປະຈໍາວັນ ແລະ ເງິນສົດ ດ້ວຍມູນຄ່າທັງໝົດ 90 ລ້ານດົ່ງເພື່ອຊ່ວຍເຫຼືອປະຊາຊົນ ຢູ່ ເມືອງ ເກີມຊວຽນ ແລະ ແທກຮ່າ ແຂວງຮ່າຕີ້ງ ສສ.ຫວຽດນາມ. |
![]() | ບຸກຄົນ ແລະ ອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດບໍລິຈາກເງິນເພື່ອຊື້ ຜ້າອັດປາກທາງການແພດ ມອບໃຫ້ແກ່ປະຊາຊົນສະຫະລັດອາເມລິກາ ຕ້ານພະຍາດ COVID-19 ຍສໝ - ເມື່ອບໍ່ດົນມານີ້, ໂດຍຕາງຫນ້າສະພາກາແດງ ອາເມລິກາ ຂຶ້ນຮັບຜ້າອັດປາກກັນເຊື້ອພະຍາດ ປະມານ 420.000 ອັນ, ໃນນັ້ນ ມີ 120.000 ອັນແມ່ນຂອງສະພາກາແດງຫວຽດນາມ ແລະ 300.000 ອັນແມ່ນຂອງສະມາຄົມອະດີດນັກສຶກສາຫວຽດນາມ - ອາເມລິກາ ຢູ່ ຮ່າໂນ້ຍ ມອບໃຫ້. |
ໄຊພອນ