ກອງປະຊຸມໂຕະມົນພັກການເມືອງສາກົນ ກ່ຽວກັບການຮ່ວມມືດ້ານຄວາມປອດໄພ ໃນໄລຍະ COVID-19

10:12 | 17/07/2020

ຍສໝ - ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານພັກສະຫະພັນລັດເຊຍເອກະພາບ ແລະ ຮອງປະທານສະພາຄວາມໝັ້ນຄົງແຫ່ງຊາດສະຫະພັນລັດເຊຍ.

ກອງປະຊ ມໂຕະມ ນພ ກການເມ ອງສາກ ນ ກ ຽວກ ບການຮ ວມມ ດ ານຄວາມປອດໄພ ໃນໄລຍະ covid 19 ລັດຖະບານຫວຽດນາມ ສະໜັບສະໜູນ 50.000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອມຽນມາ ໃນການຕໍ່ສູ້ຕ້ານກັບ COVID-19
ກອງປະຊ ມໂຕະມ ນພ ກການເມ ອງສາກ ນ ກ ຽວກ ບການຮ ວມມ ດ ານຄວາມປອດໄພ ໃນໄລຍະ covid 19 ໜັງສືພິມການາດາ: ຄົນເຈັບທີ 91 - ສັນຍາລັກຂອງຜົນສຳເລັດໃນການສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ

ໃນວັນທີ 14 ກໍລະກົດ, ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນການເມືອງສາກົນທາງຖ່າຍທອດສົດ ດ້ວຍຫົວຂໍ້ວ່າ “ການຮ່ວມມືດ້ານຄວາມໝັ້ນຄົງ ໃນໄລຍະການແຜ່ລະບາດຂອງພະຍາດ COVID-19” ໂດຍພາຍໃຕ້ການເປັນປະທານຂອງທ່ານ Dmitry Anatolyevich Medvedev - ປະທານພັກສະຫະພັນລັດເຊຍເອກະພາບ ແລະ ຮອງປະທານສະພາຄວາມໝັ້ນຄົງແຫ່ງຊາດສະຫະພັນລັດເຊຍ.

ກອງປະຊ ມໂຕະມ ນພ ກການເມ ອງສາກ ນ ກ ຽວກ ບການຮ ວມມ ດ ານຄວາມປອດໄພ ໃນໄລຍະ covid 19
ທ່ານຮວ່າງບິ່ງກວນ - ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ. (ພາບ: vietnam+)

ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າຂອງບັນດາພັກກຳອຳນາດ ແລະ ພັກການເມືອງຂອງຫລາຍປະເທດ, ເຊັ່ນ: ປະເທດຈີນ, ຍີ່ປຸ່ນ, ເຢຍລະມັນ, ກາຊັກສະຖານ, ຕວກກີ, ຢູເຄຣນ, ເຊີເບຍ, ແອັດສະປາຍ ແລະ ຫວຽດນາມ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແບ່ງປັນປະສົບການຂອງເຂົາເຈົ້າ ໃນການຮັບມືກັບພະຍາດປອດອັກເສບ COVID-19 ໃນແຕ່ລະປະເທດ, ເຊິ່ງລັດຖະບານໄດ້ໃຫ້ບຸລິມະສິດຄວາມໝັ້ນຄົງຂອງມະນຸດ ແລະ ສຸຂະພາບຂອງປະຊາຊົນເປັນປັດໃຈສຳຄັນທີ່ສຸດ.

ເພື່ອປ້ອງກັນ ແລະ ຄວບຄຸມພະຍາດລະບາດ, ບັນດາຜູ້ແທນໄດ້ຮຽກຮ້ອງໃຫ້ບັນດາຝ່າຍພັກ ແລະ ປະເທດຕ່າງໆ ຈົ່ງເພີ່ມທະວີການຮ່ວມມືດ້ວຍຄວາມຮັບຜິດຊອບ, ປະຕິບັດຂໍ້ຕົກລົງສາກົນຢ່າງເຂັ້ມງວດກ່ ຽວກັບການຫ້າມການພັດທະນາ ແລະ ການນຳໃຊ້ອາວຸດຊີວະວິທະຍາ; ມີຄວາມພະຍາຍາມໃນການຄົ້ນຄວ້າຜະລິດ ແລະ ແບ່ງປັນຢາວັກຊີນສະເພາະ ເພື່ອໃຫ້ປະຊາຊົນທົ່ວໂລກມີໂອກາດປະຊິດເຂົ້າຢ່າງສະເໝີພາບ.

ທີ່ກອງປະຊຸມ, ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ຫວຽດນາມ ໄດ້ແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການກ່ຽວກັບຜົນສຳເລັດໃນເບື້ອງຕົ້ນຂອງຫວຽດນາມ ໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19, ພ້ອມທັງການແກ້ໄຂບັນຫາທີ່ເກີດຈາກຍ້ອນໂລກລະບາດ. ທ່ານຮວ່າງບິ່ງກວນ ຢັ້ງຢືນບົດບາດສຳຄັນຂອງການນຳພາຂອງພັກກອມມູນິດຫວຽດນາມ, ການບໍລິຫານຢ່າງຮຸນແຮງຂອງລັດຖະບານ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມພ້ອມຈິດພ້ອມໃຈກັນຂອງປະຊາຊົນໃນການປ້ອງກັນໂລກລະບາດ COVID-19.

ກອງປະຊ ມໂຕະມ ນພ ກການເມ ອງສາກ ນ ກ ຽວກ ບການຮ ວມມ ດ ານຄວາມປອດໄພ ໃນໄລຍະ covid 19
ກອງປະຊຸມໂຕະມົນພັກການເມືອງສາກົນ ກ່ຽວກັບການຮ່ວມມືດ້ານຄວາມປອດໄພ ໃນໄລຍະ COVID-19. (ພາບ: vietnam+)

ທ່ານຮວ່າງບິ່ງກວນໄດ້ສະເໜີຕ້ອງການເພີ່ມທະວີການປະສານສົມທົບນະໂຍບາຍ, ການແລກປ່ຽນຂໍ້ມູນຂ່າວສານ, ປະສົບການ ແລະ ຜົນການຄົ້ນຄວ້າຢ່າງເປັນເປັນປະຈຳ ແລະ ທັນເວລາ; ບໍ່ມີການຈຳແນກໃນຈິດໃຈມະນຸດສະທຳ, ຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງຂອງບັນດາປະເທດ ໃນພາກພື້ນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19.

ໃນການກ່າວຄຳປາໄສສະຫລຸບກອງປະຊຸມ, ທ່ານ D. Medvedev ໄດ້ຢືນຢັນເຖິງຄວາມຈຳເປັນຂອງການຮ່ວມມື ລະຫວ່າງບັນດາພັກການເມືອງ ແລະ ບັນດາປະເທດຕ່າງໆ ເພື່ອຮັບມືກັບບັນຫາຄວາມໝັ້ນຄົງທົ່ວໂລກ ໃນສະພາບການສັບສົນຂອງການແຜ່ລະບາດຂອງ COVID-19.

ທ່ານ D. Medvedev ໄດ້ຕີລາຄາສູງໝາກຜົນແຫ່ງການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຂອງຫວຽດນາມ, ກໍ່ຄືບັນດາທັດສະນະຂອງພັກ ແລະ ລັດຖະບານຫວຽດນາມໃນການຖືປະຊາຊົນເປັນສຳຄັນ ແລະ ບຸລິມະສິດອັນດັບໜຶ່ງ, ພ້ອມທັງຮອງຮັບບັນດາຂໍ້ສະເໜີຂອງຫວຽດນາມ.

ກອງປະຊ ມໂຕະມ ນພ ກການເມ ອງສາກ ນ ກ ຽວກ ບການຮ ວມມ ດ ານຄວາມປອດໄພ ໃນໄລຍະ covid 19 ຫວ​ຽດ​ນາມ​ຍົກ​ອອກ 3 ກຸ່ມ​ວິ​ທີ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໄລ​ຍະຫຼັງ ໂລກ​ລະ​ບ​າດ Covid – 19

ຍ​ສ​ໝ - ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ການ​ຟື້ນ​ຟູ​ເສດ​ຖ​ະ​ກິດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໄລ​ຍະຫຼັງ ໂລກ​ລະ​ບາດ Covid – 19, ທ່ານ​ຮອງ​ນາຍ​ົກ​ລັດ​ຖະມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ​ ໄດ້​ຍົກ​ອອກ 3 ກຸ່ມ​ວິ​ທີ​ການ​ແກ້​ໄຂ​ຢ່າງ​ລະ​ອຽດ.

ກອງປະຊ ມໂຕະມ ນພ ກການເມ ອງສາກ ນ ກ ຽວກ ບການຮ ວມມ ດ ານຄວາມປອດໄພ ໃນໄລຍະ covid 19 ໂລກໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid - 19 ກ່ວາ 11,7 ລ້ານຄົນ, ໃນນັ້ນມີ 540.000 ຄົນເສຍຊີວິດ

ຍສໝ - ອາເມລິກາແມ່ນປະເທດຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 3 ລ້ານຄົນ ແລະ ມີ ກ່ວາ 132.000 ຄົນເສຍຊີວິດ.ມາ​ຮອດວັນ​ທີ 7 ກໍລະກົດ 2020 ນີ້, ລາວ ຍັງ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ​ເປັນ​ມື້​ທີ 86 ຂະ​ນະ​ທີ່​ໃນ​ບັນດາກຸ່ມ​ປະ​ເທດ​ອາຊຽນ ມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ທັງໝົດ 162.966 ຄົນ ​ແລະ ​ເສຍ​ຊີວິດ 4.640 ...

ກອງປະຊ ມໂຕະມ ນພ ກການເມ ອງສາກ ນ ກ ຽວກ ບການຮ ວມມ ດ ານຄວາມປອດໄພ ໃນໄລຍະ covid 19 ຫວຽດ​ນາມ - ຍີ່​ປຸ່ນ: ຍູ້​ແຮງ​ການ​ຮ່ວມ​ມື​ສອງ​ຝ່າຍ​ພາຍຫຼັງ ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 15 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ກະ​ຊວ​ງ​ການ​ຕ່າ​ງ​ປະ​ເທດ, ທ່ານ ໂຕ​ແອງ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Yamada Takio ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ​ປະ​ຈຳ​ຫວຽດ​ນາມ ທີ່​ມາ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ເນື່ອງ​ໃນ​ໂອ​ກາດ​ມາ​ຮັ​ບ​ໜ້າ​ທີ່​ທາງ​ການ​ທູດ​.

ເຫດການ
302 Found

Found

The document has moved here.