ຍສໝ - ຕອນບ່າຍວັນທີ 01 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີການພົບປະກັບນັກປັນຍາຊົນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ.
ຍສໝ - ໃນວັນທີ 1 ກໍລະກົດ, ທີ່ນະຄອນຫຼວງ ໂຕກຽດ, ປະເທດ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມີການພົບປະກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.
ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ, ຕອນເຊົ້າວັນທີ 01 ກໍລະກົດ, ຢູ່ນະຄອນຫຼວງໂຕກຽວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ, ສົນທະນາກັບການນຳບັນດາບໍລິສັດ, ວິສາຫະກິດໃຫຍ່ແຖວໜ້າຂອງຍີ່ປຸ່ນ ໃນຂົງເຂດການເງິນ, ພະລັງງານ, ກໍ່ສ້າງ, ອຸດສາຫະກຳຜະລິດເຄື່ອງຈັກ, logistic, ເຕັກໂນໂລຊີສູງ…
ຍສໝ - ກອງປະຊຸມສຸດຍອດ G20 ປີ 2019 ຢູ່ ຍີ່ປຸ່ນ ຈະຈັດຂື້ນໃນລະຫວ່າງວັນທີ 28 – 29 ມິຖຸນາ, ຢູ່ນະຄອນ Osaka. ນີ້ແມ່ນກອງປະຊຸມ G20 ຄັ້ງທີ 14, ເຊຶ່ງຈະດຳເນີນໃນສະພາບການເສດຖະກິດໂລກກຳລັງມີການເຕີບໂຕຊ້າ ດ້ວຍຄວາມສ່ຽງຢ່າງຫຼວງຫຼາຍຍ້ອນການແກ້ງແຍ້ງຍຸດທະສາດ ລະຫວ່າງ ບັນດາປະເທດໃຫຍ່ນັບມື້ນັບຮ້າຍແຮງຂຶ້ນ.
ຍສໝ - ວັນທີ 04 ມິຖຸນາ ຢູ່ ຮ່າໂນ້ຍ, ກອງປະຊຸມສຳມະນາວິຊາການ ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງ, ພາຍໃຕ້ບົດບາດເປັນປະເທດປະສານງານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ໄລຍະປີ 2018 – 2021.
ຍສໝ - ວັນທີ 03 ມິຖຸນາ 2019, ທີ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລ ຮ່ວາຍ ຈຸງ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taeko Mori ໄດ້ເປັນປະທານຮ່ວມ ໃນການປຶກສາຫາລືຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 7.
ຍສໝ - ດ້ວຍບົດບາດແມ່ນປະເທດປະສານງານການພົວພັນອາຊຽນ - ຍີ່ປຸ່ນ, ໄລຍະ 2018 – 2021, ຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວສຳຄັນ 2 ຄັ້ງນັ້ນແມ່ນເວທີປາໄສອາຊຽນ - ຍີ່ປຸ່ນ ຄັ້ງທີ 34 ແລະ ກອງປະຊຸມຫົວເລື່ອງສະເພາະກ່ຽວກັບ “ການຮ່ວມມືອາຊຽນ - ຍີ່ປຸ່ນ ເພື່ອຄວາມວັດທະນາຖາວອນ” ໂດຍນອນໃນຂອບເຂດຂໍໍ້ລິເລີ່ມວັນອາຊຽນ - ຍີ່ປຸ່ນ ຢູ່ຫວຽດນາມ, ໃນລະຫວ່າງວັນທີ 03 – 04 ມິຖຸນາ.
ໃນວັນທີ 30-31 ພຶດສະພາ 2019 ທີ່ໂຕກຽວ ປະເທດຍີ່ປຸ່ນ, ພະນະທ່ານ ທອງລຸນ ສີສຸລິດ ນາຍົກ-ລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີ ຄັ້ງທີ 25, ພາຍໃຕ້ຫົວຂໍ້: “ຄົ້ນຫາລະບຽບໂລກແບບໃໝ່ ເພື່ອແກ້ໄຂຄວາມວຸ້ນ-ວາຍໃນໂລກ”.
ຍສໝ - ໃນອາທິດນີ້, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມ ບີ່ງ ມິງ ຈະເຂົ້າຮ່ວມເວທີປາໄສອະນາຄົດອາຊີຢູ່ຍີ່ປຸ່ນໃນລະຫວ່າງແຕ່ວັນທີ 30 – 31 ພຶດສະພາ 2019.
ຍສໝ - ວັນທີ 24 ພຶດສະພາ 2019, ຢູ່ແຂວງຊຽງຂວາງ ສປປ ລາວ, ບໍລິສັດຫຸ້ນສ່ວນນໍ້ານົມຫວຽດນາມ (Vinamilk) ໄດ້ຈັດຕັ້ງພິທີສະເໜີຕົວບໍລິສັດ Lao-Jagro ແລະ ລົງມືກໍ່ສ້າງໄລຍະທີ 1 ກຸ່ມ “Resort” ງົວນົມ Organic ດ້ວຍເນື້ອທີ່ 5.000 ເຮັກຕາ ຢູ່ລາວ.
ຍສໝ - ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ພັນລະຍາ ໄດ້ໄປຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການໃນລະຫວ່າງວັນທີ 25 – 28 ພຶດສະພາ 2019.
ພິທີລົງນາມສັນຍາໂຄງການ ການຊ່ວຍເຫຼືອລ້າ ຈາກລັດຖະບານຍີ່ປຸ່ນ ຜ່ານສູນອາສາສະໝັກສາກົນຍີ່ປຸ່ນ (JVC) ມູນຄ່າ 223.114 ໂດລາສະຫະລັດ ຫຼື ປະມານ 1,91 ຕື້ກີບ ເພື່ອຊ່ວຍເຫຼືອໂຄງການຄ້ຳປະກັນສະບຽງອາຫານ ຕິດພັນກັບການເຮັດກະສິກຳ ແລະ ບໍລິຫານຊັບພະຍາກອນທຳມະຊາດຢູ່ແຂວງສະຫວັນນະເຂດ ຈັດຂຶ້ນວັນທີ 5 ມີນາ 2019 ຢູ່ສະຖານທູດຍີ່ປຸ່ນ ປະຈຳລາວ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີດີຈິຕ໋ອນ ເພື່ອການພັດທະນາເສດຖະກິດດີຈິຕ໋ອນ ຢູ່ ສປປ ລາວ ລະຫວ່າງ ກົມເຕັກໂນໂລຊີ ດິຈິຕ໋ອນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ບໍລິສັດ Ryobi System ຈຳກັດ, ປະເທດຍີ່ປຸ່ນ ຈັດຂຶ້ນວັນທີ 8 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ.
ຍສໝ - ເມື່ອມໍ່ໆມານີ້, ທ່ານ Taro Kono ລັດຖະມົນຕີີການຕ່າງປະເທດຍີ່ປຸ່ນ ໄດ້ສະແດງຄວາມຫວັງວ່າຈະສໍາເລັດການເຈລະຈາກ່ຽວກັບສົນທິສັນຍາສັນຕິພາບກັບ ລັດເຊຍ ຍິ່ງໄວກໍຍິ່ງດີ.
ຕາມການຄາດຄະເນ, ພິທີຂຶ້ນຄອງບັນລັງຂອງເຈົ້າຈັກກະພັດຍີ່ປຸ່ນ ຈະໄດ້ຈັດຕັ້ງໃນວັນທີ 22 ຕຸລາ 2019.
ໃນວັນທີ 1 ພຶດສະພາ 2019 ທີ່ນະຄອນຫລວງວຽງຈັນ, ທ່ານ ບຸນຍັງ ວໍລະຈິດ ປະ ທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສົມເດັດ ນາຣຸຮິໂຕະ ເຈົ້າຈັກກະພັດ ແຫ່ງ ປະເທດຍີ່ປຸ່ນ ໃນໂອກາດຂຶ້ນຄອງລາດຊະບັນລັງຂອງພະອົງ ເຊິ່ງເນື້ອໃນສານລະບຸວ່າ
ຕອນບ່າຍວັນທີ 18 ທັນວາ ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Kazuo Shii ປະທານ ຄະນະປະທານ ຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ ນຳຫນ້າຄະນະຜູ້ແທນຂັ້ນສູງພັກກອມມູນິດ ຍີ່ປຸ່ນ ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ກໍ່ໃນການເຈລະຈາຢູ່ນະຄອນຫຼວງ ບຣຸກແຊນ (ປະເທດແບນຊິກ), ທ່ານ Abe ໄດ້ສະແດງຄວາມວິຕົກວັງວົນກ່ຽວກັບສະພາບການຊັກຊ້າໃນການເຄື່ອນໄຫວເຈລະຈາ ກ່ຽວກັບເລື່ອງ ອັງກິດ...
ໃນວັນທີ 9 ຕຸລາ 2018, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10 ທີ່ ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ, ພາຍໃຕ້ການເປັນປະທານຂອງທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ແລະ ມີບັນດາຜູ້ນຳຂອງ 5 ປະເທດແມ່ນໍ້າຂອງຄື: ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ.ຫວຽດນາມ ເຂົ້າຮ່ວມ.
ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ, ທ່ານ ທອງລຸນ ສີສຸລິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະນໍາພາ ຄະນະ ຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10, ພົບປະສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ແລະ ກິດຈະກໍາປິ່ນອ້ອມຕ່າງໆ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 8-9 ຕຸລາ 2018 ທີ່ ນະຄອນຫລວງໂຕກຽວ, ຍີ່ປຸ່ນ.