ການກວດກາຂອບເຂດຮ່ວມ ຊາຍແດນລາວ-ໄທ ຂອງຄະນະອະນຸກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມ ຊາຍແດນທົ່ວໄປ ລາວ-ໄທ, ໄທ- ລາວປະຈຳປີ 2019 ຢູ່ຊາຍແດນ ລະຫວ່າງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ ແລະ ເມືອງຊຽງແສນ ແຂວງຊຽງຣາຍ ຣາຊາອາ ນາຈັກໄທ ໄດ້ຈັດຂຶ້ນໃນທ້າຍອາທິດແລ້ວ.
ທ້າຍອາທິດແລ້ວ, ສະຫາຍພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ຫົວໜ້າ ການທະຫານ ວິທະຍາຄານປ້ອງ ກັນຊາດ ໄກສອນ ພົມວິຫານ ພ້ອມດ້ວຍຄະນະໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບອຳລາຂອງຄະນະຄູ-ອາຈານ ກອງທັບປົດປ່ອຍ ປະຊາຊົນຈີນ ປະຈຳ ສົກຮຽນ 2018-2019, ນຳໂດຍ ສະຫາຍ ພັນເອກ ພິເສດ ຫວາງໂສ ກົວ ຫົວໜ້າຄະນະຄູ-ອາຈານ ສປ ຈີນ ປະ ຈຳວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ.
ກອງປະຊຸມພົບປະລະຫວ່າງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາທຸລະກິດໄທ-ລາວ ແລະ ສະມາຄົມນັກທຸລະກິດໄທໃນ ສປປ ລາວ ຈັດຂຶ້ນວັນທີ 23 ກໍລະກົດ 2019 ຢູ່ສະ ພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.
ໃນຕົ້ນເດືອນກໍລະກົດທີ່ຜ່ານມາ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ຈາກກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ເພື່ອການພັດທະນາແບບຍືນຍົງ ປະຈໍາປີ 2019 (High Level Political Forum – HLPF) ພາຍໃຕ້ຂອບສະພາເສດຖະກິດ – ສັງຄົມຂອງອົງການ ສປຊ ທີ່ ນິວຢອກ, ສ.ອາເມລິກາ.
ສປປ ລາວ ຈະມີແຫລ່ງຜະລິດພະລັງງານໄຟຟ້າ 100 ແຫ່ງ, ມີກຳລັງຕິດຕັ້ງປະມານ 13.062 ເມກາວັດ ແລະ ມີກຳລັງຜະລິດປະມານ 66.944 ລ້ານ ກິໂລວັດໂມງ/ປີ ໃນນີ້ 85% ຈະສົ່ງອອກໄປຈຳໜ່າຍຢູ່ຕ່າງປະເທດ.
ໃນວັນທີ 24 ກໍລະກົດ 2019 ທີ່ກະຊວງການຕ່າງປະເທດ ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ກິວເບີດ ຮຸງໂບ (Gilbert F. Houngbo) ປະທານອົງການກອງທຶນສາກົນ ເພື່ອການພັດທະນາດ້ານກະສິກຳ (IFAD) ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ລະຫວ່າງ ວັນທີ 22-25 ກໍລະກົດ 2019.
ຍສໝ - ແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ລາວ ປີ 2019 ໂດຍກອງບັນຊາການທະຫານຊາຍແດນປະສານສົມທົບກັບຄະນະກຳມະການພັກແຂວງ, ຄະນະກຳມະການປະຊາຊົນແຂວງ ກວາງຈິ. ນີ້ແມ່ນໜຶ່ງໃນບັນດາກິດຈະກຳເພື່ອຄຳນຶງເຖິງການປະກອບສ່ວນເຂົ້າໃນວຽກງານກໍ່ສ້າງເພີ່ມພູນສາຍພົວພັນມິດຕະພາບຫວຽດນາມ-ລາວ. ຜູ້ສື່ຂ່າວຊາຍແດນໄດ້ມີການສຳພາດທ່ານ ຮ່າ ສີ໊ ດົ່ງ, ຮອງປະທານຄະນະກໍາມະການປະຊາຊົນແຂວງ ກວາງຈິ, ຫົວໜ້າຄະນະຈັດຕັ້ງກ່ຽວກັບບັນດາກິດຈະກຳການປະກອບສ່ວນໃນການກໍ່ສ້າງຄວາມສາມັກຄີລະຫວ່າງປະຊາຊົນສອງຊາດ.
ພະຍາດໄຂ້ຍຸງເປັນພະຍາດຮ້າຍແຮງທີ່ສຸດທີ່ພວມແພ່ລະບາດເປັນວົງກ້ວາງຢູ່ປະເທດລາວໃນປັດຈຸບັນ ໂດຍຫລ້າສຸດໃນວັນທີ 23/7/2019 ມີຜູ້ເປັນໄຂ້ຍຸງລາຍທັງໝົດ 15.559 ຄົນ ເສຍຊີວິດແລ້ວ 34 ຄົນ.
ໃນລະຫວ່າງວັນທີ 22 - 25 ກໍລະກົດ 2019, ທ່ານ ກິວເບີດ ຮຸງໂບ, ປະທານອົງການກອງທຶນສາກົນ ເພື່ອການພັດທະນາກະສິກຳ (IFAD) ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ເພື່ອເປັນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ອົງການ IFAD. ການຢ້ຽມຢາມຂອງປະທານ IFAD ຄັ້ງນີ້ ເປັນຄັ້ງທີ 2 ນັບແຕ່ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກອົງການດັ່ງກ່າວ ໃນປີ 1980 ເປັນຕົ້ນມາ (ຢ້ຽມຢາມ ສປປ ລາວ ຄັ້ງທໍາອິດ ແມ່ນ ປີ 2010).
ຍສໝ - ໃນຕອນບ່າຍວັນທີ 23 ກໍລະກົດ, ຢູ່ສຳນັກງານຍຸຕິທໍາຮ່າໂນ້ຍ ໄດ້ຈັດຂຶ້ນກອງປະຊຸມປຶກສາຫາລືກ່ຽວກັບການວຽກງານໄກ່ເກ່ຍພື້ນຖານ ລະຫວ່າງພະແນກຍຸຕິທໍາ ນະຄອນຮ່າໂນ້ຍ ແລະ ກະຊວງຍຸຕິທໍາຂອງ ສປປ ລາວ.
ງານວາງສະແດງຜະລິດຕະພັນລາວ ປະຈຳປີ 2019 ຈັດຂຶ້ນວັນທີ 22 ກໍລະກົດ 2019 ຢູ່ສູນການຄ້າລາວ-ໄອເຕັກ ໂດຍມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ບັນດາລັດຖະມົນຕີ ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 20 ກໍລະກົດ 2019, ທີ່ວິທະຍຸກະຈາຍສຽງແຫ່ງຊາດລາວ ນະຄອນຫລວງວຽງຈັນ, ໄດ້ຈັດຊຸດອົບຮົບໃຫ້ສື່ມວນຊົນລາວ ໃນຫົວຂໍ້ ວ່າດ້ວຍເນື້ອໃນ ແລະ ການຕະຫລາດອອນລາຍສຳລັບເວັບໄຊຂ່າວ, ຈັດໂດຍ ສະມາຄົມນັກຂ່າວ ແຫ່ງປະເທດລາວ ແລະ ສະມາຄົມນັກຂ່າວປະ ເທດໄທ, ພາຍໃຕ້ການເປັນປະທານຂອງ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະທານສະມາຄົມນັກຂ່າວແຫ່ງປະເທດລາວ, ມີບັນ ດາຄະນະຮັບຜິດຊອບ ຈັດການຝຶກອົບຮົມ ຈາກສະຖານນີວິທະຍຸກະຈາຍສຽງແຫ່ງຊາດ, ໜັງສືພິມພາ ສາຕ່າງປະເທດ, ມີວິທະຍາກອນຈາກປະເທດໄທ ນຳໂດຍ ທ່ານ ກ້າວໂຣດ ສຸຕາພັກດີ ນາຍົກສະ ມາຄົມຜູ້ຜະລິດຂ່າວອອນລາຍ ປະເທດໄທ ພ້ອມດ້ວຍສຳມະນາກອນ ຈາກຫລາຍພາກສ່ວນເຂົ້າຮ່ວມ.
ທ້າຍອາທິດທີ່ຜ່ານມາ, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ແລະ ທ່ານ ມາຍ ຕ້ຽນ ຢຸ້ງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ.
ຍສໝ - ໃນວັນທີ 22 ກໍລະກົດ, ທີ່ນະຄອນວີງ, ໄດ້ດໍາເນີນກອງປະຊຸມຮ່ວມມືປົກປັກຮັກສາຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ ປີ 2019 ລະຫວ່າງຕໍາຫຼວດ, ທະຫານຊາຍແດນແຂວງເງະອານ (ຫວຽດນາມ) ກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍລິຄໍາໄຊ, ແຂວງຊຽງຂວາງ, ແຂວງຫົວພັນ (ລາວ).
ຍສໝ - ໃນຕອນຕົ້ນອາທິດນີ້ ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ໄດ້ສົມທົບກັບຫ້ອງການເສນາຮັກ, ກົມພະລາທິການທະຫານຊາຍແດນ ແລະສູນສາທາລະນະສຸກເທດສະບານເມືອງລາວບ໋າວ ຈັດຕັ້ງການກວດພະຍາດ, ໃຫ້ຄໍາປຶກສາ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນບ້ານກາຕັງ, ເທດສະບານເມືອງລາວບ໋າວ, ເມືອງເຮື໋ອງຮວ໋າ, ແຂວງກວ໋າງຈິ.
ຍສໝ - ສືບຕໍ່ກິດຈະກໍາຕ່າງໆໃນຂອບເຂດລາຍ ແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ 2019 , ໃນ 2 ວັນ 22-23 ກໍລະກົດ, ຕ່າງໜ້າ ກອງບັນຊາການທະຫານຊາຍແດນ, ກອງບັນຊາການທະຫານຊາຍແດນແຂວງກວ້າງຈິ ໄດ້ຈັດພິທີມອບຮັບງົວແມ່ພັນ ຈຳນວນ 30 ໂຕ ໃຫ້ແກ່ຜູ້ທຸກຍາກໃນເຂດຊາຍແດນ ຂອງ 3 ແຂວງ: ແຂວງ ກວ່້າງຈິ (ຫວຽດນາມ) ແລະ ແຂວງສາລະວັນ, ແຂວງສະຫວັນນະເຂດ (ລາວ).
ໃນວັນທີ 22 ກໍລະກົດ 2019 ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໄດ້ມີ ພິທີເປີດງານວາງສະແດງ ຜະລິດຕະພັນລາວ 2019 ຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານເປີດງານຂອງ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.
ຍສໝ - ອາທິດແລ້ວ, ກະຊວງປ້ອງກັນປະເທດລາວ ໄດ້ຈັດພິທີປະກາດສ້າງຕັ້ງກອງບັນຊາການກອງທັບອາກາດ, ກອງທັບປະຊາຊົນລາວ. ໃຫ້ເບິ່ງຄືນກຳລັງແຮງຂອງກອງທັບອາກາດ ສປປ ລາວ ຫຼັງຈາກການສ້າງຕັ້ງກອງບັນຊາການກອງທັບອາກາດ.
ເມື່ອບໍ່ດົນມານີ້, ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນກອງປະຊຸມປຶກສາຫາລືການປັບປຸງຄຸນນະພາບການບໍລິການ ໂດຍ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ເປັນປະທານ ແລະ ມີຫົວໜ້າກົມ ຮອງກົມ ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ ພະແນກສາທາລະນະສຸກແຂວງ ພ້ອມກັນພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປັດຈຸບັນປະເທດລາວຍັງຕ້ອງການແຮງງານຜູ້ມີຄວາມຮູ້ຄວາມສາມາດເປັນຈໍານວນຫລວງຫລາຍເພື່ອປະກອບສ່ວນເຂົ້າໃນຂົງເຂດວຽກງານ, ໂຮງຈັກໂຮງງານ ແລະ ການຜະລິດຕ່າງໆ.