ຫວຽດນາມ - ລາວ: ແລກປ່ຽນກ່ຽວກັບວຽກງານໄກ່ເກ່ຍຂັ້ນຮາກຖານ

16:28 | 24/07/2019

ຍສໝ - ໃນຕອນບ່າຍວັນທີ 23 ກໍລະກົດ, ຢູ່ສຳນັກງານຍຸຕິທໍາຮ່າໂນ້ຍ ໄດ້ຈັດຂຶ້ນກອງປະຊຸມປຶກສາຫາລືກ່ຽວກັບການວຽກງານໄກ່ເກ່ຍພື້ນຖານ ລະຫວ່າງພະແນກຍຸຕິທໍາ ນະຄອນຮ່າໂນ້ຍ ແລະ ກະຊວງຍຸຕິທໍາຂອງ ສປປ ລາວ.

ໃນກອງປະຊຸມ, ທັງສອງຝ່າຍໄດ້ສະແດງຄວາມຫວັງວ່າ ຢາກແລກປ່ຽນ ແລະ ຮຽນຮູ້ກ່ຽວກັບປະສົບການຂອງການວຽກງານໄກ່ເກ່ຍພື້ນຖານ, ເປັນເອກະພາບນຳກັນວ່າ ສອງຝ່າຍຈະສືບຕໍ່ປະສານງານສອງຝ່າຍຢ່າງໃກ້ຊິດ, ປະຕິບັດໂຄງການຮ່ວມມືໃນປີ 2019 ໄດ້ຮັບຜົນສຳເລັດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນເພື່ອເຂົ້າຮ່ວມ ແລະ ຮຽນຮູ້ປະສົບການອື່ນໆ ; ສືບຕໍ່ປະຕິບັດໂຄງການເພື່ອສະຫນັບສະຫນູນສະຖາບັນຍຸຕິທຳລາວ ແລະ ອື່ນໆ.

ຫວຽດນາມ - ລາວ: ແລກປ່ຽນກ່ຽວກັບວຽກງານໄກ່ເກ່ຍຂັ້ນຮາກຖານ

ຄະນະຜູ້ແທນພະແນກຍຸຕິທໍາ ນະຄອນຮ່າໂນ້ຍ ແລະ ຄະນະຜູ້ແທນກະຊວງຍຸຕິທໍາຂອງ ສປປ ລາວ (ພາບ: phapluatxahoi.vn)

ທ່ານນາງ ໂຮ່ຊວນເຮືອງ ຮອງຫົວໜ້າພະແນກຍຸຕິທຳນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ ລັດຖະບານປະເທດຫວຽດນາມມີໂຄງການປັບປຸງຄວາມສາມາດຂອງຄະນະຜູ້ໄກ່ເກ່ຍພື້ນຖານ ໃນໄລຍະ 2019 - 2022, ກະຊວງຍຸຕິທໍາຈະພັດທະນາແຜນການປະຕິບັດໂຄງການນັ້ນ ທີ່ມີເນື້ອໃນວຽກງານຈາກຂັ້ນຕົວເມືອງໄປຫາບ້ານ ເພື່ອປັບປຸງຄວາມສາມາດຂອງພະນັກງານໄກ່ເກ່ຍ ໄດ້ດີຂຶ້ນ.

ນອກຈາກນັ້ນ, ໃນກອງປະຊຸມ ທ່ານ ວິກອນ ບຸນວິໄລ ຜູ້ຕາງຫນ້າຂອງກະຊວງຍຸຕິທໍາ ສປປ ລາວ ສະເໜີວ່າຢາກຮຽນຮູ້ເພີ່ມເຕີມກ່ຽວກັບວຽກງານສະຖິຕິ ແລະ ລາຍງານຂອງພະແນກຍຸຕິທໍາ ຫວຽດນາມ. ພ້ອມທັງໄດ້ແບ່ງປັນວ່າ, ບັນດາຄໍາຄິດເຫັນແລກປ່ຽນທີ່ການເຮັດວຽກແມ່ນບັນດາບົດຮຽນອັນລໍ້າຄ່າສໍາລັບພວກຂ້າພະເຈົ້າ, ຫວັງວ່າບັນດາການເຄື່ອນໄຫວໄກ່ເກ່ຍຂອງພວກຂ້າພະເຈົ້າໃນໄລຍະຈະມາເຖິງຈະມີຄຸນນະພາບ ແລະ ປະສິດທິຜົນສູງທີ່ສຸດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.