ສ້າງຄວາມເຂັ້ມແຂງດ້ານເນື້ອໃນຂ່າວ ແລະ ການຕະຫລາດອອນລາຍ ສຳລັບເວັບໄຊຂ່າວ ໃຫ້ສື່ມວນຊົນລາວ

14:38 | 24/07/2019

ໃນວັນທີ 20 ກໍລະກົດ 2019, ທີ່ວິທະຍຸກະຈາຍສຽງແຫ່ງຊາດລາວ ນະຄອນຫລວງ​ວຽງ​ຈັນ, ​ໄດ້ຈັດ​ຊຸດ​ອົບ​ຮົບ​ໃຫ້​ສື່​ມວນຊົນ​ລາວ ​ໃນ​ຫົວ​ຂໍ້ ວ່າດ້ວຍເນື້ອໃນ ແລະ ການຕະຫລາດອອນລາຍສຳລັບເວັບໄຊຂ່າວ, ຈັດໂດຍ ສະມາຄົມນັກຂ່າວ ແຫ່ງປະເທດລາວ ແລະ ສະມາຄົມນັກຂ່າວປະ ເທດໄທ, ພາຍໃຕ້ການເປັນປະທານຂອງ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງ​ລັດຖະມົນຕີ​ກະຊວງ ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ປະທານສະມາຄົມນັກຂ່າວແຫ່ງປະເທດລາວ, ມີ​ບັນ ດາ​ຄະນະ​ຮັບ​ຜິດ​ຊອບ ຈັດການ​ຝຶກ​ອົບຮົມ ຈາກສະຖານນີວິທະຍຸກະຈາຍສຽງແຫ່ງຊາດ, ໜັງສືພິມພາ ສາຕ່າງປະເທດ, ມີວິທະຍາກອນຈາກປະເທດໄທ ນຳໂດຍ ທ່ານ ກ້າວໂຣດ ສຸຕາພັກດີ ນາຍົກສະ ມາຄົມຜູ້ຜະລິດຂ່າວອອນລາຍ ປະເທດໄທ ພ້ອມ​ດ້ວຍສຳມະນາກອນ ຈາກຫລາຍພາກສ່ວນເຂົ້າຮ່ວມ.

ສ້າງຄວາມເຂັ້ມແຂງດ້ານເນື້ອໃນຂ່າວ ແລະ ການຕະຫລາດອອນລາຍ ສຳລັບເວັບໄຊຂ່າວ ໃຫ້ສື່ມວນຊົນລາວ

ຊຸດ​ອົບ​ຮົບ​ໃຫ້​ສື່​ມວນຊົນ​ລາວ ​ໃນ​ຫົວ​ຂໍ້ ວ່າດ້ວຍເນື້ອໃນ ແລະ ການຕະຫລາດອອນລາຍສຳລັບເວັບໄຊຂ່າວ.

ການຈັດຊຸດຝຶກອົບຮົມໃນຄັ້ງນີ້, ແມ່ນວ່າດ້ວຍເນື້ອໃນ ແລະ ການຕະຫລາດອອນລາຍສຳລັບ ເວັບໄຊຂ່າວ ກ່ຽວກັບການຜະລິດລາຍການວິທະຍຸ, ໂທລະພາບ ແລະ ໜັງສືພິມ ໂດຍນຳໃຊ້ສື່ແບບ ໃໝ່, ເຊິ່ງຈະແລກປ່ຽນກ່ຽວກັບເນື້ອໃນດີຈີຕອນ ສຳລັບທຸລະກິດອອນລາຍ, ເຕັກນິກສື່ອອນລາຍ, ໂຄງສ້າງສື່ອອນລາຍ, ແຫລ່ງຂ່າວ, ຍຸດທະສາດການບໍລິຫານຈັດການ, ການບໍລິຫານຈັດການດ້ານເນື້ອໃນ, ການຕະຫລາດອອນລາຍ ​ແລະ ການຄັດເລືອກບັນດາຫົວຂໍ້ຂ່າວ.

​ໃນ​ໂອກ​າດດັ່ງກ່າ​ວ, ທ່ານ ສະຫວັນຄອນ ລາຊະມຸນຕີ ​​ກ່າວ​ວ່າ: ສື່​ສັງຄົມ​ອອນ​ລາຍ ​ໄດ້​ກາຍ​ເປັນ​ພາລະກິດ​ໜຶ່ງ​ ໃນ​ຊີວິດ​ປະຈຳ​ວັນ​ຂອງ​ຄົນ​ທີ່​ຂາດ​ບໍ່​ໄດ້ ​ແລະ ​ໄດ້​ຖືກ​ນຳ​ໃຊ້​ຢ່າງ​ກວ້າງຂວາງ ຜ່ານ​ລະບົບ​ສັນຍານ​ອິນ​ເຕີ​ເນັດຢູ່​ໂທລະສັບ​ມື​ຖື, ຄອມ​ພິວ​ເຕີ ​ແລະ ອຸປະກອນ​ເອ​ເລັກ​ໂຕຣນິກອື່ນ​ໆ ​ເຮັດ​ໃຫ້​ມີ​ຄວາມ​ສະດວກ​ສະບາຍ, ​ໃຊ້​ໃນ​ເວລາ​ໃດ​ກໍ​ໄດ້ ​ແລະ ສາມາດ​ໃຊ້​​ໃນ​ທຸກ​ຫົນ​ທຸກ​ແຫ່ງ​ທີ່​ມີ​ສັນຍາ​ອິນ​ເຕີ​ເນັດ, ພ້ອມທັງ​​ເປັນ​ບ່ອນ​ເຮັດ​ທຸລະ​ກິດ​ການ​ບໍລິການ, ການ​ຕະຫລາດ​ທີ່​ໃຫຍ່, ກວ້າງຂວາງ, ວ່ອງ​ໄວ ​ໃນ​ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ ​ແລະ ລາຄາ​ຖືກ, ສາມາດ​ໄປ​ເຖິງ​ທຸ​ກໆ​ກຸ່ມ​ເປົ້າ​ໝາຍ. ສະ​ນັ້ນ, ສື່​ດັ້ງ​ເດີມ​ ​ເປັນ​ຕົ້ນ​ແມ່ນ ໜັງ​ສື​ພິມ, ວິທະຍຸ ​ແລະ ​ໂທລະພາບ ຕ້ອງ​ໄດ້​ປັບປຸງ​ຕົນ​ເອງ​ໃຫ້​ໄປ​ຕາມ​ຍຸກ​ຕາມ​ສະ​ໄໝ, ຕາມ​ກະ​ແສ ​ແລະ ຄວາມ​ຕ້ອງການ​ຂອງ​ສັງຄົມ ​ໃນ​ນີ້​ລວມທັງ​ເນື້ອ​ໃນ​ຂ່າວ, ຮູບ​ການ, ​ເຕັກນິກ, ວິທີ​ການ ​ແລະ ການ​ຕະຫລາດ.

(ແຫຼ່ງ​ຂໍ້​ມູນ​: ສົມ​ຫວັງ ລະຫັດ​/ຂ​ປ​ລ)

ເຫດການ
302 Found

Found

The document has moved here.