ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ເວທີການເມືອງລະດັບສູງ ເພື່ອການພັດທະນາແບບຍືນຍົງ

15:04 | 25/07/2019

ໃນຕົ້ນເດືອນກໍລະກົດທີ່ຜ່ານມາ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ຈາກກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ເພື່ອການພັດທະນາແບບຍືນຍົງ ປະຈໍາປີ 2019 (High Level Political Forum – HLPF) ພາຍໃຕ້ຂອບສະພາເສດຖະກິດ – ສັງຄົມຂອງອົງການ ສປຊ ທີ່ ນິວຢອກ, ສ.ອາເມລິກາ.

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ເວທີການເມືອງລະດັບສູງ ເພື່ອການພັດທະນາແບບຍືນຍົງ

ກອງປະຊຸມເວທີການເມືອງລະດັບສູງ ເພື່ອການພັດທະນາແບບຍືນຍົງ ປະຈໍາປີ 2019 (High Level Political Forum – HLPF) ພາຍໃຕ້ຂອບສະພາເສດຖະກິດ – ສັງຄົມຂອງອົງການ ສປຊ ທີ່ ນິວຢອກ, ສ. ອາເມລິກາ.

ກອງປະຊຸມດັ່ງກ່າວມີຄະນະຜູ້ແທນຂັ້ນສູງ ລະດັບປະມຸກລັດ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ ຈາກບັນດາສະມາຊິກອົງການສະຫະປະຊາຊາດ 193 ປະເທດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນປີນີ້ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ ການ​ສ້າງ​ຄວາມ​ອາດ​ສາ​ມາດ, ການ​ຮັບ​ປະ​ກັນ​ການ​ມີ​ສ່ວນ​ຮ່ວມ ແລະ ຄວາມ​ສະ​ເໝີ​ພາບ​ ” ເຊີ່ງຄະນະຜູ້ແທນຂອງປະເທດຕ່າງໆ ໄດ້ສຸມໃສ່ທົບທວນຄວາມຄືບໜ້າ ແລະ ປຶກສາຫາລືກ່ຽວກັບ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໂດຍສະເພາະການເລັ່ງລັດການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍການມີສ່ວນຮ່ວມ ຂອງທຸກພາກສ່ວນທີ່ ກ່ຽວຂ້ອງ. ພ້ອມດຽວກັນນັ້ນ, ໃນກອງປະຊຸມຄັ້ງນີ້ມີ 47 ປະເທດໄດ້ຂຶ້ນສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ກ່ຽວກັບການຈັດຕັ້ງປະຕິບັດ SDGs.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ຮອງລັດຖະມົນຕີ ໄດ້ຂຶ້ນກ່າວປາໄສຕໍ່ ກອງປະຊຸມພາກອະພິປາຍທົ່ວໄປ ຊຶ່ງໄດ້ຍົກໃຫ້ເຫັນເຖີງຄວາມເອົາໃຈໃສ່ຂອງລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັັດວາລະ 2030 ເພື່ອການພັດທະນາແບບຍືນຍົງຂອງສາກົນ ໂດຍໄດ້ຜັນຂະຫຍາຍເຂົ້າໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ເພື່ອແນໃສ່ການພັດທະນາເສດຖະກິດ ແບບຍືນຍົງ, ການລືບລ້າງຄວາມທຸກຍາກ ແລະ ນໍາພາປະເທດໃຫ້ຫລຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ ໃນອະນາຄົດ. ໃນນັ້ນ, ທ່ານ ກໍ່ໄດ້ຍົກໃຫ້ເຫັນເຖີງ ຄວາມຄືບໜ້າໃນດ້ານຕ່າງໆ ຂອງການຈັດຕັ້ງປະຕິບັດເປົ້າໝາຍ ປພຍ ຢູ່ ສປປ ລາວ ພາຍຫລັງທີ່ໄດ້ສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ໃນປີ 2018, ໂດຍສະເພາະການເຊື່ອມສານຄາດໝາຍ ແລະ ໂຕຊີ້ບອກ ຂອງ ປພຍ ເຂົ້າໃນແຜນພັດທະນາຂອງປະເທດເຮົາ ແລະ ໄດ້ກ່າວສະແດງຄວາມຂອບໃຈຕໍ່ສາກົນ ທີ່ໄດ້ໃຫ້ການຊ່ວຍເຫລືອເຂົ້າໃນວຽກງານການພັດທະນາຢູ່ ສປປ ລາວ.

ກອງ​ປະຊຸມ​ເວທີປຶກສາຫາລືການເມືອງລະດັບສູງຄັ້ງນີ້ ໄດ້ດໍາເນີນ​ໄປ​ພາຍ​ໃຕ້​ບັນຍາກາດ​ອັນ​ສ້າງສັນ ​ເຊິ່ງຖືເປັນ​ຂີດ ໝາຍ​ອັນ​ດີ​ໃຫ້​ແກ່​ ການ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມືຂອງປະເທດຕ່າງໆ ເພື່ອບັນລຸຄໍາໝັ້ນໝາຍຂອງວົງຄະນາຍາດສາກົນ ໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເຊີ່ງຍັງເຫລືອເວລາອີກ 10 ປີ ຈະຮອດກໍານົດຂີດໝາຍທີ່ຕັ້ງໄວ້ ເພື່ອໃຫ້ໂລກໄດ້ຮັບການພັດທະນາຢ່າງທົ່ວເຖີງ ແລະ ຍືນຍົງ ແລະ ກ້າວໄປພ້ອມກັນ (Leaving no one behind). ຜົນຂອງກອງປະຊຸມຄັ້ງນີ້ ແມ່ນຈະນໍາໄປສືບຕໍ່ປຶກສາຫາລືໃນກອງປະຊຸມສຸດຍອດ ວ່າດ້ວຍ ການພັດທະນາແບບຍືນຍົງ (SDGs Summit) ເຊີ່ງຈະຈັດຂຶ້ນໃນເດືອນກັນຍາ 2019 ທີ່ ນິວຢອກ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ຮອງລັດຖະມົນຕີ ໄດ້ພົບປະສອງຝ່າຍກັບຄະນະຜູ້ແທນຂັ້ນສູງ ຂອງສະຫະພາບເອີຣົບ (EU) ແລະ ປະເທດອຽກລັງ ເຊີ່ງໄດ້ປຶກສາຫາລື ກ່ຽວກັບການຮ່ວມມືສອງຝ່າຍດ້ານການພັດທະນາ. ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າຮ່ວມຕິດຕາມການສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈຂອງບາງປະເທດ, ໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມຕ່າງໆ (Side – events) ລວມທັງເປັນຄະນະປະທານຮ່ວມ (Panelist) ໃນບາງກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງ.

(ແຫຼ່ງ​ຂໍ້​ມູນ​: ວສລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.