ລາວ: ສ້າງ​ຄວາມ​ເຂັ້ມ­ແຂງ​ໃນ​ລະ­ບົບ​ການ​ປັບ­ປຸງ​ຄຸນ​ນະ​ພາບ ການ​ຮັກ­ສາ​ສຸ­ຂະ­ພາບ

11:08 | 23/07/2019

ເມື່ອບໍ່ດົນມານີ້, ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນກອງປະຊຸມປຶກສາຫາລືການປັບປຸງຄຸນນະພາບການບໍລິການ ໂດຍ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ເປັນປະທານ ແລະ ມີຫົວໜ້າກົມ ຮອງກົມ ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ ພະແນກສາທາລະນະສຸກແຂວງ ພ້ອມກັນພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງ​ປະ­ຊຸມ​ໄດ້​ຄົ້ນ­ຄວ້າ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃນ​ລະ­ບົບ​ການ​ປັບ­ປຸງ​ຄຸນ​ນະ​ພາບ ການ​ຮັກ­ສາ​ສຸ­ຂະ­ພາບ​ໃນ​ລາວ ແລະ ການ​ເສີມ​ສ້າງ​ຂີດ​ຄວາມ​ສາ­ມາດ​ດ້ານ​ການ​ບໍ­ລິ­ຫານ​ຄຸ້ມ​ຄອງ​ໃຫ້​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ການ​ພັດ­ທະ­ນາ​ມາດ­ຕະ­ຖານ ແລະ ເຄື່ອງ­ມື ສຳ­ລັບ​ຄຸນ​ນະ​ພາບ​ຂອງ​ການ​ປິ່ນ­ປົວ​ຄົນ​ເຈັບ ລວມ​ທັງ​ລະ­ບົບ​ສົ່ງ­ຕໍ່ eHealth ໃນ​ທົ່ວ​ປະ­ເທດ ເພື່ອ​ໃຫ້​ມີ​ການ​ເຊື່ອມ​ໂຍງ​ກັບ​ການ​ຄຸ້ມ​ຄອງ​ການ​ເງິນ ສາ­ທາ­ລະ­ນະ​ສຸກ ແລະ ລະ­ບົບ​ການ​ຈ່າຍ​ຂອງ​ຜູ້​ໃຫ້​ບໍ­ລິ­ການ​ເຮັດ​ການ​ທົດ​ລອງ ການ​ຫັນ​ໃຫ້​ໂຮງ­ໝໍ​ກຸ້ມ​ຕົນ​ເອງ ຢູ່​ຂັ້ນ​ສູນ​ກາງ ແລະ ລະ­ດັບ​ໂຮງ­ໝໍ​ແຂວງ ໂດຍ​ສະ­ເພາະ ການ​ປັບ­ປຸງ​ການ​ບໍ­ລິ­ຫານ​ຄຸ້ມ​ຄອງ ແລະ ການ​ບໍ­ລິ­ການ​ຂອງ​ສາ­ທາ­ລະ­ນະ​ສຸກ​ເມືອງ ເຊັ່ນ: ປະ­ຕິ­ບັດ​ຕົວ​ຈິງ​ຂອງ​ພະ­ນັກງານ ການ​ແກ້​ໄຂ​ສຸກ​ເສີນ ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ ມາດ­ຕະ­ຖານ​ຂອງ​ອຸ­ປະ­ກອນ ການ​ປິ່ນ­ປົວ ການ­ບົ່ງ­ມະ­ຕິ​ພະ­ຍາດ ທະ­ນາ­ຄານ​ເລືອດ ນ້ຳ​ສະ­ອາດ ແລະ ສຸ­ຂາ­ພິ­ບານ ເພື່ອ​ແນ­ໃສ່​ເຮັດ​ໃຫ້­ການ​ຍົກ​ລະ­ດັບ​ດ້ານ​ການ​ບໍ­ລິ­ການ​ຂອງ​ຊຸມ​ຊົນ ກໍ​ຄື ເຮັດ​ໃຫ້​ປະ­ຊາ­ຊົນ​ໃນ​ເຂດ​ຫ່າງ​ໄກ​ສອກ­ຫຼີກ​ໄດ້​ເຂົ້າ​ເຖິງ​ການ​ປິ່ນ­ປົວ​ສຸ­ຂະ­ພາບ​ຫຼາຍ​ຂຶ້ນ.

ລາວ: ສ້າງ​ຄວາມ​ເຂັ້ມ­ແຂງ​ໃນ​ລະ­ບົບ​ການ​ປັບ­ປຸງ​ຄຸນ​ນະ​ພາບ ການ​ຮັກ­ສາ​ສຸ­ຂະ­ພາບ

ບັນດາຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມ. (ພາບ: lao's people news)

ນອກ​ນີ້ ກອງ​ປະ­ຊຸມ​ຍັງ​ໄດ້​ໃຫ້​ຄຳ​ແນະ­ນຳ ແລະ ມີ​ຄຳ​ເຫັນ​ກ່ຽວ​ກັບ​ກົນ​ໄກ​ການ​ຕຳ​ນິ­ຕິ​ຊົມ ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ຂອງ​ຂະ­ແໜງ​ສາ​ທາ ແລະ ການ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃນ​ການ​ຄຸ້ມ​ຄອງ​ພະ­ນັກ­ງານ ເຊັ່ນ: ການ​ຕິດ­ຕາມ ສັບ​ຊ້ອນ​ການ​ໃຫ້​ສິ່ງ​ຈູງ​ໃຈ ລະ­ບຽບ​ວິ­ໄນ ກົດ​ລະ­ບຽບ ການ​ປັບ­ປຸງ​ຍຸດ​ທະ​ສາດ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ສາ​ທາ ການ​ຄາດ​ຄະ­ເນ​ພະ­ນັກ­ງານ ລະ­ບົບ​ຄວາມ​ຕ້ອງ­ການ​ໃນ​ວິ­ຊາ​ຊີບ ການ​ປັບ­ປຸງ​ສະ​ຖາ​ບັນ​ການ​ສຶກ​ສາ​ວິ­ຊາ​ຊີບ ສາ­ທາ­ລະ­ນະ​ສຸກ ເພື່ອ​ໃຫ້​ມີ​ຄວາມ​ຮູ້​ທີ່​ດີ​ກ່ອນ​ໃຫ້​ບໍ­ລິ­ການ ການ​ໃຫ້​ທຶນ​ການ​ສຶກ​ສາ​ສຳ­ລັບ​ຂັ້ນ​ຊ່ຽວ­ຊານ ການ​ແພດ​ຄອບ­ຄົວ ແລະ ພະ­ຍາ­ບານ ການ​ສອບ­ເສັງ ການ​ຂຶ້ນ​ທະ­ບຽນ ແລະ ອອກ​ໃບ​ອະ­ນຸ­ຍາດ ແລະ ການ​ສຶກ​ສາ​ຕໍ່​ເນື່ອງ​ຂອງ​ວິ­ຊາ​ຊີບ​ປິ່ນ­ປົວ​ມາດ­ຕະ­ຖານ​ຄຸນ​ນະ​ພາບ​ຂອງ​ສະ​ຖາ​ບັນ​ການ​ສຶກ​ສາ ໂຮງ­ໝໍ ແລະ ຄົ້ນ­ຄວ້າ​ວິ­ທີ​ການ​ຫັນ​ໂຮງ­ໝໍ​ກຸ້ມ​ຕົນ​ເອງ ແລະ ບັນ­ຫາ​ທີ່​ກ່ຽວ­ຂ້ອງ​ອື່ນໆ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ສາ​ທາ​ມີ​ຄວາມ​ເຂັ້ມ­ແຂງ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.