ເມືອງວຽງໄຊ (ປະເທດລາວ) ສະເໜີ ຫວຽດນາມໜູນຊ່ວຍຊອກຫາພົນລະເມືອງລາວ ຖືກຫາຍສາບສູນຈາກໄພນໍ້າຖ້ວມ 7 ຄົນ

ເມືອງວຽງໄຊ (ປະເທດລາວ) ສະເໜີ ຫວຽດນາມໜູນຊ່ວຍຊອກຫາພົນລະເມືອງລາວ ຖືກຫາຍສາບສູນຈາກໄພນໍ້າຖ້ວມ 7 ຄົນ

ຍສໝ - ຕອນຄໍ່າວັນທີ 5 ສິງຫາ, ທ່ານ ຫວູວັນດາດ, ປະທານຄະນະກໍາມະການປະຊາຊົນເມືອງກວານເຊີນ, ແຂວງແທັງຮວ໊າ ໃຫ້ຮູ້ວ່າອໍານາດການປົກຄອງ ຫາກໍ່ໄດ້ຮັບຈົດໝາຍທາງການຂອງເມືອງວຽງໄຊ, ແຂວງຫົວພັນ (ປະເທດລາວ) ສະເໜີ ຫວຽດນາມໜູນຊ່ວຍຊອກຫາພົນລະເມືອງລາວ ຖືກຫາຍສາບສູນຈາກໄພນໍ້າຖ້ວມ 7 ຄົນ.

ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫໍສະໝຸດກອງທັບ ຫວຽດນາມ ແລະ ລາວ

ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫໍສະໝຸດກອງທັບ ຫວຽດນາມ ແລະ ລາວ

ຍສໝ - ໃນວັນທີ 5 ສິງຫາ, ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ຄະນະຜູ້ແທນຫ້ອງສະໝຸດ ກອງທັບຫວຽດນາມ ນຳ ໂດຍທ່ານນາງ ພັນເອກ ເຈີນ ຖິ ບີກ ເຫ໋ວ - ຜູ້ອຳນວຍການຫໍສະໝຸດ ໄດ້ມີການແລກປ່ຽນກັບຄະນະຜູ້ແທນຫ້ອງສະໝຸດກອງທັບລາວ ນຳພາ ໂດຍ ຜູ້ອຳນວຍການຫ້ອງສະໝຸດ ພັນຕີ ພີມຝ້າ ພານຍາຫຼັກ

ປະທັບໃຈ ກັບ ສະຖານທີ່ນັກທ່ອງທ່ຽວຂອງລາວ

ປະທັບໃຈ ກັບ ສະຖານທີ່ນັກທ່ອງທ່ຽວຂອງລາວ

ປະເທດລາວ ມີຄວາມເປັນມາດ້ານວັດທະນະທຳ ແລະ ຮີດຄອງປະເພນີອັນ​ດີງາມ ຈົນໄດ້ມາສຳຜັດດ້ວຍຕົວເອງ ຈຶ່ງສາມາດເວົ້າໄດ້ວ່າປະເທດລາວ ກໍ​ມີ​​ແຫ​ລ່ງ​ທ່ອງ​ທ່ຽວ ​ຫລາຍ​ແຫ່ງ​ທີ່​ໜ້າ​ທ່ຽວ​ຊົມ, ສິ່ງທີ່ປະທັບໃຈໃນລາວ ອັນດັບທຳອິດແມ່ນສະພາບແວດລ້ອມ ທຳມະຊາດມີຄວາມສວຍງາມ ແລະ ສະຫງົບລຽບງ່າຍ.

ແຂວງບິ່ງດິ້ງ ສະໜັບສະໜູນ 40 ທຶນການສຶກສາ ສຳລັບນັກສຶກສາລາວໃນສົກຮຽນ 2019 - 2020

ແຂວງບິ່ງດິ້ງ ສະໜັບສະໜູນ 40 ທຶນການສຶກສາ ສຳລັບນັກສຶກສາລາວໃນສົກຮຽນ 2019 - 2020

ຍສໝ - ອີງຕາມຂໍ້ມູນຈາກພະແນກພົວພັນຕ່າງປະເທດ, ສົກຮຽນ 2019-2020, ແຂວງບິ່ງດິ້ງໄດ້ມອບທຶນການສຶກສາທັງໝົດ 20 ທຶນໃຫ້ແກ່ນັກສຶກສາຂອງ 4 ແຂວງພາກໃຕ້ຂອງລາວທີ່ ກຳລັງສຶກສາຢູ່ມະຫາວິທະຍາໄລ ກ່ວຍ ເຍີນ.

ມະຫາວິທະຍາໄລແຫ່ງຊາດ ລາວ  ສອບເສັງຄັດເລືອກນັກສຶກສາ ສົກປີ 2019-2020

ມະຫາວິທະຍາໄລແຫ່ງຊາດ ລາວ ສອບເສັງຄັດເລືອກນັກສຶກສາ ສົກປີ 2019-2020

ໃນຕອນເຊົ້າວັນທີ 3 ສິງຫານີ້ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດການສອບເສັງຄັດເລືອກເອົານັກສຶກສາ 8.000 ກວ່າຄົນ ເຂົ້າຮຽນຕໍ່ໃນ 109 ສາຂາວິຊາຮຽນ ໂດຍໃນສົກນີ້ມີນັກຮຽນລົງທະບຽນ ແລະ ເຂົ້າສອບເສັງທັງໝົດ 15.000 ກວ່າຄົນ.

ຊາວໜຸ່ມອາສາສະໝັກຫວຽດນາມ ກວດສຸຂະພາບ ແລະ ແຈກຢາປິ່ນປົວພະຍາດໃຫ້ ປະຊາຊົນລາວ ກວ່າ 1 ພັນຄົນ

ຊາວໜຸ່ມອາສາສະໝັກຫວຽດນາມ ກວດສຸຂະພາບ ແລະ ແຈກຢາປິ່ນປົວພະຍາດໃຫ້ ປະຊາຊົນລາວ ກວ່າ 1 ພັນຄົນ

ໃນທ້າຍອາທິດທີ່ຜ່ານມານີ້, ຢູ່ແຂວງສາລະວັນ ທ່ານ ຈັນສີລອນ ສີສົມບູນ ເລຂາຄະນະຊາວໜຸ່ມແຂວງສາລະວັນພ້ອມຄະນະ ແລະທ່ານ ຫງວຽນ ບ໋າ ຢັວນ ຫົວໜ້າຂະແໜງໂຄສະນາສຶກສາ ຊາວໜຸ່ມນະຄອນດາໜັງ ສສ ຫວຽດນາມພ້ອມຄະນະໄດ້ຮ່ວມກັນຈັດກິດຈະກຳກວດສຸຂະພາບທົ່ວໄປ ແລະຈ່າຍຢາໃຫ້ກັບພໍ່ແມ່ປະຊາຊົນໂດຍບໍ່ເສຍຄ່າຢູ່ທີ່ເດີນໂຮງຮຽນ ມັດທະຍົມຕົ້ນ ບ້ານໝາກນາວໄຫ່ຍ ເມືອງສາລະວັນໂດຍມີຕາງໜ້າຄະນະປະຈຳພັກເມືອງ, ຕາງໜ້າໂຮງໝໍແຂວງ, ຫ້ອງການທີ່ກ່ຽວຂ້ອງອ້ອມຂ້າງເມືອງ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ນະຄອນດົງຮ່າ (ແຂວງກວ້າງຈິ) ແລະ ແຂວງສະຫວັນນະເຂດ (ສປປ ລາວ) ໄດ້ແລກປ່ຽນວິທີຈັດຕັ້ງປະຕິບັດທີ່ດີ ແລະ ປະສົບການທີ່ມີຄຸນຄ່າ

ນະຄອນດົງຮ່າ (ແຂວງກວ້າງຈິ) ແລະ ແຂວງສະຫວັນນະເຂດ (ສປປ ລາວ) ໄດ້ແລກປ່ຽນວິທີຈັດຕັ້ງປະຕິບັດທີ່ດີ ແລະ ປະສົບການທີ່ມີຄຸນຄ່າ

ຍສໝ - ໃນບາດກ້າວຂອງບັນດາໝາກຜົນ ທີ່ບັນລຸໄດ້ໃນໄລຍະຜ່ານມາ, ນະຄອນດົງຮ່າ (ແຂວງກວ້າງຈິ) ແລະ ແຂວງສະຫວັນນະເຂດ (ສປປ ລາວ) ໄດ້ເລີ່ມຕົ້ນລົງມືໂຄງການຮ່ວມມື ໄລຍະປີ 2019-2022.

ແຂວງຮ່າຕີ໋ງ ແນະນໍາການສ້າງຮູບແບບເສດຖະກິດຢູ່ລາວ

ແຂວງຮ່າຕີ໋ງ ແນະນໍາການສ້າງຮູບແບບເສດຖະກິດຢູ່ລາວ

ຕາມແຫຼ່ງຂ່າວຈາກພະແນກວິທະຍາສາດ ແລະເຕັກໂນໂລຢີແຂວງຮ່າຕີ໋ງ, ຜ່ານການເຮັດວຽກ, ການນໍາແຂວງບໍລິຄໍາໄຊ ໄດ້ເຫັນດີເປັນເອກະພາບຈັດສັນເຂດທີ່ດິນຂອງພະແນກວິທະຍາສາດ ແລະເຕັກໂນໂລຢີແຂວງບໍລິຄໍາໄຊ ເພື່ອສ້າງຮູບແບບປູກເຫັດ ແລະຮູບແບບລ້ຽງໂອງ ຢູ່ເມືອງຄໍາເກີດ ແລະເມືອງປາກຊັນ.

ເພີ່ມທະວີຄວາມສາມັກຄີເຂດຊາຍແດນ ລະຫວ່າງຫວຽດນາມ ແລະ ລາວ

ເພີ່ມທະວີຄວາມສາມັກຄີເຂດຊາຍແດນ ລະຫວ່າງຫວຽດນາມ ແລະ ລາວ

ພາຍຫຼັງດໍາເນີນບັນດາການເຄື່ອນໄຫວຢູ່ສອງປະເທດ, ເປັນເວລາ 2 ມື້ (ວັນທີ 29 ແລະ 30 ກໍລະກົດ), ລາຍການພົບປະແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ລາວ ປີ 2019 ໄດ້ປະສົບຜົນສໍາເລັດຢ່າງຈົບງາມ.

ຄະນະປະຕິບັດງານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງເງະອານ

ຄະນະປະຕິບັດງານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງເງະອານ

ຍສໝ - ໃນວັນທີ 1 ສິງຫາ, ຄະນະປະຕິບັດງານຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາວ ນຳໂດຍທ່ານນາງ ຈັນທາ ແກ້ວວົງໄຊ ຮອງຫົວໜ້າພະແນກບໍລິຫານ, ກົມຄົ້ນຄວ້າສັງລວມ ໄດ້ມີການເຮັດວຽກກັບຫ້ອງວ່າການຄະນະກໍາມະການປະຊາຊົນ ແຂວງ ເງະອານ.

ການເຝິກອົບຮົມກອງທັບ ລະຫວ່າງຄະນະພະນັກງານກອງທັບ ຫວຽດນາມ ແລະ ລາວ

ການເຝິກອົບຮົມກອງທັບ ລະຫວ່າງຄະນະພະນັກງານກອງທັບ ຫວຽດນາມ ແລະ ລາວ

ຍສໝ - ໃນວັນທີ 1 ສິງຫາ, ກອງບັນຊາການທະຫານແຂວງແທງຮວາ, ໄດ້ຈັດຕັ້ງ ຊຸດເຝິກອົບຮົມວຽກງານເສນາທິການພະລາທິການ ແລະ ວຽກງານຄ້າຍທະຫານ ໂດຍກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ. ໄດ້ເຂົ້າຮ່ວມຊຸດເຝິກອົບຮົມ ມີຄະນະພະນັກງານພະລາທິການກອງທັບປະຊາຊົນລາວລວມມີສໍາມະນາກອນ 25 ຄົນ.

ບັນດາການເຄື່ອນໄຫວອາສາສະໝັກຂອງໄວໜຸ່ມນະຄອນຫຼວງຮ່າໂນ້ຍ ຢູ່ ລາວ

ບັນດາການເຄື່ອນໄຫວອາສາສະໝັກຂອງໄວໜຸ່ມນະຄອນຫຼວງຮ່າໂນ້ຍ ຢູ່ ລາວ

ຍສໝ - ໃນວັນທີ 1 ສິງຫາ, ຄະນະອາສາສະໝັກໄວໜຸ່ມນະຄອນຫຼວງຮ່າໂນ້ຍ ນຳໂດຍທ່ານ ຫງວຽນດຶກຕ໊ຽນ ຮອງເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ໄຂບັນດາການເຄື່ອນໄຫວອາສາສະໝັກຢູ່ໂຮງຮຽນປະຖົມສຶກສາ Napock, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ປະເທດລາວ.

ເຊັນສັນຍາຊື້-ຂາຍ ການຫລຸດຜ່ອນມົນລະພິດ ຂອງໂຄງການ ສົ່ງເສີມການນຳໃຊ້ເຕົາສະອາດໃນລາວ

ເຊັນສັນຍາຊື້-ຂາຍ ການຫລຸດຜ່ອນມົນລະພິດ ຂອງໂຄງການ ສົ່ງເສີມການນຳໃຊ້ເຕົາສະອາດໃນລາວ

ໃນວັນທີ 1 ສິງຫາ 2019 ນີ້, ໄດ້ມີພິທີລົງນາມສັນຍາການຊື້-ຂາຍ ການຫລຸດຜ່ອນ ມົນລະພິດຂອງໂຄງການສົ່ງເສີມ ການນຳໃຊ້ເຕົາສະອາດ ໃນ ສປປ ລາວ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທະນາຄານໂລກ ຕ່າງໜ້າເຊັນໂດຍ, ທ່ານ ສີນາວາ ສຸພານຸວົງ ຮອງລັດ ຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Nicola PONTARA ຜູ້ປະຈຳການທະນາຄານໂລກ ປະຈຳລາວ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ການແລກປ່ຽນກິລາ ລະຫວ່າງ ຫ້ອງວ່າການສະພາແຫ່ງຊາດ ສອງປະເທດຫວຽດນາມ-ລາວ

ການແລກປ່ຽນກິລາ ລະຫວ່າງ ຫ້ອງວ່າການສະພາແຫ່ງຊາດ ສອງປະເທດຫວຽດນາມ-ລາວ

ຍສໝ - ສືບຕໍ່ລາຍການພານໃນກອງປະຊຸມສຳມະນາ ກ່ຽວກັບການແລກປ່ຽນປະສົບການແລະການແລກປ່ຽນວຽກງານລະຫວ່າງ 2 ຫ້ອງການຂອງສະພາແຫ່ງຊາດຫວຽດນາມ - ລາວ ຄັ້ງທີ 10, ໃນຕອນບ່າຍຂອງວັນທີ 30 ກໍລະກົດ, ທີ່ຫໍກິລາແຂວງຊຽງຂວາງ (ສປປ ລາວ), ພະນັກງານລັດຖະກອນ ຫ້ອງວ່າການສະພາແຫ່ງຊາດຂອງສອງປະເທດ ໄດ້ຈັດການພົບປະແລກປ່ຽນມິດຕະພາບດ້ານກິລາ.

ຮອງປະທານສະພາແຫ່ງຊາດ ລາວ ຕ້ອນຮັບການເຂົ້າພົບຂອງ ເລຂາທິການໃຫຍ່ສະພາແຫ່ງຊາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຫງວ໋ຽນ ແຮັ້ງ ຟຸກ ທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ

ຮອງປະທານສະພາແຫ່ງຊາດ ລາວ ຕ້ອນຮັບການເຂົ້າພົບຂອງ ເລຂາທິການໃຫຍ່ສະພາແຫ່ງຊາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຫງວ໋ຽນ ແຮັ້ງ ຟຸກ ທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ

ຍສໝ - ວັນທີ 29 ກໍລະກົດ, ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມສຳມະນາແລກປ່ຽນປະສົບການ ແລະ ພົບປະແລກປ່ຽນ ລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ ຢູ່ ແຂວງຊຽງຂວາງ (ສປປ ລາວ), ກຳມະການສູນກາງພັກ, ເລຂາທິການໃຫຍ່ສະພາແຫ່ງຊາດຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວ໋ຽນ ແຮັ້ງ ຟຸກ ໄດ້ເຂົ້າອວຍພອນ ແລະ ພົບປະ ສະຫາຍ ສີໃສ ລິເດດມູນສອນ - ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ.

ເປີດຂະບວນລົດຂົນສົ່ງສິນຄ້າ ຂ້າມຂົວມິດຕະພາບ ລາວ-ໄທ 1

ເປີດຂະບວນລົດຂົນສົ່ງສິນຄ້າ ຂ້າມຂົວມິດຕະພາບ ລາວ-ໄທ 1

ກົມ​ທາງ​ລົດ­ໄຟ ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ໄດ້​ມີ​ພິ­ທີ​ເປີດ​ແລ່ນ​ຂະ​ບວນ​ລົດ­ໄຟ​ຂົນ­ສົ່ງ​ສິນ­ຄ້າ​ຜ່ານ​ແດນ​ຂ້າມ​ຂົວ​ມິດ­ຕະ­ພາບ ລາວ-ໄທ 1 ນະ­ຄອນ­ຫຼວງ​ວຽງ​ຈັນ ຄັ້ງ​ປະ­ຖົມ​ມະ​ລືກ ຈັດ​ຂຶ້ນ​ວັນ​ທີ 1 ສິງ­ຫາ 2019 ທີ່​ລານ​ຕູ້​ສິນ­ຄ້າ​ທ່າ​ນາ​ແລ້ງ ເມືອງ​ຫາດ​ຊາຍ​ຟອງ ມີ​ທ່ານ ວຽງ​ສະ​ຫວັດ ສີ​ພັນ​ດອນ ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ທ່ານ ກຽດ​ຕິ​ຄຸນ ຊາດ​ປະ­ເສີດ ເອກ​ອັກ​ຄະ​ຣາ​ຊະ​ທູດ​ໄທ​ປະ­ຈຳ​ລາວ ທ່ານ ວໍ­ລະ​ວຸດ ມາ­ລາ ຮັກ­ສາ​ການ​ແທນ​ຜູ້​ວ່າ­ການ​ລົດ­ໄຟ​ແຫ່ງ​ປະ­ເທດ​ໄທ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ທັງ​ສອງ​ປະ­ເທດ​ເຂົ້າ​ຮ່ວມ.

ຊາວໜຸ່ມຫວຽດນາມ ແລະ ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ

ຊາວໜຸ່ມຫວຽດນາມ ແລະ ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ

ຍສໝ - ໃນຕອນເຊົ້າວັນທີ 31 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ ຄະນະອາສາສະໝັກໄວໜຸ່ມນະຄອນຫຼວງຮ່າໂນ້ຍ ນຳໂດຍທ່ານ ຫງວຽນດຶກຕຽນ ຮອງເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ໄປຢ້ຽມຢາມຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ແລະຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານ ໄກສອນ ພົມວິຫານ.

ແຂວງຮ່າຕິ້ງ ໄດ້ຮັບຫຼຽນໄຊຂອງ ສປປ ລາວ

ແຂວງຮ່າຕິ້ງ ໄດ້ຮັບຫຼຽນໄຊຂອງ ສປປ ລາວ

ຍສໝ - ຕອນເຊົ້າວັນທີ 31 ກໍລະກົດ, ໂດຍໄດ້ຮັບການມອບສິດຈາກປະທານປະເທດແຫ່ງ ສປປ ລາວ, ທ່ານ ສັນຕິພາບ ພົມວິຫານ, ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ ໄດ້ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ແຂວງຮ່າຕິ້ງ ແລະຫຼຽນໄຊ, ຫຼຽນກາໃຫ້ບັນດາບຸກຄົນທີ່ມີຜົນງານດີເດັ່ນໃນການເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ໜູນຊ່ວຍກໍ່ສ້າງພື້ນຖານໂຄງລ່າງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ແຂວງສະຫວັນນະເຂດ.

ຮອງປະທານສະພາແຫ່ງຊາດ ຫວຽດນາມໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ

ຮອງປະທານສະພາແຫ່ງຊາດ ຫວຽດນາມໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ

ຍສໝ - ໃນວັນທີ 01 ສິງຫາ, ທີ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວ໊ກຫ໋ຽນ ໄດ້ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ລາວ ໂດຍທ່ານ ວິໄລວົງ ບຸດດາຄຳ ຫົວໜ້າກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ລາວ ເປັນຫົວໜ້າ.

ປະຊາຊົນເມືອງນານ ເລັ່ງອະນາໄມເຮືອນຊານພາຍຫຼັງນໍ້າໄດ້ບົກແຫ້ງລົງ

ປະຊາຊົນເມືອງນານ ເລັ່ງອະນາໄມເຮືອນຊານພາຍຫຼັງນໍ້າໄດ້ບົກແຫ້ງລົງ

ຍສໝ - ຄວາມຄືບໜ້າຫຼ້າສຸດພາຍຫຼັງເກີດນ້ຳຖ້ວມກະທັນຫັນຢູ່ເທດສະບານ ເມືອງນານ ແຂວງຫຼວງພະບາງ ປະຈຸບັນນີ້ນ້ຳໄດ້ຫຼຸດລົງ ແລະ ເຂົ້າສູ່ເປັນປົກກະຕິແລ້ວ, ປະຊາຊົນເລັ່ງອະນາໄມເສັ້ນທາງ, ສະຖານທີ່ສຳຄັນ ແລະ ເຮືອນຊານຂອງພວກເຂົາເຈົ້າ.