ຊາວໜຸ່ມຫວຽດນາມ ແລະ ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ

09:48 | 02/08/2019

ຍສໝ - ໃນຕອນເຊົ້າວັນທີ 31 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ ຄະນະອາສາສະໝັກໄວໜຸ່ມນະຄອນຫຼວງຮ່າໂນ້ຍ ນຳໂດຍທ່ານ ຫງວຽນດຶກຕຽນ ຮອງເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ໄປຢ້ຽມຢາມຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ແລະຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານ ໄກສອນ ພົມວິຫານ.

ພາຍຫຼັງຖະຫວາຍທູບທຽນແລ້ວ, ຄະນະຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ໄດ້ຈັດພິທີຮັບເອົານັກອາສາສະໝັກຂອງລາວ ແລະບັນດານັກອາສາສະໝັກຂອງຫວຽດນາມ ທີ່ເຄື່ອນໄຫວຢູ່ລາວ. ນີ້ແມ່ນໜຶ່ງໃນບັນດາກິດຈະກຳທີ່ນອນໃນບັນດາໂຄງການອາສາສະໝັກຂອງໄວໜຸ່ມນະຄອນຫຼວງຮ່າໂນ້ຍ ຢູ່ນະຄອນຫຼວງວຽງຈັນ.

ຊາວໜຸ່ມຫວຽດນາມ ແລະ ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ

ຄະນະອາສາສະໝັກໄວໜຸ່ມນະຄອນຫຼວງຮ່າໂນ້ຍ ໄປຢ້ຽມຢາມສໍານັກງານຄະນະຊາວໜຸ່ມນະຄອນຫຼວງວຽງຈັນ. (ພາບ: vov.vn)

ໃນວັນດຽວກັນ, ຄະນະອາສາສະໝັກໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈໍາ ລາວ. ທີ່ນີ້, ທ່ານ ຫງວຽນດຶກຕຽນ ໄດ້ຕາງໜ້າຄະນະແຈ້ງໃຫ້ທ່ານ ຫງວຽນແທັງຕູ່ງ ຮອງເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ແລະບັນດາພະນັກງານຂອງສະຖານທູດຮັບຊາບກ່ຽວກັບສະພາບການເຄື່ອນໄຫວຂອງຄະນະອາສາສະໝັກ. ທ່ານ ຫງວຽນແທັງຕູ່ງ ໄດ້ຕີລາຄາສູງການເຄື່ອນໄຫວຕ່າງໆຂອງຄະນະອາສາສະໝັກຢູ່ວຽງຈັນ, ພ້ອມທັງແບ່ງປັນບັນດາຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ.

ຕໍ່ຈາກນັ້ນ, ຄະນະອາສາສະໝັກກໍ່ໄດ້ໄປຢ້ຽມຢາມໂຮງຮຽນປະຖົມສຶກສາ Napock (ນະຄອນຫຼວງວຽງຈັນ) ເພື່ອກະກຽມພື້ນຖານດ້ານວັດຖຸ, ແບ່ງໜ້າທີ່ຮັບຜິດຊອບໃຫ້ບັນດາສະມາຊິກໃນຄະນະ ເພື່ອໃຫ້ບັນດາການເຄື່ອນໄຫວອາສາສະໝັກໄດ້ດໍາເນີນໄປຢ່າງຖືກຕ້ອງຕາມແຜນການທີ່ໄດ້ວາງອອກ. ນີ້ແມ່ນການເຄືື່ອນໄຫວອາສາສະໝັກປີທີ 11 ຢ່າງລຽນຕິດຂອງໄວໜຸ່ມນະຄອນຫຼວງຮ່າໂນ້ຍ ຢູ່ວຽງຈັນ ເພື່ອແນໃສ່ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງ ແລະພັດທະນານໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.