ປະຊາຊົນເມືອງນານ ເລັ່ງອະນາໄມເຮືອນຊານພາຍຫຼັງນໍ້າໄດ້ບົກແຫ້ງລົງ

09:38 | 02/08/2019

ຍສໝ - ຄວາມຄືບໜ້າຫຼ້າສຸດພາຍຫຼັງເກີດນ້ຳຖ້ວມກະທັນຫັນຢູ່ເທດສະບານ ເມືອງນານ ແຂວງຫຼວງພະບາງ ປະຈຸບັນນີ້ນ້ຳໄດ້ຫຼຸດລົງ ແລະ ເຂົ້າສູ່ເປັນປົກກະຕິແລ້ວ, ປະຊາຊົນເລັ່ງອະນາໄມເສັ້ນທາງ, ສະຖານທີ່ສຳຄັນ ແລະ ເຮືອນຊານຂອງພວກເຂົາເຈົ້າ.

ທ່ານ ແສງເພັດ ເພັດດວງຈັນ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທຽ່ວ ເມືອງນານ ໄດ້ລາຍງານ ມື້ເຊົ້ານີ້ 31/7/2109 ວ່າ ທັງໝົດມີ 9 ບ້ານທີ່ຕັ້ງຢູ່ແຄມນ້ຳນານ, ສວ່ນບັນດາບ້ານທີ່ໄດ້ຮັບຜົນກະທົບມີ 8 ບ້ານ ແລະ ຫຼາຍກ່ວາ 500 ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກ ໄພທຳມະຊາດໃນຄັ້ງນີ້. ບ້ານທີ່ໄດ້ຮັບຜົນກະທົບໜັກແມ່ນ ບ້ານ ສີບຸນເຮືອງ ທີ່ມີເຮືອນຫຼາຍຫຼັງຍຸບພັງລົງມາ ແລະ ເປ່ເພ ຈາກນ້ຳໄຫຼແຮງ. ນອກນັ້ນຍັງມີ ເນື້ອທີ່ນາທີ່ຫາກໍ່ປັກດຳຕົ້ນເຂົ້າແລ້ວ ໃໝ່ຖືກທຳລາຍ ແລະ ພືດກະສິກຳຈຳນວນໜຶ່ງໄດ້ໄຫຼໄປຕາມນ້ຳ.

ປະຊາຊົນເມືອງນານ ເລັ່ງອະນາໄມເຮືອນຊານພາຍຫຼັງນໍ້າໄດ້ບົກແຫ້ງລົງ

ພາຍຫຼັງນໍ້າໄດ້ບົກແຫ້ງລົງ ທາງເຕັມໄປດ້ວຍຂີ້ຕົມ. (ພາບ: vientiane online)

ທ່ານແສງເພັດຍັງໄດ້ກ່າວຕື່ມອິກວ່າ ນ້ຳຖ້ວມກະທັນຫັນໃນຄັ້ງນີ້ແມ່ນນ້ຳ ຖ້ວມແບບໄຫຼຊຸ ສະນັ້ນພຽງແຕ່ສອງສາມຊົ່ວໂມງກໍບົກແຫ້ງລົງ ແລະ ເຂົ້າສູ່ສະພາບປົກກະຕິ. ປັດຈຸບັນນີ້ ທາງພາກສ່ວນກຽ່ວຂ້ອງກຳລັງເກັບກຳຂໍ້ມູນຜົນເສຍຫາຍ, ສ່ວນປະຊາຊົນກຳລັງເລັ່ງອະນາໄມ ເຮືອນຊານຂອງພວກເຂົາເຈົ້າ ແລະ ມີກ້ອນກຳລັງທະຫານຈໍານວນໜຶ່ງໄດ້ ໄປຊ່ວຍອະນາໄມສິ່ງກິດຂວາງຕາມ ຫົນທາງ ແລະ ເຮືອນຊານຂອງ ປະຊາຊົນ.

(ແຫຼ່ງ​ຂໍ້​ມູນ​: vientiane online)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.