ເຊັນສັນຍາຊື້-ຂາຍ ການຫລຸດຜ່ອນມົນລະພິດ ຂອງໂຄງການ ສົ່ງເສີມການນຳໃຊ້ເຕົາສະອາດໃນລາວ

20:20 | 04/08/2019

ໃນວັນທີ 1 ສິງຫາ 2019 ນີ້, ໄດ້ມີພິທີລົງນາມສັນຍາການຊື້-ຂາຍ ການຫລຸດຜ່ອນ ມົນລະພິດຂອງໂຄງການສົ່ງເສີມ ການນຳໃຊ້ເຕົາສະອາດ ໃນ ສປປ ລາວ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທະນາຄານໂລກ ຕ່າງໜ້າເຊັນໂດຍ, ທ່ານ ສີນາວາ ສຸພານຸວົງ ຮອງລັດ ຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Nicola PONTARA ຜູ້ປະຈຳການທະນາຄານໂລກ ປະຈຳລາວ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ໂອກາດດັ່ງກ່າວ, ທ່ານ ສີນາວາ ສຸພານຸວົງ ກ່າວວ່າ: ການລົງນາມໃນຄັ້ງນີ້,​ ເປັນການລິເລີ່ມ ທີ່ມີຄວາມໝາຍອັນສຳຄັນ ແລະ ເປັນໂຄງການທຳອິດ ທີ່ບໍ່ເຄີຍຈັດຕັ້ງປະຕິບັດ ຜ່ານມາກ່ອນ ໃນ ສປປ ລາວ ທີ່ໄດ້ມີ ການຊື້-ຂາຍ ການຫລຸດຜ່ອນມົນລະພິດ ແລະ ເຊື້ອໝັ້ນວ່າໂຄງການນີ້ ຈະເປັນໂຄງການຕົວແບບ ສຳລັບໂຄງການອື່ນໆ ໃນອານາຄົດທີ່ຈະຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ເພື່ອໃຫ້ບັນລຸເປົ້າໝາຍການເຕີບໂຕ ສີຂຽວ, ຢືນຢົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

ເຊັນສັນຍາຊື້-ຂາຍ ການຫລຸດຜ່ອນມົນລະພິດ ຂອງໂຄງການ ສົ່ງເສີມການນຳໃຊ້ເຕົາສະອາດໃນລາວ

ທ່ານ ສີນາວາ ສຸພານຸວົງ ແລະ ທ່ານ Nicola PONTARA ຜູ້ປະຈຳການທະນາຄານໂລກ ປະຈຳລາວ ໃນພິທີເຊັນສັນຍາ. (ພາບ: kpl.gov.la)

ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບໂຄງການຊ່ວຍເຫລືອລ້າ ທາງດ້ານເຕັກນິກ ຈາກທະນາຄານໂລກ, ເຊິ່ງໄດ້ລິເລີ່ມຈັດຕັ້ງ ປະຕິບັດໂຄງການ ສົ່ງເສີມການຜະລິດ, ນຳໃຊ້ເຕົາປະຢັດ ແລະ ສະອາດ ຕັ້ງແຕ່ປີ 2012 ໂດຍມີຈຸດປະສົງ ເພື່ອປັບປຸງການຊົມໃຊ້ ພະລັງງານໃນຄົວເຮືອນ ໃຫ້ມີປະສິດທິພາບ ດ້ວຍການຫັນປ່ຽນ ຈາກການນຳໃຊ້ເຕົາທຳມະດາ ທີ່ນຳໃຊ້ຖ່ານ ແລະ ໄມ້ຟືນທົ່ວໄປ ທີ່ສິ້ນເປືອງພະລັງງານ ທັງຫລາຍ ຫັນມາໃຊ້ເຕົາ ສະອາດ ທີ່ນຳໃຊ້ເຊື້ອໄຟຊີວະມວນ ອັດແໜ້ນແທນ ເພື່ອຫລຸດຜ່ອນຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ, ໂດຍສະເພາະ ຫລຸດຜ່ອນຄວາມສ່ຽງ ສຸຂະພາບແມ່ຍິງ ແລະ ເດັກນ້ອຍ, ຫລຸດຜ່ອນເວລາ, ຫລຸດຜ່ອນຄ່າໃຊ້ຈ່າຍ, ຫລຸດຜ່ອນທາດອາຍພິດເຮືອນແກ້ວ ແລະ ຫລຸດຜ່ອນຝຸນລະອອງ ຂະໜາດນ້ອຍ (PM2,5) ຈາກການແຕ່ງຢູ່ ຄົວກິນປະຈໍາວັນ ໃນ 11 ເມືອງ ຂອງ 3 ແຂວງເປົ້າໝາຍ ຄື: ນະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ເຊິ່ງລັດຖະບານ ຈະໄດ້ຮັບຜົນປະໂຫຍດຈາກໂຄງການ ຄື: ສ້າງໂອກາດໃນການ ເຂົ້າເຖິງແຫລງທຶນ ຈາກການຊື້-ຂາຍ ການຫລຸດຜ່ອນມົນລະພິດ, ລາຍຮັບ ຈາກການເກັບພາສີ-ອາກອນ, ສ້າງຂີດຄວາມສາມາດ ໃຫ້ພະນັກງານ-ລັດຖະກອນ, ຫລຸດຜ່ອນຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

(ແຫຼ່ງ​ຂໍ້​ມູນ​: kpl.gov.la)

ເຫດການ
302 Found

Found

The document has moved here.